spot_img
Homeຂ່າວພາຍ​ໃນຫຼວງນໍ້າທາ ເຂັ້ມງວດຄຸ້ມຄອງນົກຂວາ

ຫຼວງນໍ້າທາ ເຂັ້ມງວດຄຸ້ມຄອງນົກຂວາ

Published on

ທ່ານ ພິມແກ້ວ ທຳລະສິນ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງນໍ້າທາ ໄດ້ສໍາພາກຕໍ່ນັກຂ່າວແຂວງເມື່ອວັນທີ 21 ກຸມພາ 2024ນີ້ວ່າ: ພາຍຫຼັງທີ່ທ່ານເຈົ້າແຂວງຫຼວງນໍ້າທາ ໄດ້ຕົກລົງຮັບຮອງເອົານົກຂວາ ເປັນສັນຍາລັກຂອງແຂວງຫຼວງນໍ້າທາ ຢ່າງເປັນທາງການໂດຍອີງຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງສະບັບເລກທີ 45/ຈຂ ລົງວັນທີ່ 9 ມັງກອນ 2024 ວ່າດ້ວຍການຮັບຮອງເອົາສັດປະເພດນົກຂວາ ເປັນສັດປະຈໍາແຂວງຫຼວງນໍ້າທາ ແລະ ໄດ້ຮັບການມອບໝາຍໃຫ້ພະແນກກະສິກໍາ ແລະ ປ່າໄມ້ແຂວງ ຮ່ວມກັບ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ອອກລະບຽບຄຸ້ມຄອງ, ການຂະຫຍາຍພັນ, ການອານຸລັກ ປົກປັກຮັກສາ ແລະ ວາງມາດຕະການຢ່າງເຂັ້ມງວດຕໍ່ຜູ້ລະເມີດທໍາລາຍນົກຂວາ.

May be an image of 1 person

ທ່ານຍັງໃຫ້ຮູ້ຕື່ມອີກວ່າ: ນົກຂວາເປັນນົກປະເພດທີ່ດໍາລົງຊີວິດ ອາໄສຢູ່ຕາມທໍາມະຊາດ, ທັງຢູ່ໃນເຂດປ່າໄມ້ດົງດີບ, ປ່າສະສົມ, ປ່າໄມ້ປ່ອງ ແລະ ທົ່ງຫຍ້າ, ປັດຈຸບັນແຂວງຫຼວງນໍ້າທາ ໄດ້ມີການຈັດສັນປ່າໄມ້ອອກເປັນ 3 ປະເພດຄື: ປະເພດປ່າສະຫງວນແຫ່ງຊາດ 2 ແຫ່ງ (ນໍ້າຫ້າ ແລະ ນ້ຳການ), ປ່າສະຫງວນແຂວງ 1 ແຫ່ງ ແລະ ເມືອງ 5 ແຫ່ງ ລວມເນື້ອທີ່ 345.546 ເຮັກຕາ, ປະເພດປ່າຜະລິດແຫ່ງຊາດຈຳນວນ 2 ແຫ່ງ ມີເນື້ອທີ່ 44.799 ເຮັກຕາ ແລະ ປະເພດປ່າປ້ອງກັນແຫ່ງຊາດ 4 ແຫ່ງ, (ຂອງແຂວງ 1 ແຫ່ງ ແລະ ຂອງເມືອງ 3 ແຫ່ງ) ມີເນື້ອທີ່ 333.554 ເຮັກຕາ. ຕາມການສໍາຫຼວດຂອງຊ່ຽວຊານໃນສຸມປີ 1995- 96 ຢູ່ໃນ 3 ປະເພດປ່ານີ້ ແມ່ນພົບເຫັນນົກຂວາຫຼາຍກວ່າໝູ່ໃນເຂດປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງໄດ້ກໍານົດເອົານົກຂວາ ເປັນເຄື່ອງໝາຍປ່າສະຫງວນແຫ່ງຊາດນໍ້າຫ້າ. ຈາກນັ້ນ, ປ່າສະຫງວນແຫ່ງຊາດນໍ້າຫ້າ ກໍໄດ້ຖືກຮັບຮອງເປັນ ມໍລະດົກອາຊຽນແຫ່ງທຳອິດຂອງ ສປປ ລາວ, ສໍາລັບປະຊາກອນຂອງນົກຂວາ ນັບແຕ່ປີ 2020 – 2022 ແມ່ນມີຈໍານວນເພີ່ມຂຶ້ນ.

May be an image of American purple gallinule, cassowary and grouse

ໃນປີ 2023 ກອງກວດກາປ່າໄມ້ແຂວງ, ກອງຄຸ້ມຄອງປ່າສະຫງວນແຫ່ງຊາດ, ຫ້ອງການກະສິກຳ ແລະ ປ່າໄມ້ 5 ເມືອງ ພ້ອມດ້ວຍທີມງານໄດ້ລົງກວດກາ ລາດຕະເວນຕາມຈຸດຫຼໍ່ແຫຼມ, ຕາມເສັ້ນທາງ, ຕະຫຼາດ ແລະ ຮ້ານອາຫານຕ່າງໆ, ສາມາດຍືດໄດ້ ສັດປ່າຈາກຜູ້ບຸກລຸກລ່າສັດປາ ແລະ ໄດ້ຈັດພິທີທໍາລາຍໂດຍເຊີນເອົາພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂໍ້ພິຍານ. ນອກນັ້ນ, ກໍໄດ້ຕິດປ້າຍໂຄສະນາ ຫ້າມຊື້ – ຂາຍສັດປ່າ ຕາມຕະຫຼາດ ແລະ ຖະໜົນຫົນທາງ ພ້ອມທັງໄດ້ອອກແຈ້ງການຂອງພະແນກກະສິກຳ ແລະ ປ່າໄມ້ ເລກທີ 648/ກປຂ.ນທ, ລົງວັນທີ 31 ຕຸລາ 2023 ຫ້າມການຄ້າ-ຂາຍສັດປ່າ, ຊິ້ນສ່ວນ ແລະ ຜະລິດຕະພັນສັດປ່າປະເພດຫວງຫ້າມເພື່ອປູກຈິດສຳນືກ ໃຫ້ແກ່ຊາວຫຼວງນໍ້າທາ ຊ່ວຍກັນປົກປັກຮັກສາສັດປ່າໃຫ້ມີຄວາມຍືນຍົງ ແລະໄດ້ເພີ່ມຄວາມເອົາໃຈໃສ່ຢ່າງເຂັ້ມງວດ ໃນການຄຸ້ມຄອງສັດປ່າ ໂດຍສະເພາະແມ່ນ (ນົກຂວາ) ທີ່ເປັນສັນຍາລັກຂອງແຂວງຫຼວງນໍ້າທາ, ເດັດຂາດລຸດຜ່ອນການວາງຊື້-ຂາຍ ນົກຂວາຕາມທ້ອງຕະຫຼາດ, ຮ້ານອາຫານ, ຕາມເສັ້ນທາງ ແລະ ຈຸດຫຼໍ່ແຫມຕ່າງໆ ພ້ອມທັງລຸດຜ່ອນການລ່າສັດປ່າໃຫ້ລຸດໜ້ອຍຖອຍລົງເທື່ອລະກ້າວໂດຍການຍົກລະດັບການກວດກາລາດຕະເວນ ແລະ ບັງຄັບໃຊ້ລະບຽບກົດໝາຍໃຫ້ເຂັ້ມງວດກວ່າເກົ່າ, ພ້ອມທັງຖືເອົາການໂຄສະນາເຜີຍແຜ່ຄວາມໝາຍຄວາມສໍາຄັນຂອງສັດປ່າ ແລະ ນົກຂວາ ໃຫ້ແກ່ຊາວຫຼວງນໍ້າທາໃຫ້ຮັບຊາບຢ່າງກວ້າງຂວາງ.

May be an image of cassowary

ນອກນັ້ນ, ກໍ່ໄດ້ມີການຕິດຕາມປະເມີນປະຊາກອນ ນົກຂວາ ເປັນໄລຍະໆ ເພື່ອຮັບປະກັນບໍ່ໃຫ້ ນົກຂວາສູນພັນຈາກແຂວງຫຼວງນໍ້າທາ ແລະ ເພື່ອຮັບປະກັນໃຫ້ມີນົກຂວາມີຄວາມຍືນຍົງ ແລະ ໄດ້ມີແຜນສົ່ງເສີມໃຫ້ ມີການລ້ຽງ ຫຼື ເພາະພັນ ນົກຂວາ ເພື່ອໃນກໍລະນີຈຳເປັນສາມາດປ່ອຍຄືນສູ່ທຳມະຊາດ, ເພື່ອສົ່ງເສີມການທ່ອງທ່ຽວຊົມນົກຂວາທີ່ສວຍງາມ.
ໂອກາດນີ້ ທ່ານ ພິມແກ້ວ ທຳລະສິນ ຍັງໄດ້ຮຽກຮ້ອງໃຫ້ຊາວຫຼວງນ້ຳທາ ແລະ ຊາວຕ່າງແຂວງ ລວມທັງຊາວຕ່າງຊາດ ຈົ່ງໃຫ້ການຮ່ວມມືໃນການ ບໍ່ຊື້-ບໍ່ຂາຍສັດປ່າ ໂດຍສະເພາະນົກຂວາ ແລະ ຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າ ຕະຫຼອດຮອດພະນັກງານລັດຖະກອນ, ທະຫານ ແລະ ຕໍາຫຼວດທຸກທົ່ວໜ້າ ຍຸດຕິການລ່າສັດປ່າ, ໂດຍສະເພາະນົກຂວາ ເພື່ອໃຫ້ສັດຊະນິດດັ່ງກ່າວສາມາດແຜ່ຂະຫຍາຍປະຊາກອນໃຫ້ຫຼາຍຂຶ້ນ ແລະ ນົກຂວາສັນຍາລັກຂອງແຂວງຫຼວງນໍ້າທາ ໃຫ້ຍືນຍົງຢູ່ຄູ່ແຂວງຫຼວງນໍ້າທາຕະຫຼອດໄປ.

(ຂ່າວ: ສົມພອນ ຂູນດາວົງ)

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...