Homeຂ່າວພາຍ​ໃນແຂວງຫຼວງພະບາງ ລົງສະກັດກັັ້ນ ແລະ ກໍານົດມາດຕະການປ້ອງກັນ ພາຍຫຼັງເກີດການເຄມີຮົ່ວໄຫຼ

ແຂວງຫຼວງພະບາງ ລົງສະກັດກັັ້ນ ແລະ ກໍານົດມາດຕະການປ້ອງກັນ ພາຍຫຼັງເກີດການເຄມີຮົ່ວໄຫຼ

Published on

ພາຍຫຼັງເກີດເຫດການເຄມີຮົ່ວໄຫຼ (Acid Sulfuric 98%) ໃນວັນທີ 03 ເມສາ 2024 ທີ່ບ້ານພູຊ້າງຄໍາ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ. ຄະນະພັກ-ຄະນະນໍາກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຊີ້ນໍາກົມອຸດສາຫະກຳ ໃນນາມອົງການຄຸ້ມຄອງວຽກງານເຄມີ ແຕ່ງຕັ້ງພະນັກງານເພື່ອເຂົ້າຮ່ວມແກ້ໄຂເຄມີຮົ່ວໄຫຼ ໂດຍທາງຄະນະວິຊາການໄດ້ສົມທົບກັບ ພະແນກອຸດສາຫະກໍາ ແລະ ການຄ້າ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ປກສ (ຕໍາຫຼວດສິ່ງແວດລ້ອມ), ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ໄດ້ລົງໄປສະກັດກັັ້ນ ແລະ ກໍານົດມາດຕະການປ້ອງກັນການຮົ່ວໄຫຼເຄມີ ຢ່າງໄວວາ ດັ່ງນີ້:

1) ແຈ້ງໃຫ້ປະຊາຊົນບໍ່ໃຫ້ເຂົ້າໃກ້ຈຸດເກີດເຫດ ເພື່ອບໍ່ໃຫ້ສູບດົມອາຍຂອງທາດເຄມີດັ່ງກ່າວ.
2) ໃນໄລຍະທີ່ອາຊິດຮົ່ວໄຫຼ ເຈົ້າໜ້າທີ່ດັບເພີງໄດ້ນຳໃຊ້ລົດສີດນໍ້າ ຈໍານວນ 01 ຄັນ, ເພື່ອລ້າງ, ເຈືອຈາງອາຊິດໃຫ້ຄວາມເຂັ້ມຂຸ້ນຫຼຸດລົງ.
3) ສ້າງຄູກັ້ນນ້ຳ 3 ຈຸດທີ່ຫ້ວຍສ້ຽວ ເພື່ອບໍ່ໃຫ້ນ້ຳອາຊິດໄຫຼລົງສູ່ແມ່ນ້ຳຄານ ແລະ ບໍາບັດຄ່າຄວາມເປັນກົດ-ດັ່ງຂອງນໍ້າທີ່ມີອາຊິດປົນເປຶ້ອນ.
4) ຫຼັງຈາກການສ້າງຄູກັ້ນນ້ຳແລ້ວ ໄດ້ເອົາປູນຂາວມາໂຮຍໃສ່ບໍລິເວນທີ່ມີອາຊິດປົນເປຶ້ອນ ໂດຍໃຫ້ເໝາະສົມກັບປະລິມານຂອງນໍ້າ ເພື່ອເຈືອຈາງໃຫ້ຄ່າຄວາມເປັນກົດ-ດັ່ງຢູ່ໃນຄ່າມາດຕະຖານ ແລະ ໄດ້ເອົາລົດສະແຕັກມາດູດເອົານໍ້າຈາກຈຸດດັ່ງກ່າວອອກໄປຖີ້ມສະຖານທີ່ຖີ້ມຂີ້ເຫຍື້ອຂອງແຂວງ ຫຼວງພະບາງ (ຫຼັກ 8) ໂດຍໄດ້ແນະນໍາວິທີການການກໍາກັດທີ່ຖືກຕ້ອງຕາມເຕັກນິກວິຊາການ. ເພື່ອປ້ອງກັນບໍ່ໃຫ້ນໍ້າໄຫຼ ຫຼື ລົ້ນໃສ່ນໍ້າຄານ ໂດຍກົງ.

5) ໄດ້ໂຮຍປູນຂາວໃສ່ບໍລິເວນແຄມຫ້ວຍທີ່ອາຊິດປົນເປື້ອນ ແລະ ໄດ້ອະນາໄມສອງຟາກຂອງຫ້ວຍດ້ວຍການນໍາໃຊ້ລົດຈົກດິນ (ບ່ອນທີ່ລົດເຂົ້າໄດ້) ແລະ ນໍາໃຊ້ແຮງງານຂອງ ປກຊ ຈໍານວນ 30 ນາຍ ຕັກເອົາດິນທີ່ປົນເປຶ້ອນດັ່ງກ່າວ ໃສ່ກະສອບ ແລະ ຖົງຢາງມັດແໜ້ນ ຈາກນັ້ນນຳໄປຖິ້ມສະຖານທີ່ຖີ້ມຂີ້ເຫຍື້ອຂອງແຂວງຫຼວງພະບາງ (ຫຼັກ 8) ໂດຍໄດ້ແນະນໍາວິທີການການກໍາກັດທີ່ຖືກຕ້ອງຕາມເຕັກນິກວິຊາການ.

6) ນັບຕັ້ງແຕ່ ວັນທີ 04 -08 ເມສາ 2023 ຄະນະກຳມະການໄດ້ກວດກາ, ວັດແທກຄຸນນະພາບນໍ້າໃນແຕ່ລະວັນ ເພື່ອຕິດຕາມການປ່ຽນແປງຂອງນໍ້າ ໂດຍໄດ້ນໍາໃຊ້ເຄື່ອງມືວັດແທກຄຸນນະພາບນໍ້າທີ່ໄດ້ມາດຕະຖານສາກົນ ຍີ່ຫໍ້ HANNA ລຸ້ນ HI98194 ຊຶ່ງໄດ້ລົງຕິດຕາມວັດແທກຄຸນນະພາບນໍ້າຄານ ຈໍານວນ 10 ຈຸດ ( ຈາກຈຸດປາກຫ້ວຍ ຫາ ປາກນໍ້າຄານ ເປັນໄລຍະທາງ 06 Km) ຊຶ່ງຄ່າສະເລ່ຍຄວາມເປັນກົດ-ດັ່ງ ຊຶ່ງຄ່າສະເລ່ຍຄວາມເປັນກົດ-ດັ່ງ ຢູ່ໃນລະດັບ pH= 7,7 ແລະ ລົງຕິດຕາມວັດແທກຄຸນນະພາບນໍ້າຂອງ ຈໍານວນ 08 ຈຸດ (ຈາກປາກນໍ້າຄານຕົກໃສ່ນໍ້າຂອງລົງໄປ 06 Km) ຊຶ່ງຄ່າສະເລ່ຍຄວາມເປັນກົດ-ດັ່ງ ຢູ່ໃນລະດັບ pH= 8.18; ສໍາລັບນໍ້າທີ່ກັກໄວ້ 3 ຈຸດທີ່ຫ້ວຍສ້ຽວ ເພື່ອບໍາບັດຄ່າຄວາມເປັນກົດ-ດັ່ງ ມີຄ່າສະເລ່ຍ pH= 6,55. ປະຈຸບັນຖືວ່າຄຸນນະພາບນໍ້າແມ່ນຢູ່ໃນປົກກະຕິດີ.

ສະນັ້ນ ກົມອຸດສາຫະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຈິ່ງໄດ້ມອບໃຫ້ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫຼວງພະບາງ ສົມທົບກັບ ພະແນກການທີ່ກ່ຽວຂ້ອງຂອງແຂວງສືບຕໍ່ຕິດຕາມຄຸນນະພາບນໍ້າເປັນແຕ່ລະໄລຍະຕື່ມ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...