ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາພັກ ແລະ ແນວລາວຮັກຊາດ ໃນຂ້ອນຄືນ ຂອງວັນທີ 23 ພຶດສະພາ 1960, ເວລາ 24:30 ນາທີ ຫຼື ເວລາ 00:30 ນາທີ ຂອງວັນທີ 24 ພຶດສະພາ 1960. ພາຍຫຼັງທີ່ ບັນດາຜູ້ນຳ ແລະ ພະນັກງານ ແນວລາວຮັກຊາດ ຖືກຈັບກຸມຄຸມຂັງ ໃນ ວັນທີ 28 ກໍລະກົດ 1959.
ບັນດາຜູ້ນຳ (ຜູ້ແທນແນວລາວຮັກຊາດ) ທີ່ຖືກຈັບ ລວມ ມີ 7 ສະຫາຍຄື: ສະຫາຍ ສຸພານຸວົງ, ສະຫາຍ ໝູຮັກ ພູມສະຫວັນ, ສະຫາຍ ພູມີ ວົງວິຈິດ, ສະຫາຍ ພູນ ສີປະເສີດ, ສະຫາຍ ສີຊະນະ ສີສານ, ສະຫາຍ ຄຳຜາຍ ບຸບຜາ, ສະຫາຍ ສີທົນ ກົມມະດຳ.
ສ່ວນພະນັກງານ, ທະຫານ ແນວລາວຮັກຊາດ 9 ຄົນ ທີ່ເຂົ້າຮ່ວມ ເປັນຂ້າລາຊະການ ໃນກົງຈັກລັດຖະບານປະສົມ ກໍຖືກຈັບເຊັ່ນດຽວກັນ ຊຶ່ງມີ: ສະຫາຍ ສິງກະໂປ ສີໂຄດຈຸນລະມະນີ, ສະຫາຍ ມາ ໄຂຄຳພິທູນ, ສະຫາຍ ໝື່ນ ສົມວິຈິດ, ສະຫາຍ ເພົ້າ ພິມພະຈັນ, ສະຫາຍ ຄຳເພັດ ພົມມະວັນ, ສະຫາຍ ມະຫາ ສົມບູນ ວົງໜໍ່ບຸນທຳ, ສະຫາຍ ບົວສີ ຈະເລີນສຸກ, ທ້າວ ພູເຂົາ, ທ້າວ ມານະ ລວມເປັນທັງໝົດ 16 ສະຫາຍ.
ໃນໄລຍະເກືອບ 10 ເດືອນ ທີ່ຖືກຈັບກຸມຄຸມຂັງນັ້ນ, ຊີວິດ ແລະ ໂຊກຊາຕາກຳ ຂອງ ບັນດາຜູ້ນຳ ແລະ ພະນັກງານ ແນວລາວຮັກຊາດ ທັງ 16 ທ່ານ ສຸດທີ່ສ່ຽງໄພ, ອັນຕະລາຍ, ເພາະວ່າຝ່າຍສັດຕູ ຄາດໝາຍໄວ້ ໃນຈຳນວນບັນດາ ຜູ້ນຳບຸກຄົນສຳຄັນໆ ປະມານ 8 – 9 ຄົນ ຈະໄດ້ຖືກ ປະຫານຊີວິດ.
ນອກນັ້ນຈະໄດ້ ຖືກຕັດສິນ ຂັງຄຸກຕະຫຼອດຊີວິດ. ຈາກນັ້ນ, ພວກເຂົາໄດ້ມີ ແຜນຕັ້ງສານພິເສດ ສະເພາະ ເພື່ອເອົາບັນດາ ຜູ້ນຳແນວລາວຮັກຊາດ ອອກຕັດສິນ ບໍ່ໃຫ້ກາຍເວລາ 1 ເດືອນ ນັບຕັ້ງແຕ່ ມື້ຄະນະລັດຖະບານຫຸ່ນ ໄດ້ຕົກລົງເປັນເອກະພາບກັນ.
ເມື່ອຮູ້ແຈ້ງເຖິງທາດແທ້ປະຕິການ ແລະ ແຜນການດັ່ງກ່າວຂອງຝ່າຍສັດຕູ, ສະຫາຍ ໄກສອນ ພົມວິຫານ ຜູ້ນຳສູນກາງພັກ ໄດ້ໃຫ້ທິດຊີ້ນຳວ່າ: “ຕ້ອງເອົາຜູ້ນຳ ອອກຈາກຄຸກ ບໍ່ໃຫ້ກາຍເດືອນ 5 ປີ 1960 ເປັນອັນຂາດ, ຖ້າມື້ໃດມີ ໂອກາດອຳນວຍ ແລະ ຮັບປະກັນ ແມ່ນເປັນມື້ຕັດສິນ ການໂຕນຄຸກ”. ສຳລັບບັນດາຜູ້ນຳ ເຖິງວ່າເພິ່ນຈະຖືກກັກຂັັງກໍຕາມ ແຕ່ບໍ່ໄດ້ລົດລະ ຄວາມພະຍາຍາມ ໃນການຫາວີທີ ແລະ ຊ່ອງທາງ ເພື່ອໃຫ້ຫຼຸດພົ້ນ ອອກຈາກການກະທຳ ອັນຜະເດັດການທີ່ສຸດນີ້ ໂດຍພວກເພິ່ນ ໄດ້ເອົາໃຈ ໃສ່ ຢ່າງສຸດຂີດ ຄວາມສາມາດ ໃນການສຶກສາອົບຮົມແກ່ ສາລະວັດຕຳຫຼວດ ແລະ ສາລະວັດທະຫານ ໃຫ້ເຂົ້າໃຈແຈ້ງ ຕໍ່ແນວທາງ ອັນຖືກຕ້ອງເປັນທຳ ຂອງແນວລາວຮັກຊາດ ພ້ອມນັ້ນກໍໄດ້ຊີ້ແຈງ ໃຫ້ເຫັນເຖິງທາດແທ້ ຄວາມໂຫດຮ້າຍສາມານ ຂອງລັດທິຈັກກະພັດແບບໃໝ່ ຈົນໃນທີ່ສຸດ ສາລະວັດ ດັ່ງກ່າວກໍຍອມ ເຂົ້າຮ່ວມການຕໍ່ສູ້ ກັບຝ່າຍກຳລັງຮັກຊາດ.
ດ້ວຍເຫດນັ້ນ ຈຶ່ງມີການວາງແຜນ ໃນການຕິດຕໍ່ພົວພັນ ທາງລັບລະຫວ່າງ ນອກ ແລະ ໃນຄຸກ ຢ່າງປິດລັບທີ່ສຸດ ເພື່ອຈະໂຕນຄຸກ ອອກໄປສູ່ເຂດທີ່ໝັ້ນ ຂອງ ການປະຕິວັດ. ເມື່ອແຜນການ ເປັນໄປຕາມເປົ້າໝາຍ ທີ່ຖືກກຳນົດໄວ້ ເວລາທ່ຽງຄືນຂອງວັນທີ 23 ພຶດສະພາ 1960 ຜູ້ນຳພັກ-ແນວລາວຮັກຊາດ ໄດ້ໂຕນໜີ ອອກຈາກຄຸກໂພນເຄັງ ໄປສູ່ເຂດທີ່ໝັ້ນ ຂອງການປະຕິວັດ ດ້ວຍຄວາມປອດໄພທຸກປະການ.
ຂໍ້ມູນປະຫວັດມາຈາກ: ຂປລ