spot_img
Homeຂ່າວພາຍ​ໃນພຣະທີ່ພົບຢູ່ດອນເຜີ້ງຄຳ ອາດມີອາຍຸຫຼາຍກວ່າ 500 ປີ

ພຣະທີ່ພົບຢູ່ດອນເຜີ້ງຄຳ ອາດມີອາຍຸຫຼາຍກວ່າ 500 ປີ

Published on

ຮອງຫົວໜ້າ ກົມມໍລະດົກ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຍັ້ງຢືນວ່າ: ຈາກຫຼັກຖານ ແລະ ຮ່ອງຮອຍທາງສິລະປະ ປະຫວັດສາດ ທີ່ພົບເຫັນ ໃນການຂຸດຄົ້ນພຣະພຸດທະຮູບຢູ່ດອນເຜິ້ງຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຊີ້ໃຫ້ເຫັນວ່າ ພຣະພຸດທະຮູບ ທີ່ຄົ້ນພົບນັ້ນ ມີຄວາມເກົ່າແກ່ແທ້ ແລະ ມີອາຍຸມາແລ້ວ ຫຼາຍກວ່າ 500 ປີ.

อาจเป็นรูปภาพของ ฝูงชน

ທ່ານ ທອງລິດ ຫຼວງໂຄດ ຮອງຫົວໜ້າກົມ ມໍລະດົກ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ສຳພາດກັບ ໜັງສືພິມວຽງຈັນທາຍ ກ່ຽວກັບຄວາມຄືບໜ້າ ແລະ ການພິສູດຄວາມເກົ່າແກ່ຂອງພຣະພຸດທະຮູບທີ່ຄົ້ນພົບ ໃນການຂຸດຄົ້ນພຣະພຸດທະຮູບຢູ່ດອນເຜິ້ງຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເພື່ອໃຫ້ຄວາມກະຈ່າງແຈ້ງກ່ຽວກັບຂໍ້ສົງໃສໃນສັງຄົມວ່າ ພຣະພຸດທະຮູບ ທີ່ຄົ້ນພົບນັ້ນມີຄວາມເກົ່າແກ່ແທ້ຫຼືບໍ່, ເຊິ່ງທ່ານໄດ້ ກ່າວວ່າ: ຈາກການຄົ້ນພົບທັງໝົດ ໃນທາງວິທະຍາສາດເຮົາຍັງບໍ່ສາມາດຢັ້ງຢືນໄດ້ວ່າ ພຣະພຸດທະຮູບທີ່ຄົ້ນພົບມານັ້ນມີອາຍຸຫຼາຍໜ້ອຍເທົ່າໃດແທ້, ເນື່ອງຈາກ ຂໍ້ຈຳກັດທາງດ້ານອຸປະກອນໃນການພິສູດ, ແຕ່ຈາກ ຮ່ອງຮອຍທາງສິລະປະ ປະຫວັດສາດເຮົາສາມາດສັນນິຖານໄດ້ວ່າ ພຣະພຸດທະຮູບທີ່ຄົ້ນພົບມານັ້ນມີຄວາມເກົ່າແກ່ ແລະ ມີອາຍຸມາຫຼາຍຮ້ອຍປີແທ້.

อาจเป็นรูปภาพของ ข้อความ

ຈາກຫຼັກຖານ ທີ່ເຮົາພົບເຫັນ ກໍຄືພາສາທຳບູຮານ ທີ່ພວກເຮົາສາມາດອ່ານໄດ້ ຈຳນວນ 2 ອົງ ທີ່ຈາລຶກໃນຖານຂອງພຣະພຸດທະຮູບນັ້ນ ເຮັດໃຫ້ເຮົາຮູ້ວ່າ ພຣະພຸດທະຮູບ 2 ອົງ ນັ້ນ ຖືກສ້າງມາຕັ້ງແຕ່ ປີ ຈຸນລະສັກກະຫຼາດ 865 ແລະ 866 ຕົກເປັນປີ ຄສ. 1503 ແລະ 1504 ຫຼື ປະມານ 521-522 ປີ.

อาจเป็นรูปภาพของ ข้อความ

ສ່ວນພຣະພຸດທະຮູບອົງອື່ນໆ ທີ່ມີຈາລຶກແຕ່ຍັງບໍ່ສາມາດອ່ານອອກໄດ້ ຫຼື ບໍ່ມີຈາລຶກ ທາງທີມວິຊາການຂອງ ກົມມໍລະດົກ ກໍເຊື່ອວ່າ ມີອາຍຸ ຫຼາຍຮ້ອຍປີເຊັ່ນດຽວກັນ ເນື່ອງຈາກຖືກຄົ້ນພົບໃນເຂດບໍລິເວນດຽວກັນ, ສ່ວນພຣະພຸດທະຮູບອົງໃຫຍ່ທີ່ຄົ້ນພົບໃນວັນທີ 16 ພຶດສະພາທີ່ຜ່ານມານີ້ ທີ່ມີຄວາມສູງກວ່າ 2 ແມັດ​ ແມ່ນຍັງບໍ່ສາມາດລະບຸອາຍຸທີ່ຊັດເຈນໄດ້ ແຕ່ຈາກຫຼັກຖານແວດລ້ອມ ແລະ ສິລະປະການຫຼໍ່ ການຈອດ ຂອງພຣະພຸດທະຮູບ ເຊື່ອວ່າເປັນທັກສະ ສີມື ພິເສດຂອງຄົນບູຮານ ທີ່ມີອາຍຸຫຼາຍຮ້ອຍປີ.

อาจเป็นรูปภาพของ 5 คน และ วัด

ນອກຈາກນີ້ ທ່ານ ທອງລິດ ຍັງຢັ້ງຢືນ ກ່ຽວກັບກະແສສັງຄົມທີ່ວ່າ ມີກຸ່ມຄົນພະຍາຍາມນຳພຣະພຸດທະຮູບມາຝັງ ແລະ ສ້າງກະແສນັ້ນ ແມ່ນເປັນໄປໄດ້ຍາກ ເພາະຈາກຈຸດທີ່ຄົ້ນພົບ ພຣະພຸດທະຮູບແຕ່ລະອົງມີການກະແຈກກະຈາຍບໍ່ຄ້າຍຄືກັບລັກສະນະຄົນມາຂຸດແລ້ວເອົາໄປຝັງ.

อาจเป็นรูปภาพของ 16 คน

ການຄົ້ນພົບພຣະພຸດທະຮູບແຕ່ລະອົງຈາກມີຄວາມເລິກທີ່ແຕກຕ່າງກັນ ບາງອົງເລິກລົງໄປຈາກໜ້າດິນ 4-5ແມັດ ແລະ ບາງອົງຖືກຄົ້ນພົບໃນລະດັບຄວາມເລິກເຖິງ 9 ແມັດ ເຊິ່ງລັກສະນະເຫຼົ່ານີ້ເຊື່ອໄດ້ວ່າເປັນລັກສະນະຂອງການຖືກຝັງ ຫຼື ຖືກທັບຖົມດ້ວຍໄພທຳມະຊາດ

ຂ່າວ: ໜັງສືພິມວຽງຈັນທາຍ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...