spot_img
Homeຂ່າວພາຍ​ໃນພວມເລັ່ງແກ້ໄຂ ບັນຫາຫລາຍການລະເມີດລະບຽບການ ແລະ ກົດໝາຍ ຂອງກິດຈະການຂຸດຄົ້ນແຮ່ທາດ

ພວມເລັ່ງແກ້ໄຂ ບັນຫາຫລາຍການລະເມີດລະບຽບການ ແລະ ກົດໝາຍ ຂອງກິດຈະການຂຸດຄົ້ນແຮ່ທາດ

Published on

ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ 2024 ຜ່ານມາ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ໄດ້ຊີ້ແຈງ ແລະ ຕອບຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ຕໍ່ບັນຫາການດໍາເນີນກິດຈະການໃນເຂດຍອດນໍ້າ, ຕາມສາຍນໍ້າ ທີ່ພາໃຫ້ມີບັນຫານໍ້າຂຸນ ໂດຍທ່ານໄດ້ຊີ້ແຈງວ່າ: ບັນຫານີ້, ແມ່ນພົວພັນກັບການບໍ່ປະຕິບັດຕາມຂັ້ນຕອນຂອງລະບຽບການ ແລະ ກົດໝາຍ, ຂໍ້ຈໍາກັດໃນການເຂົ້າເຖິງເຂດທີ່ຢູ່ໃນເຂດຫ່າງໄກເຂົ້າເຖິງໄດ້ຍາກ ເພື່ອຕິດຕາມການຈັດຕັ້ງປະຕິບັດເຕັກນິກ, ວຽກລື່ນຄົນ, ການສວຍໃຊ້ ການອະນຸຍາດຄົນອື່ນມາຂຸດຄົ້ນ ແລະ ອື່ນໆ.

ແຕ່ເຖິງຢ່າງໃດກໍດີ, ວຽກນີ້ ກໍບໍ່ໄດ້ປະປ່ອຍ ຫລື ເມີນເສີຍໄດ້, ທັນທີທີ່ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຮັບຂໍ້ມູນ ກໍໄດ້ເອົາໃຈໃສ່ລົງຕິດຕາມ ເຄື່ອນໄຫວລົງສູ່ຈຸດບັນຫາໃຫ້ໄວເທົ່າທີ່ຈະໄວໄດ້. ໃນຊຸມປີຜ່ານມາ, ສາຍດ່ວນກະຊວງພະລັງງານ ແລະ ບໍ່ແຮ່ 1506 ກໍໄດ້ມີອັດຕາການນໍາໃຊ້ບໍລິການທີ່ສູງຂຶ້ນ ເຮັດໃຫ້ພະນັກງານກົມກວດກາຂອງກະຊວງ ມີວຽກງານທີ່ພົວພັນເພີ່ມຂຶ້ນຈໍານວນຫລາຍ. ແນ່ນອນວ່າຂະແໜງການ ພບ ກໍເອົາໃຈໃສ່ຢາກແກ້ໄຂບັນຫາໃຫ້ໄວ ເຊິ່ງກໍຕ້ອງການການຊ່ວຍເຫລືອ ຈາກຫລາຍພາກສ່ວນ ແລະ ການລາຍງານສົ່ງຂ່າວສະພາບຜົນກະທົບຕ່າງໆ. ເຊື່ອໝັ້ນວ່າການປັບປຸງແຜນການແບ່ງຄວາມຮັບຜິດຊອບ, ສ້າງໜ້າວຽກທີ່ຊັດເຈນພາຍໃນຂະແໜງການລະຫວ່າງສູນກາງ ແລະ ທ້ອງຖິ່ນທັງເປັນການສ້າງຄວາມເຂັ້ມແຂງ ໃນວຽກງານຄໍາຮ້ອງ-ຄໍາສະເໜີ ໃຫ້ແກ່ຂະແໜງການທ້ອງຖິ່ນ ຈະເປັນຕົວຊ່ວຍສໍາຄັນໃນການປ້ອງກັນບັນຫາ.

ສຳລັບ, ບັນຫາການຮັບປະກັນໃຫ້ຊຸມຊົນໄດ້ຮັບປະໂຫຍດ ແລະ ໃຫ້ໄດ້ມີສ່ວນຮ່ວມນັ້ນ ພວກເຮົາມີດໍາລັດກ່ຽວກັບທຶນພັດທະນາຊຸມຊົນໄດ້ຖືກຮັບຮອງໂດຍລັດຖະບານ ໃນເດືອນສິງຫາ ປີຜ່ານມາ ເຊິ່ງໄດ້ກໍານົດຫລັກການ ແລະ ກົນໄກໃນການນໍາໃຊ້ພັນທະທຶນພັດທະນາຊຸມຊົນຂອງໂຄງການ ແລະ ການມີສ່ວນຮ່ວມຂອງພາກລັດ ແລະ ພາກປະຊາຊົນໃນການຕິດຕາມ ແລະ ລາຍງານຜົນຂອງການນໍາໃຊ້ ແລະ ຈັດຕັ້ງປະຕິບັດແຜນພັດທະນາຊຸມຊົນທີ່ຕິດພັນກັບໂຄງການແຮ່ທາດ, ກະຊວງ ພບ ຍັງຈະໄດ້ລົງເລິກຕິດຕາມ; ການທົບທວນແນວຄິດ ແລະ ວິທີການ ເພື່ອກໍານົດເປັນເງື່ອນໄຂ ການອະນຸຍາດລົງທຶນໃນກິດຈະການແຮ່ທາດ ທີ່ພົວພັນກັບໜ້າທີ່ຂອງໂຄງການ ເປັນຫລັກໃນການພັດທະນາເຂດຊຸມຊົນ, ເຂດຈຸດສຸມ, ເຂດທຸກຍາກນັ້ນ ເປັນວຽກທີ່ຕ້ອງໄດ້ຮ່ວມກັນປຶກສາຫາລືຢ່າງລະອຽດ ແລະ ມີການຕີລາຄາເພາະເຫັນວ່າພົວພັນເຖິງຫລັກການ ແລະ ວິທີການລົງທຶນ ເຊິ່ງຍັງພົວພັນກັບການພິຈາລະນາຮັບຮອງບົດສຶກສາຄວາມເປັນໄປໄດ້ ທາງດ້ານເສດຖະກິດຂອງໂຄງການ.

ແຫຼ່ງຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...