spot_img
Homeຂ່າວຕ່າງປະເທດຍີ່ປຸ່ນເຝົ້າລະວັງເຊື້ອໂຣກແບັກທີເຣຍກິນເນື້ອໜັງ ລະບາດໜັກ ພົບຜູ້ປ່ວຍທຸບສະຖິຕິ

ຍີ່ປຸ່ນເຝົ້າລະວັງເຊື້ອໂຣກແບັກທີເຣຍກິນເນື້ອໜັງ ລະບາດໜັກ ພົບຜູ້ປ່ວຍທຸບສະຖິຕິ

Published on

ສະຖາບັນໂຣກຕິດເຊື້ອແຫ່ງຊາດຂອງຍີ່ປຸ່ນອອກຖະແຫຼງການໃນວັນທີ 11 ມິຖຸນາ 2024 ຜ່ານມາ, ກ່ຽວກັບໂຣກແບັກທີເຣຍກິນເນື້ອໜັງ (flesh-eating Bacteria) ຫຼື ເອີ້ນວ່າແບັກທີເຣຍກິນຊີ້ນຄົນກຳລັງລະບາດຢ່າງໄວວາໃນຍີ່ປຸ່ນ ໂດຍພົບຜູ້ປ່ວຍຈາກການຕິດເຊື້ອ (Streptococcus) ສະເຕັບໂຕຄໍລັດ ກໍຄືເຊື້ອແບັກທີເຣຍວົງກົມ ກຸ່ມA ເຊິ່ງກໍ່ໃຫ້ເກີດໂຣກ ແບັກທີເຣຍກິນເນື້ອໜັງ ລວມແລ້ວເຖິງ 977 ຄົນ ໃນຊ່ວງໄລຍະ 6 ເດືອນຕົ້ນປີ 2024 ເຊິ່ງເປັນສະຖິຕິຈຳນວນຫຼາຍທີ່ສຸດໃນປະຫວັດສາດຍີ່ປຸ່ນ ນັບຕັ້ງແຕ່ມີການລາຍງານພົບຜູ້ປ່ວຍຕິດເຊື້ອແບັກທີເຣຍກິນເນື້ອໜັງສູງສຸດເປັນຄັ້ງທຳອິດໃນປີ 1999.

ສື່ໃນຍີ່ປຸ່ນ Minichi ລາຍງານວ່າ: ໃນຈຳນວນແຂວງທີ່ພົບຜູ້ປ່ວຍໂຣກແບັກທີເຣຍກິນເນື້ອໜັງນັ້ນລວມທັງນະຄອນໂຕກຽວ ເມືອງຫຼວງຂອງຍີ່ປຸ່ນ ເຊິ່ງພົບຜູ້ປ່ວຍໂຣກແບັກທີເຣຍກິນເນື້ອໜັງສູງສຸດເຖິງ 145 ຄົນ.

ທັງນີ້ໂຣກແບັກທີເຣຍ ກິນເນື້ອໜັງ ຫຼື ໂຣກເນື້ອເໜົ່າ ເປັນໂຣກທີ່ທີການລະບາດຢ່າງໄວວາ, ຮຸນແຮງ ແລະ ມີອັດຕາການເສຍຊີວິດສູງ ສະເລ່ຍຢູ່ຮ້ອຍລະ 32.2 ແລະ ຜູ້ປ່ວຍທີ່ມີໂຣກປະຈຳຕົວມີໂອກາດເສຍຊີວິດຫຼາຍຂຶ້ນ ທາງດ້ານຜູ້ຊ່ຽວຊານດ້ານໂຣກຕິດເຊື້ອທີ່ມະຫາວິທະຍການແພດໃນຍີ່ປຸ່ນ ຍັງເຕືອນວ່າ: ຄົນທີ່ມີບາດຢູ່ຕີນ ສາມາດເຮັດໃຫ້ມີຄວາມອ່ອນເພຍ ເປັນພິດໃນການຕິດເຊື້ອແລ້ວກໍ່ເປັນໂຣກແບັກທີເຣຍກິນເນື້ອໜັງ.

ແຫຼ່ງຂ່າວ: Thairath 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...