spot_img
Homeຂ່າວພາຍ​ໃນທຫລ ບໍລິຫານກະແສເງິນຕາຕ່າງປະເທດ

ທຫລ ບໍລິຫານກະແສເງິນຕາຕ່າງປະເທດ

Published on

ທະນາຄານແຫ່ງ ສປປ ລາວ(ຫທລ) ຈະນຳໃຊ້ ລະບົບບໍລິຫານກະແສເງິນຕາ ຕ່າງປະເທດ ຫຼື Capital Flow Management System (CMS) ເຊິ່ງແມ່ນຄວາມມຸ່ງຫວັງຢ່າງຕັ້ງໜ້າຂອງ ທຫລ ເພື່ອບໍລິຫານກະແສເງິນຕາຕ່າງປະເທດ ເຂົ້າສູ່ລະບົບທະນາຄານ ໃຫ້ທັນສະໄໝ, ສະດວກ, ວ່ອງໄວ ໂດຍສະເພາະແມ່ນລາຍຮັບເງິນຕາຈາກການສົ່ງອອກ ເພື່ອຍົກສູງຖານະດ້ານເງິນຕາຕ່າງປະເທດໃຫ້ສົມດູນ ແລະ ເຂັ້ມແຂງ ກໍຄື ສ້າງສະພາບແວດລ້ອມ ທາງດ້ານເສດຖະກິດມະຫາພາກ ໃຫ້ໝັ້ນທ່ຽງ, ເອື້ອອຳນວຍໃຫ້ແກ່ຜູ້ປະກອບການທຸລະກິດໃນອະນາຄົດ. ສຳລັບການເປີດນໍາໃຊ້ທົດລອງລະບົບດັ່ງກ່າວ ໃນໄຕມາດ 1 ຂອງປີ 2024 ນີ້ ໂດຍຈະເລີ່ມຈາກໂມດູນບໍລິຫານກະແສລາຍຮັບເງິນຕາ ຈາກການສົ່ງອອກ ແລະ ຈະສືບຕໍ່ພັດທະນາໂມດູນ ຕິດຕາມກະແສທຶນຈາກ FDI ແລະ ການນໍາເຂົ້າ ໃຫ້ສໍາເລັດພາຍໃນປີນີ້.

ທ່ານ ວັດທະນາ ຊານຸບານ ຮອງຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ, ທະນາຄານແຫ່ງ ສປປ ລາວ ລາຍງານໃຫ້ຮູ້ໃນວັນທີ 20 ກຸມພາ 2024 ນີ້ວ່າ: ທຫລ ໄດ້ພັດທະນາລະບົບບໍລິຫານກະແສເງິນຕາ ຕ່າງປະເທດ ໃຫ້ທັນສະໄໝ, ວ່ອງໄວ ແລະ ສາມາດເຊື່ອມໂຍງ ລະຫວ່າງຂະແໜງການ ເຊິ່ງຈະຊ່ວຍໃຫ້ ທຫລ ສາມາດຄຸ້ມຄອງຕິດຕາມກະແສເງິນຕາ ຈາກການຜູ້ສົ່ງອອກ ແບບອອນລາຍ ແລະ ອໍານວຍຄວາມສະດວກ ແກ່ຜູ້ປະກອບການ ໃນການຕິດຕາມກະແສເງິນຕາຂອງຕົນ ເຂົ້າມາໄດ້ງ່າຍຜ່ານເຄື່ອງມືທັນສະໄໝ ເຊິ່ງໃນທ້າຍປີ 2023 ທຫລ ໄດ້ຫັນເປັນທັນສະໄໝ, ໝູນໃຊ້ເຕັກໂນໂລຊີ ເຂົ້າໃນການຕິດຕາມ ກະແສເງິນໄຫລເຂົ້າ-ອອກ ສປປ ລາວ ໂດຍສະເພາະຈາກການນໍາເຂົ້າ-ສົ່ງອອກ ແລະ ການລົງທຶນ ໄດ້ທັນສະພາບ ແລະ ຄົບຖ້ວນ.

May be an image of 1 person, newsroom and text

ລະບົບດັ່ງກ່າວ, ແມ່ນມີການເຊື່ອມກັບ ລະບົບ Core banking ຂອງ ທະນາຄານທຸລະກິດ ເພື່ອຕິດຕາມການເຄື່ອນໄຫວ ບັນຊີຫົວໜ່ວຍຜູ້ສົ່ງອອກ-ນຳເຂົ້າ; ເຊື່ອມກັບລະບົບແຈ້ງພາສີ ASYCUDA ຂອງກະຊວງການເງິນ ເພື່ອຕິດຕາມຂໍ້ມູນການເຄື່ອນໄຫວນໍາເຂົ້າ-ສົ່ງອອກສິນຄ້າ ຕາມດ່ານພາສີຕ່າງໆ ຢູ່ຂອບເຂດທົ່ວປະເທດ; ເຊື່ອມກັບລະ ບົບຂອງກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອຢັ້ງຢືນຕົວຕົນ ແລະ ແລກປ່ຽນຂໍ້ມູນດ້ານການດໍາເນີນທຸລະກິດ ແລະ ໃນຕໍ່ໜ້າລະບົບດັ່ງກ່າວ ຈະຍັງເຊື່ອມກັບກະຊວງແຜນການ ແລະ ການລົງທຶນ ເພື່ອມີຖານຂໍ້ມູນກ່ຽວກັບການອະນຸຍາດລົງທຶນນຳອີກ.ລະບົບບໍລິຫານກະແສເງິນຕາ ຕ່າງປະເທດ ເປັນລະບົບທັນສະໄໝ, ປອດໄພຮອບດ້ານ, ສາ ມາດ ເກັບກໍາ, ສັງລວມ ແລະ ຕິດຕາມ(Tracking) ການເຄື່ອນໄຫວທຸລະກໍາ ການໂອນເງິນເຂົ້າ-ອອກ ທັນເວລາ ຈາກການນໍາເຂົ້າ-ສົ່ງອອກສິນຄ້າ, ການລົງທຶນ ໃນອະນາຄົດ ເພື່ອຄຸ້ມຄອງ ແລະ ຕິດຕາມກະແສເງິນຕາ ເຊິ່ງຈະຊ່ວຍໃຫ້ການຄຸ້ມຄອງເງິນຕາຕ່າງປະເທດ ມີປະສິດທິຜົນ ເປັນລະບົບຄົບຊຸດ.

ທ່ານ ວັດທະນາ ຊານຸບານ ຍັງໄດ້ຮຽກຮ້ອງໃຫ້ບັນດາຂະແໜງການກ່ຽວຂ້ອງ, ຜູ້ນຳເຂົ້າ-ສົ່ງອອກ, ນັກລົງທຶນ, ທະນາຄານທຸລະກິດ ເຂົ້າຮ່ວມ ແລະ ນຳໃຊ້ລະບົບດັ່ງກ່າວ ເພື່ອຊຸກຍູ້ແນວທາງນະໂຍບາຍຂອງລັດໃຫ້ເປັນຈິງ ເຊິ່ງຈະເຮັດໃຫ້ການຄຸ້ມຄອງກະແສເງິນຕາ ເປັນລະບົບ ແລະ ມີການຫັນປ່ຽນ.ຢ່າງໃດກໍຕາມ ເພື່ອເຮັດໃຫ້ລະບົບດັ່ງກ່າວ ເຄື່ອນໄຫວຢ່າງຄ່ອງຕົວ, ຮັບປະກັນໃຫ້ແກ່ການຄຸ້ມຄອງເງິນຕາຕ່າງປະເທດ, ທຫລ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ(MOU) ຮ່ວມມື ການຈັດຕັ້ງປະຕິບັດລະບົບ CMS ສາມຝ່າຍ ກັບ ກະຊວງການເງິນ ແລະ ກະຊວງອຸດສະຫະກໍາ ແລະ ການຄ້າແລ້ວ.

ຂ່າວ-ພາບ: ທະນູທອງ

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...