Homeຂ່າວພາຍ​ໃນຈຳປາສັກບໍລິໂພກ,ຊື້-ຂາຍຊີ້ນງົວ-ຄວາຍໄດ້ແລ້ວ

ຈຳປາສັກບໍລິໂພກ,ຊື້-ຂາຍຊີ້ນງົວ-ຄວາຍໄດ້ແລ້ວ

Published on

ອີງຕາມແຈ້ງການພະແນກກະສິກຳ ແລະ ປ່າໄມ້ແຂວງຈຳປາສັກ ລົງເມື່ອວັນທີ 28 ພຶດສະພາ 2024 ກ່ຽວກັບ ອະນຸຍາດໃຫ້ເຄື່ອນຍ້າຍ, ບໍລິໂພກ, ຊື້-ຂາຍ ຊີ້ນງົວ, ຄວາຍ, ແກະ, ແບ້ ຢູ່ແຂວງຈຳປາສັກ ຫຼັງຈາກທີ່ການລະບາດຂອງເຊື້ອພະຍາດໄຂ້ເລືອດດຳໃນໄລຍະ 2-3 ເດືອນທີ່ຜ່ານມາ.

อาจเป็นรูปภาพของ ข้อความ

ທ່ານ​ ຄໍາ​ ນິລາວົງ​ ຮັກສາການ​ຫົວໜ້າ​ພະແນກກະສິກຳ ແລະ ປ່າໄມ້ແຂວງ​ ກ່າວວ່າ: ເນື່ອງຈາກໃນຜ່ານມາ ເກີດມີການລະບາດຂອງພະຍາດສັດ ເຊິ່ງເລີ່ມແຕ່ ວັນທີ 15 ກຸມພາ 2024,​ ເບື້ອງຕົ້ນແມ່ນພົບເຫັນການເກີດພະຍາດໃນ 3 ບ້ານຂອງເມືອງຈໍາປາສັກ ​ຄື: ບ້ານໃໝ່ກາງ, ບ້ານຈິກທາງໂງ ແລະ ບ້ານໜອງຫີນ.​ ຕໍ່ມາພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ລົງຕິດຕາມເກັບກຳຂໍ້ມູນ ພົບສັດຕາຍຢູ່ໃນ 6 ເມືອງ ຄື: ເມືອງຈຳປາສັກ, ສຸຂຸມາ, ໂພນທອງ, ຊະນະສົມບູນ, ປະທຸມພອນ, ເມືອງໂຂງ ແລະ ນະຄອນປາກເຊ​ ລວມມີ 21​ ບ້ານ, ມີສັດຕາຍ 144 ໂຕ,​ ໃນນັ້ນ ຄວາຍ 16 ໂຕ, ງົວ 128 ໂຕ.​

อาจเป็นรูปภาพของ ข้อความ

ຈາກສະພາບການດັ່ງກ່າວ ພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ເອົາໃຈໃສ່ເຝົ້າລະວັງຢ່າງໃກ້ຊິດ ໂດຍໄດ້ອອກແຈ້ງການ ເລກທີ 387/ກປຂ.ຈສ, ລົງວັນທີ 7 ມີນາ 2024; ກ່ຽວກັບ​ການເພີ່ມທະວີເຝົ້າລະວັງພະຍາດສັດ ແລະ ການຫ້າມບໍລິໂພກ, ການເຄື່ອນຍ້າຍສັດຢູ່ໃນເຂດທີ່ມີການລະບາດ, ຈາກການຕິດຕາມມາຮອດປະຈຸບັນ ສະພາບການລະບາດຂອງພະຍາດສັດແມ່ນໄດ້ຢຸດຕິລົງແລ້ວ ແລະ ໄດ້ຮັບການຢັ້ງຢືນ ສະພາບທາງດ້ານສຸຂະພາບຂອງສັດ ໃນ 9 ເມືອງ,​ ນະຄອນປາກເຊ ແມ່ນເຂົ້າສູ່ ສະພາບປົກກະຕິ.

อาจเป็นรูปภาพของ 5 คน และ ข้อความ

ຍ້ອນ​ແນວນັ້ນ,​ ພະແນກກະສິກຳ ແລະ ປ່າໄມ້ ອອກແຈ້ງການ​ ອະນຸຍາດໃຫ້ສາມາດເຄື່ອນຍ້າຍສັດ, ການບໍລິໂພກ ແລະ ການຊື້​ – ຂາຍສັດ ປະເພດງົວ​ – ຄວາຍ, ແກະ, ແບ້ ຢູ່ແຂວງຈຳປາສັກ; ແຕ່ການເຄື່ອນຍ້າຍສັດ ຕ້ອງໄດ້ຮັບການຢັ້ງຢືນ ຫຼື ປະກອບເອກະສານເຄື່ອນຍ້າຍສັດ ໃຫ້ຄົບຖ້ວນ, ຖືກຕ້ອງຕາມຂັ້ນຕອນ, ລະບຽບການທີ່ກຳນົດໄວ້​. ແນວໃດກໍ​ຕາມ,​ ຂະແໜງຄວບຄຸມພະຍາດຕິດຕໍ່ ກໍຍັງສືບຕໍ່ຕິດຕາມເຝົ້າລະວັງກໍລະນີໃໝ່ ໂດຍອີງໃສ່ລະບົບເຝົ້າລະວັງປົກກະຕິ​ ແລະ​ ລົງໃຫ້ສຸຂະສຶກສາ ເພື່ອໃຫ້ຄວາມຮູ້ກ່ຽວກັບພະຍາດໄຂ້ເລືອດດໍາ​ ແກ່ປະຊາຊົນໃນບ້ານທີ່ເກີດການລະບາດ ແລະ ບ້ານທີ່ມີການບໍລິໂພກຊີ້ນງົວຕາຍດັ່ງກ່າວ​ ເພື່ອບໍ່ໃຫ້ປະຊາຊົນເອົາຊີ້ນງົວທີ່ຕາຍແລ້ວມາບໍລິໂພກອີກ.​

ຂ່າວ​-ພາບ​: ທູນທອງໃຈ, ໜັງສືພິມຈຳປາໃໝ່

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...