Homeຂ່າວພາຍ​ໃນປີ 2023 ເຊກອງ ດຶງດູດການລົງທຶນພາກເອກະຊົນໄດ້ 10 ໂຄງການ

ປີ 2023 ເຊກອງ ດຶງດູດການລົງທຶນພາກເອກະຊົນໄດ້ 10 ໂຄງການ

Published on

ທ່ານ ບົວຈອນ ແກ້ວປະດັບສີ ຮອງຫົວໜ້າແຜນການ ແລະ ການລົງທຶນແຂວງເຊກອງ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ແຂວງເຊກອງໄດ້ເອົາໃຈໃສ່ສ້າງເງື່ອນໄຂສິ່ງອໍານວຍຄວາມສະດວກໃຫ້ແກ່ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ຊຶ່ງມາຮອດປັດຈຸບັນ ສາມາດດຶງດູດການລົງທຶນໄດ້ທັງໝົດ 121 ໂຄງການ ຄາດຄະເນມູນຄ່າການລົງທຶນ 4.365 ລ້ານໂດລາ. ໃນນີ້, ການລົງທຶນຂອງເອກະຊົນພາຍໃນ 82 ໂຄງການ ແລະ ຕ່າງປະເທດ 39 ໂຄງການ. ສະເພາະໃນປີ 2023 ສາມາດດຶງດູດການລົງທຶນໄດ້ 10 ໂຄງການ ຄາດຄະເນມູນຄ່າການລົງທຶນ 44 ລ້ານໂດລາ. ໃນນີ້, ຂັ້ນແຂວງອະນຸມັດ 6 ໂຄງການ ແລະ ຂັ້ນສູນກາງອະນຸມັດ 4 ໂຄງການ.

ພ້ອມນີ້, ຍັງໄດ້ຢັ້ງຢືນສະໜັບສະໜູນໂຄງການທີ່ເຊັນສັນຍາກັບແຂວງ ໄປເຊັນສັນຍາຢູ່ສູນກາງຈຳນວນ 8 ໂຄງການ ເປັນຕົ້ນ ແມ່ນໄດ້ສະໜັບສະໜູນໃຫ້ກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ເຊັນສັນຍາພັດທະນາໂຄງການ (PDA) ກັບ ຂັ້ນສູນກາງຈຳນວນ 3 ໂຄງການ ປະກອບມີໂຄງການກໍ່ສ້າງເຂື່ອນໄຟຟ້າຫ້ວຍກາລະບາຍ 1, ໂຄງການກໍ່ສ້າງເຂື່ອນກໍ່ສ້າງໄຟຟ້າກາລະບາຍ 2 ແລະ ໂຄງການກໍ່ສ້າງເຂື່ອນໄຟຟ້າຫ້ວຍກາລະບາຍ 3 ລວມມີກໍາລັງການຕິດຕັ້ງ 83 ເມກາວັດ ເຫັນວ່າກຳລັງຕິດຕັ້ງເກີນສິດອະນຸຍາດຂອງແຂວງ; ສະໜັບສະໜູນໃຫ້ບໍລິສັດ ເທບສີເມືອງການຄ້າ ຈຳກັດ ທີ່ໄດ້ເຊັນສັນຍາພັດທະນາໂຄງການ (PDA) ກັບ ແຂວງ ຍົກກຳລັງຕິດຕັ້ງຈາກຂັ້ນແຂວງຂຶ້ນກັບຂັ້ນສູນກາງ 5 ໂຄງການ ປະກອບມີໂຄງການກໍ່ສ້າງເຂື່ອນໄຟຟ້າຫ້ວຍກະເຕັນ, ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກຫ້ວຍເປເລ, ໂຄງການກໍ່ສ້າງເຂື່ອນໄຟຟ້າຫ້ວຍລະຊຳ 1, ໂຄງການກໍ່ສ້າງເຂື່ອນໄຟຟ້າຫ້ວຍລະຊຳ 2 ແລະ ໂຄງການກໍ່ສ້າງເຂື່ອນໄຟຟ້າອີເມີນ 6.

ທີ່ມາ: MediaLAOS

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...