spot_img
Homeຂ່າວພາຍ​ໃນນະຄອນຫລວງວຽງຈັນ ພວມເລັ່ງແກ້ໄຂບັນຫານໍ້າເປື້ອນພາຍໃນຕົວເມືອງ

ນະຄອນຫລວງວຽງຈັນ ພວມເລັ່ງແກ້ໄຂບັນຫານໍ້າເປື້ອນພາຍໃນຕົວເມືອງ

Published on

ປັດຈຸບັນ ບັນຫານ້ຳເປື້ອນໃນຕົວເມືອງຂອງນະຄອນຫຼວງ ວຽງຈັນແມ່ນເປັນບັນຫາທີ່ມີຄວາມທ້າທ້າຍ ເພາະນ້ຳເປື້ອນທີ່ປ່ອຍອອກມາສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນ, ສັງຄົມ ແລະ ສິ່ງແວດລ້ອມ ຮຸ່ນແຮງຂຶ້ນເລື່ອຍໆ ອັນເນື່ອງມາຈາກການເພິ່ມຂຶ້ນຂອງປະຊາກອນຢ່າງໄວວາ, ການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ເຮັດໃຫ້ມີການຊົມໃຊ້ນໍ້າປະປາເພີ່ມຂຶ້ນ ແລະ ກາຍ ເປັນນໍ້າເປື້ອນ, ນອກຈາກນີ້ ເຕັກໂນໂລຢີຂອງລະບົບບຳບັດທີ່ມີຢູ່ໃນປັດຈຸບັນ ກໍ່ຄື ຂຸມບໍາບັດນໍ້າເປື້ອນຄົວເຮືອນ ຫຼື Septic Tank ແມ່ນບໍ່ໄດ້ຕາມມາດຕະຖານສິ່ງແວດລ້ອມແຫ່ງຊາດທີ່ກຳນົດໄວ້ ເພື່ອແກ້ໄຂບັນຫານໍ້າເປື້ອນທີ່ສົ່ງກິນເໝັນໃຫ້ແກ່ຕົວ ເມືອງ, ລັດຖະບານ ກໍ່ຄື ນະຄອນຫຼວງວຽງຈັນໄດ້ຕົກລົງ ກູ້ຢືມເງິນແບບບໍ່ມີດອກເບ້ຍ ໃນກອບການຮ່ວມມື 2 ລັດຖະບານ ໄລ ຍະ 3 ຈາກລັດຖະບານ ຮົງກາລີ ໃນຊ່ວງທ້າຍປີ 2017 ຈຳນວນເງິນ 100,000,000 ໂດລາສະຫາລັດ ແລະ ນໍາໃຊ້ເຂົ້າໃນການ ກໍ່ສ້າງລະບົບບໍາບັດນໍ້າເປື້ອນ ປະມານ 70,000,000 ໂດລາສະຫາລັດ.

ທ່ານ ປອ. ສົມໃຈຫວັງ ເດດອຸດົມ, ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ພາຍຫຼັງເຊັນສັນຍາເງິນກູ້, ຕົ້ນປີ 2018 ໂຄງການກໍ່ສ້າງໂຮງງານບໍາບັດນໍ້າເປື້ອນນະຄອນຫຼວງ ວຽງຈັນ ໄດ້ເລີ່ມສຶກສາຄວາມເປັນໄປໄດ້, ການສໍາຫຼວດ-ອອກແບບ, ເຊິ່ງໂຄງ ການໄດ້ສຸ່ມໃສ ການກໍ່ສ້າງ 2 ໜ້າວຽກຫຼັກ ຄື:

1). ການກໍ່ສ້າງຂະຫຍາຍໂຮງງານນ້ຳປະປາດົງບັງ ດ້ວຍກຳລັງການຜະລິດ 24,000 ແມັດກ້ອນ/ມື້ ການກໍ່ສ້າງໄດ້ເລີ່ມຂຶ້ນໃນປີ 2020 ແລະ ສໍາເລັດ 100% ພ້ອມທັງຈັດພິທີມອບ-ຮັບໃນເດືອນ ເມສາ 2023.

2). ການກໍ່ສ້າງລະບົບບຳບັດນ້ຳເປື້ອນນະຄອນຫຼວງວຽງຈັນ ໄດ້ເລີ່ມກໍ່ສ້າງໃນເດືອນ ມັງກອນ 2023 ເຊິ່ງແບ່ງອອກເປັນ 2 ໜ້າວຽກຍ່ອຍ ຄື: 1). ໂຮງງານບຳບັດນ້ຳເປື້ອນ ແລະ 2). ລະບົບສາຍທໍ່ສົ່ງນໍ້າເປື້ອນ ແລະ ປໍ້າສູບສົ່ງ ມາຮອດເດືອນພຶດສະພາ 2024 ສຳຫຼັບໂຮງງານບຳບັດນ້ຳເປື້ອນແມ່ນປະຕິບັດ ສຳເລັດໄດ້ 42.78% ແລະ ລະບົບສາຍທໍ່ສົ່ງນ້ຳເປື້ອນແມ່ນສໍາເລັດ 62.98% ແລະ ມີຄວາມຄືບໜ້າທັງ ໝົດໂຄງການ ປະມານ 65% ຂອງແຜນການ.

ທ່ານ ປອ. ສົມໃຈຫວັງ ເດດອຸດົມ ໃຫ້ຮູ້ຕື່ມວ່າ: ເພື່ອໃຫ້ສໍາເລັດຕາມຄາດ ໝາຍທີ່ກໍານົດໄວ້ ໃນ ປີ 2025 ນີ້ ທາງໂຄງການ ຈຶຶ່ງມີຄວາມຈຳເປັນຕ້ອງໄດ້ຕັດທາງເບຕົງ, ທາງປູຍາງ ຈຳນວນໜຶ່ງ ຢູ່ເສັ້ນທາງ ຫົວຂົວ-ໂນນສະຫວ່າງ ເຊິ່ງຈະໄດ້ແບ່ງເປັນ 2 ຊ່ວງ ຄື: ຊ່ວງທີ1: ຈຸດຕໍ່ໜ້າຮ້ານເຝີຕົ້ນຕານ ແລະ ຊ່ວງທີ2: ແມ່ນທາງຮ່ອມເຂົ້າ ບ້ານ ໂຊກຄໍາ, (ຈາກເຝີຕົ້ນຕານ ຫາ ບ້ານ ໂນນຄໍ້ໃຕ້) ເມືອງ ໄຊເສດຖາ, ນັບຕັ້ງແຕ່ ວັນທີ 29 ພຶດສະພາ ຫາ ວັນທີ 21 ມິຖຸນາ 2024, ລວມທັງໝົດ ໃຊ້ເວລາ 24 ວັນ ເພື່ອວາງທໍ່ແຮງດັນສູງຂະໜາດທໍ່ 80 ຊມ.

ສະນັ້ນ, ຈຶ່ງຮຽກຮ້ອງ ແລະ ຂໍຄວາມຮ່ວມມືມາຍັງປະຊາຊົນ, ອໍານາດການປົກຄອງບ້ານ ແລະ ບັນດາຜູ້ຂັບຂີ່ລົດປະເພດຕ່າງໆ ຖ້າບໍ່ຈໍາເປັນໃຫ້ຫຼີກລ້ຽງເສັ້ນທາງດັ່ງກ່າວ ໂດຍສະເພາະລົດບັນທຶກທີ່ມີນ້ຳໜັກເກີນ 5 ໂຕນ ໃນຊ່ວງເວລາທີ່ກຳນົດດ້ວຍເພື່ອເຮັດໃຫ້ການກໍ່ສ້າງດໍາເນີໄປດ້ວຍດີ ແລະ ສໍາເລັດຕາມແຜນການທີ່ວາງໄວ້.

ແຫຼ່ງຂ່າວ: ວິທະຍຸກະຈາຍສຽງແຫ່ງຊາດລາວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...