spot_img
Homeຂ່າວພາຍ​ໃນກອງປະຊຸມສະໄໜສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໜສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ

Published on

ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 10 ມິຖຸນາ 2024 ພາຍໃຕ້ການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໂດຍມີທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ບັນດາການນຳ ພັກ-ລັດ, ອະດີດການນຳ ພັກ-ລັດ, ພ້ອມດ້ວຍ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ເຂົ້າຮ່ວມ ເຊິ່ງກອງປະຊູມດັ່ງກ່າວ, ຈະໄດ້ດຳເນີນໄປຈົນຮອດວັນທີ 2 ກໍລະກົດ 2024 ຢູ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ, ນະຄອນຫລວງວຽງຈັນ.

ທ່ານ ໄຊສົມພອນ ພົມວິຫານ ໄດ້ຂຶ້ນກ່າວສູນທອນພົດ ເປີດກອງປະຊຸມ ຢ່າງເປັນທາງການ ໂດຍມີບາງຕອນໃຫ້ຮູ້ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ພິຈາລະນາ ແລະ ຮັບຮອງເອົາຫລາຍບັນຫາສຳຄັນພື້ນຖານຂອງປະເທດຊາດ ເປັນຕົ້ນວຽກງານຂອງລັດຖະບານໄດ້ຮັບຟັງບົດລາຍງານໂດຍສັງເຂບຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາຕິດພັນການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ໄລຍະ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ 2024; ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ບົດລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ແລະ ບົດລາຍງານການຈັດຕັ້ງປະຕິບັດແຜນເງິນຕາໄລຍະ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ 2024.

ພ້ອມທັງ ຮັບຟັັງບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດບັນດາໂຄງການລົງທຶນແຮ່ທາດ ໃນໄລຍະຜ່ານມາ ແລະ ກຳນົດແຜນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃນຕໍ່ໜ້າຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 95/ສພຊ, ລົງວັນທີ 18 ກໍລະກົດ 2023 ວ່າດ້ວຍການຮັບຮອງເອົາວິໄສທັດ ຮອດປີ 2040 ແລະ ຍຸດທະສາດການພັດທະນາແຮ່ທາດ ຮອດປີ 2030; ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 82/ສພຊ, ລົງວັນທີ 30 ທັນວາ 2022; ບົດລາຍງານຂອງອົງການກວດສອບແຫ່ງລັດກ່ຽວກັບການແກ້ໄຂຜົນການກວດສອບ ປະຈຳປີ 2022; ບົດລາຍງານກ່ຽວກັບການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຫາ ເທື່ອທີ 7 ແລະ ແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ແລະ ບົດລາຍງານກ່ຽວກັບການກະກຽມ ປັບປຸງບາງເນື້ອໃນລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປີ 2015.

ພ້ອມນີ້, ຍັງຈະໄດ້ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍຈຳນວນ 13 ສະບັບ. ໃນນີ້, ມີກົດໝາຍສ້າງໃໝ່ 2 ສະບັບຄື: ຮ່າງກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາ; ຮ່າງກົດໝາຍວ່າດ້ວຍສະຫະກອນ ແລະ ຈະພິຈາລະນາ ຮັບຮອງເອົາ ກົດໝາຍປັບປຸງ 11 ສະບັບຄື: ກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານເຊື້ອເຮສໄອວີ/ພະຍາດເອດ; ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ; ກົດໝາຍວ່າດ້ວຍການຕ້ານສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ; ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ; ກົດໝາຍວ່າດ້ວຍການທ່ອງທ່ຽວ; ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ; ກົດໝາຍວ່າດ້ວຍ ການສະກັດກັ້ນ ແລະ ຕ້ານອັກຄີໄພ; ກົດໝາຍວ່າດ້ວຍ ການຕ້ານການສໍ້ລາດບັງຫລວງ; ກົດໝາຍວ່າດ້ວຍ ສະພາແຫ່ງຊາດ; ກົດໝາຍວ່າດ້ວຍ ສະພາປະຊາຊົນຂັ້ນແຂວງ ແລະ ກົດໝາຍວ່າດ້ວຍ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ. ນອກນັ້ນ, ກອງປະຊຸມຄັ້ງນີ້, ຍັງຈະໄດ້ຮັບຟັງການຊີ້ແຈງ ຂອງສະມາຊິກລັດຖະບານ ແລະ ພາກສ່ວນກ່ຽວຂ້ອງຈຳນວນໜຶ່ງ ຕໍ່ຄຳຊັກຖາມ ຂອງບັນດາສະມາຊິກສະພາແຫ່ງຊາດ.

ແຫຼ່ງຂ່າວຈາກ: ປະເທດລາວ

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...