Homeຂ່າວກິລາໃຊ້ສະໜາມກາງຫຼັກ 16 ໃນການແຂ່ງຂັນບານໂລກຮອບຄັດເລືອກ ລະຫວ່າງເກົາຫຼີເໜືອ ພົບກັບ ຊີເຣຍ

ໃຊ້ສະໜາມກາງຫຼັກ 16 ໃນການແຂ່ງຂັນບານໂລກຮອບຄັດເລືອກ ລະຫວ່າງເກົາຫຼີເໜືອ ພົບກັບ ຊີເຣຍ

Published on

ຟີຟ່າ ແລະ ສະຫະພັນບານເຕະອາຊີ (ເອເອັຟຊີ) ໄດ້ຕົກລົງເຫັນດີກັນຈັດເກມຕັດສິນລະຫວ່າງ ເກົາຫຼີເໜືອ ພົບກັບ ຊີເຣຍ ໃນການແຂ່ງຂັນບານໂລກ 2026 ຮອບຄັດເລືອກໂຊນອາຊີ ເຊິ່ງຈະຈັດເກມການແຂ່ງຂັນດັ່ງກ່າວຂຶ້ນທີ່ສະໜາມກິລາແຫ່ງຊາດຫຼັກ 16 ໃນວັນທີ 6 ມິຖຸນາ 2024 ນີ້.

ເຊິ່ງເກມການແຂ່ງຂັນດັ່ງກ່າວເກົາຫຼີເໜືອເປັນເຈົ້າພາບ, ​ແຕ່ທາງ FIFA ​ເປັນ​ຫ່ວງ​ວ່າ​ການ​ແຂ່ງຂັນ​ບໍ່​ສາມາດ​ຈັດ​ຂຶ້ນ​ປຽງຍາງ ເມືອງຫຼວງຂອງເກົາຫຼີເໜືອ, ​ຈຶ່ງ​ຮຽກຮ້ອງ​ໃຫ້​ຈັດ​ຂຶ້ນ​ຢູ່​ສະໜາມ​ກິລາກາງເຊິ່ງຈະໃຊ້ສະໜາມກິລາແຫ່ງຊາດຫຼັກ 16 ໃນການແຂ່ງຂັນ.

ການແຂ່ງຂັນບານໂລກ 2026 ຈະຈັດຂຶ້ນຢູ່ທີ່ທະວີບອາເມລິກາເໜືອ ເຊິ່ງຈະມີເຈົ້າພາບທັງໝົດ 3 ປະເທດໄດ້ແກ່: ສະຫະລັດອາເມລິກາ, ແຄນນາດາ ແລະ ແມັກຊິໂກ ເຊິ່ງເປັນຄັ້ງທຳອິດຂອງບານໂລກທີ່ມີເຈົ້າພາບເຖິງ 3 ປະເທດ ອີກທັງບານໂລກ 2026 ທີມທີ່ໄດ້ເຂົ້າມາແຂ່ງຂັນໃນຮອບສຸດທ້າຍຈະຖືກເພີ່ມເປັນ 48 ທີມອີກດ້ວຍ, ທັງນີ້ການແຂ່ງຂັນບານໂລກ 2022 ທີ່ຜ່ານມາເປັນທາງດ້ານປະເທດອາເຈນຕິນ່າເຂົ້າຊິງກັບປະເທດຝຣັ່ງ ແຕ່ເປັນທາງທັບຟ້າຂາວທີ່ຄົມກວ່າສາມາດເອົາຊະນະໄດ້ດ້ວຍສະກໍ (3-3) ຈຸດໂທດ (4-2) ຄວ້າແຊ້ມໂລກສະໄໝທີ 3 ມາຄອງໄດ້ສຳເລັດ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...