spot_img
Homeຂ່າວພາຍ​ໃນແຈ້ງການ ກ່ຽວກັບການເຄື່ອນໄຫວສະແດງເຊີດສິງໂຕ ໃນຊ່ວງບຸນປີໃຫມ່ຂອງພີ່ນ້ອງຊາວຫວຽດນາມ ແລະ ຈີນ

ແຈ້ງການ ກ່ຽວກັບການເຄື່ອນໄຫວສະແດງເຊີດສິງໂຕ ໃນຊ່ວງບຸນປີໃຫມ່ຂອງພີ່ນ້ອງຊາວຫວຽດນາມ ແລະ ຈີນ

Published on

ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ອອກແຈ້ງການ ກ່ຽວກັບການເຄື່ອນໄຫວສະແດງເຊີດສິງໂຕ ໃນຊ່ວງບຸນປີໃຫມ່ຂອງພີ່ນ້ອງຊາວຫວຽດນາມ ແລະ ຈີນ ທີ່ນະຄອນຫຼວງວຽງຈັນ.

ອີງຕາມ ກົດຫມາຍວ່າດ້ວຍສິລະປະການສະແດງ ສະບັບເລກທີ 16/ສພຊ, ລົງວັນທີ 04 ພຶດສະພາ ປີ 2017. ອີງຕາມ ຫນັງສືທາງລັດຖະການ ຂອງຫ້ອງວ່າການ ນະຄອນຫຼວງວຽງຈັນ ສະບັບເລກທີ 61/ຫວນວ, ລົງວັນທີ 12 ມັງກອນ 2023.
ອີງຕາມ ບົດບັນທຶກກອງປະຊຸມ ປຶກສາຫາລື ການຈັດກິດຈະກໍາການສະແດງ ເຊີດສິງໂຕ ໃນຊ່ວງບຸນປີໃຫມ່ ຂອງພີ່ນ້ອງຊາວຫວຽດນາມ ແລະ ຈີນ ທີ່ນະຄອນຫຼວງວຽງຈັນ ສະບັບລົງວັນທີ 8 ມັງກອນ 2024.

ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງມາຍັງ ຄະນະສິລະ ປະ, ບໍລິສັດ, ບຸກຄົນ ແລະ ນິຕິບຸກຄົນ ທີ່ເຄື່ອນໄຫວສະແດງເຊີດສິງໂຕ ຢູ່ນະຄອນຫຼວງວຽງຈັນ ໃນຊ່ວງບຸນປີໃຫມ່ຂອງ ພີ່ນ້ອງຊາວຫວຽດນາມ ແລະ ຈີນ ເພື່ອເປັນການຮັກສາຄວາມເປັນລະບຽບຮຽບຮ້ອຍ, ຮັກສາໄດ້ຮີດຄອງປະເພນີ ແລະ ວັດທະນະທໍາ, ແກ້ໄຂບັນຫາຫາງສຽງສັງຄົມ ແລະ ປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂື້ນໃນນະຄອນຫຼວງວຽງຈັນ ຖ້າຫາກມີ ຄວາມຕ້ອງການໃນການເຄື່ອນໄຫວຈັດງານສະແດງ ເຊີດສິງໂຕ ເພື່ອອວຍພອນ ພີ່ນ້ອງຊາວຫວຽດນາມ ແລະ ຈີນ ໃນງານ ບຸນປີໃຫມ່ 2024 ນີ້ ແມ່ນໃຫ້ນໍາລາຍການເຄື່ອນໄຫວສະແດງໄປຜ່ານທາງ ສະມາຄົມ ຫວຽດນາມ ຫຼື ສະມາຄົມ ຈີນ ເພື່ອ ຢັ້ງຢືນຄວາມຖືກຕ້ອງທາງດ້ານຮີດຄອງປະເພນີ ໃນການເຄື່ອນໄຫວ ເຊີດສິງໂຕ ແລ້ວຈຶ່ງນໍາລາຍການສະແດງ ມາຜ່ານພະ ແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຖ້າໄດ້ຮັບອະນຸຍາດຈຶ່ງສາມາດເຄື່ອນໄຫວສະແດງໄດ້ ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມຫນັງສືແຈ້ງການສະບັບນີ້ຢ່າງເຂັ້ມງວດ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...