spot_img
Homeຂ່າວຕ່າງປະເທດໂປະແຕກ! ນ້ຳຕົກທີ່ສູງທີ່ສຸດໃນອາຊີ ໃຊ້ທໍ່ຕໍ່ເພື່ອປ່ອຍນ້ຳປະປາ

ໂປະແຕກ! ນ້ຳຕົກທີ່ສູງທີ່ສຸດໃນອາຊີ ໃຊ້ທໍ່ຕໍ່ເພື່ອປ່ອຍນ້ຳປະປາ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 6 ມິຖຸນາ 2024 ກ່ຽວກັບປະເດັນຮ້ອນທີ່ເກີດຂຶ້ນຫຼັງຈາກມີນັກທ່ອງທ່ຽວໄດ້ປີນຂຶ້ນໄປເທິງນໍ້າຕົກຫຍຸນໄຖຊານ ເຊິ່ງເປັນນໍ້າຕົກຊື່ດັງໃນອຸດທະຍານແຫ່ງຊາດຂອງຈີນ ແລ້ວພົບວ່າມີການໃຊ້ທໍ່ເພື່ອປ່ອຍນ້ຳປະປາ ຂະນະທີ່ຜູ້ຈັດການອຸດທະຍານຍອມຮັບ ປັບປຸງປະລິມານນ້ຳຕົກເລັກນ້ອຍໃນຊ່ວງລະດູແລ້ງ.

ນ້ຳຕົກຫຍຸນໄຖ ເປັນນ້ຳຕົກຊື່ດັ່ງໃນມົນທົນເຫີໜານ ທາງພາກກາງຂອງປະເທດຈີນ ໄດ້ກາຍເປັນກະແສວິພາກວິຈານຈາກສັງຄົມຫຼັງຈາກມີຄລິບທີ່ໄດ້ຮັບຄວາມນິຍົມ ແລະ ໄດ້ແຊຣອອກໄປຢ່າງຫຼວງຫຼາຍນັບຕັ້ງແຕ່ວັນຈັນທີ 3 ມິຖຸນາ 2024 ຜ່ານມາ, ເນື່ອງຈາກມີນັກທ່ອງທ່ຍວໄດ້ບັນທຶກພາບ ແລະ ເຜີຍໃຫ້ເຫັນວ່າ: ນ້ຳຕົກຫຍຸນໄຖຊານ ທີ່ທາງກະຊງວັດທະນະທຳ ແລະ ການທ່ອງທ່ຽວຂອງຈີນຈັດໃຫ້ເປັນອຸດທະຍານແຫ່ງຊາດລະດັບເກດ AAAAA ປາກົດວ່າມີນ້ຳໄຫຼອອກມາຈາກທໍ່ສົ່ງນ້ຳ ທີ່ບໍ່ແມ່ນມາຈາກແຫຼ່ງທຳມະຊາດ.

ທາງດ້ານຜູ້ຈັດການອຸດທະຍານແຫ່ງຊາດຫຍຸນໄຖ ໄດ້ອອກມາສະແດງຄວາມຄິດເຫັນໂດຍລະບຸວ່າ: ການປ່ຽນແປງທີ່ເກີດຂຶ້ນໃນຊ່ວງລະດູແລ້ງ ເຮັດໃຫ້ມີຄວາມຈຳເປັນຕ້ອງເສີມປະລິມານນ້ຳ ເຊິ່ງນ້ຳຕົກບໍ່ສາມາດຮັບປະກັນຕໍ່ນັກທ່ອງທ່ຽວໄດ້ວ່າຈະສວຍງາມທີ່ສຸດໃນທຸກລະດູ ເຊິ່ງເຈົ້າໜ້າທີ່ອຸດທະຍານແຫ່ງຊາດນ້ຳຕົກຫຍຸນໄຖຍອມຮັບວ່າມີການປັບປຸງເລັກນ້ອຍໃນຊ່ວງໜ້າແລ້ງ.

ແຫຼ່ງຂ່າວ: CNN

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...