ທັດສະນະທາງດ້ານວິຊາການເຫັນວ່າ: ຕົ້ນໄມ້ກະຖິນຫູຊ້າງທີ່ລົ້ມນີ້ ບໍ່ສາມາດນຳເຂົ້າເອົາໄປປູກຄືນຢູ່ສະຖານທີ່ອື່ນ, ເພື່ອໃຫ້ມີຊີວິດລອດຕາຍໄດ້ແລ້ວ, ເພາະເປັນຕົ້ນໄມ້ທີ່ມີອາຍຸຫຼາຍປີ, ເຊິ່ງຮາກຂອງຕົ້ນໄມ້ໄດ້ມີການໂດກເນົ່າ ຈຶ່ງເຫັນຄວນຕັດເກັບ ຮັກສາໄວ້.
ພະແນກກະສິກຳ ແລະ ປ່າໄມ້ ນວ ໄດ້ລາຍງານຢູ່ກອງປະຊຸມປຶກສາຫາລືເພື່ອຊອກຫາວິທີແກ້ໄຂຕົ້ນກະຖິນທີ່ຫັກລົ້ມໃນວັນທີ 11 ມິຖຸນາທີ່ຜ່ານມາ ວ່າ: ຜົນຂອງກອງປະຊຸມຄັ້ງນີ້ໄດ້ເອກະພາບເບື້ອງຕົ້ນການອະນາໄມຕັດຮອນກິ່ງງ່ານ້ອຍມອບໃຫ້ຫ້ອງການ ຄບຕ ເປັນຜູ້ຮັບຜິດຊອບດຳເນີນການ, ພະແນກກະສິກຳ ແລະ ປ່າໄມ້ ນວ ຮັບຜິດຊອບປະສານສົມທົບກັບພາກສ່ວນກ່ຽວຂ້ອງລົງເກັບກຳຂໍ້ມູນ, ອາຍຸ ຄຸນລັກສະນະ ແລະ ເຕັກນິກເກັບຮັກສາຕົ້ນໄມ້ດັ່ງກ່າວ.
ສ່ວນສະຖານທີ່ເກັບມ້ຽນໄມ້ດັ່ງກ່າວ ກອງປະຊຸມໄດ້ເອກະພາບຈະເອົາໄປເກັບຮັກສາໄວ້ຢູ່ເດີ່ນອານຸສາວະລີປະຕູໄຊ ແລະ ທ່ອນປາຍ, ກິ່ງງ່າຕົ້ນໄມ້ຈະເອົາເກັບມ້ຽນໄວ້ຢູ່ເດີ່ນຫ້ອງວ່າການປົກຄອງ ນວ ຊົ່ວຄາວ ແລະ ອີກຈຳນວນໜຶ່ງເກັບໄວ້ທີ່ຫໍພິພິຕະພັນໄມ້ພິສິດບ້ານດົງໝາກຄາຍ.
ຜ່ານການວິເຄາະເນື້ອໄມ້ ແກ່ນ ແລະ ໃບ ສາມາດລະບຸໄດ້ວ່າ: ເປັນໄມ້ກະຖິນຫູຊ້າງໃນວົງຕະກຸນ Fabaceae, ເຊິ່ງເປັນຕົ້ນໄມ້ຕ່າງຖິ່ນທີ່ນຳເຂົ້າມາປູກຢູ່ລາວ ແລະ ມີຖິ່ນກຳເນີດໃນທະວີບອາເມລິກາກາງ ແລະ ອາເມລິກາໃຕ້ ເປັນພືດໄມ້ຟຸມໃຫ້ເງົາ ມີຄວາມສູງສະເລ່ຍ 25-35 ແມັດ ຜ່ານການສັນນິຖານໄມ້ຊະນິດນີ້ເຂົ້າມາເຂດອາຊີລະຫວ່າງປີ 1890 ພົບເຫັນໃນ 6 ປະເທດຄື: ໄທ ມຽນມ້າ ກຳປູເຈຍ ອິນໂດເນເຊຍ ຫວຽດນາມ ແລະ ລາວ.
ສະເພາະປະເທດລາວເຮົາແມ່ນຄາດວ່ານຳເຂົ້າມາໄລຍະທີ່ຝຣັ່ງປົກຄອງແລ້ວນຳມາປູກປີ 1900, ເພາະໄລຍະນີ້ຝຣັ່ງເລີ່ມມີການຂະຫຍາຍ ແລະ ສ້າງສວນກ້າເບ້ຍໄມ້ໃນລາວ ການວິເຄະໂດຍອີງໃສ່ຄ່າສະເລ່ຍ ໂດຍນຳໃຊ້ສູດຄິດຄະນິດສາດພື້ນຖານຕົ້ນກະຖິນຫູຊ້າງນີ້ແມ່ນອາຍຸແກ່ຫຼາຍແລ້ວ, ເຊິ່ງມີອາຍຸປະມານ 135 ປີ ແລະ ຕາມປົກກະຕິທົ່ວໄປຕົ້ນໄມ້ຊະນິດນີ້ມີອາຍຸສະເລ່ຍ 100-150 ປີ ໂດຍອີງຕາມສະພາບແວດລ້ອມ.
ທີ່ມາ: ວສລ