spot_img
Homeນານາສາລະ5 ອາການທີ່ສ່ຽງເປັນ ພະຍາດຊຶມເສົ້າ

5 ອາການທີ່ສ່ຽງເປັນ ພະຍາດຊຶມເສົ້າ

Published on

ຫຼາຍຄົນອາດບໍ່ຮູ້ວ່າຕົນເອງມີອາການສ່ຽງທີ່ຈະເປັນພະຍາດຊຶມເສົ້າຫຼືບໍ? ເພາະພະຍາດນີ້ບາງຄົນກໍເປັນໂດຍທີ່ບໍ່ຮູ້ຕົວ, ເຊິ່ງຈະຮູ້ໄດ້ແນວໃດວ່າເຮົາສ່ຽງເປັນພະຍາດຊຶມເສົ້າຫຼືບໍ? ມື້ນີ້ລາວໂພສໄດ້ເອົາວິທີສັງເກດມາບອກໃຫ້ທຸກຄົນຮູ້ໄປນຳກັນ.

1. ອາລົມປ່ຽນແປງໄປ: ຈະຮູ້ສຶກວ່າມີອາລົມທີ່ໂສກເສົ້າ, ຫົດຫູ່, ສະເທືອນໃຈງ່າຍ, ເສຍນໍ້າຕາກັບເລື່ອງເລັກໆນ້ອຍໆ ແລະ ຮູ້ສຶກເບື່ອໜ່າຍກັບສິ່ງທີ່ເຄີຍຮູ້ສຶກດີໃນເມື່ອກ່ອນ.

2. ຄວາມຄິດປ່ຽນໄປ: ຮູ້ສຶກວ່າຕົວເອງເຮັດສິ່ງໃດກໍຜິດພາດໄປໝົດ, ບໍ່ມີກຳລັງໃຈທີ່ຈະສູ້, ຮູ້ສຶກທໍ້ແທ້ສິ້ນຫວັງຕໍ່ກັບບັນຫາໃນຊີວິດ ແລະ ລັງເລຕັດສິນໃຈເອງບໍ່ໄດ້.

3. ສະມາທິສັ້ນ ແລະ ຄວາມຈື່ຈໍາບໍ່ດີ: ມີອາການມັກລືມ, ຈິດໃຈລອຍ, ບໍ່ສາມາດຈົດຈໍ່ກັບສິ່ງທີ່ກຳລັງເຮັດຢູ່ ແລະ ຄວາມສາມາດໃນການເຮັດວຽກຫຼຸດລົງ.

4. ຄວາມສຳພັນກັບຄົນອ້ອມຂ້າງປ່ຽນໄປ: ຄົນທີ່ເປັນພະຍາດຊຶມເສົ້າຈະບໍ່ສົດໃສລ່າເລີງ, ບໍ່ໂອ້ລົມກັບໃຜ ແລະ ເກັບຕົວບໍ່ສຸງສິງກັບໃຜ.

5. ອາການໂລກຈິດ: ມັກພົບໃນຜູ້ທີ່ເປັນເຖິງຂັ້ນຮຸນແຮງເຊັ່ນ: ມີອາການປະສາດຫຼອນ, ຄິດວ່າຈະມີຄົນມາທຳຮ້າຍ ຫຼື ມີອາການຫູແວ່ວ.

ເຖິງຢ່າງໃດກໍຕາມ, ຫຼັງຈາກທີ່ອ່ານໄປແລ້ວກໍຝາກໃຫ້ທຸກຄົນສັງເກດເບິ່ງຕົນເອງວ່າມີອາການຈັກຂໍ້, ຫາກວ່າຮູ້ສຶກວ່າຕົນເອງ ຫຼື ຄົນອ້ອມຂ້າງທ້ວງວ່າປ່ຽນໄປ ໃຫ້ໄປພົບແພດເພື່ອຮີບຮັກສາໃຫ້ທ່ວງທັນເວລາ.

ຂໍ້ມູນຈາກ: Thaihealth

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...