Homeນານາສາລະ10 ວິທີແກ້ອາການເຫງົານອນໃນຕອນເຂົ້າປະຊຸມ

10 ວິທີແກ້ອາການເຫງົານອນໃນຕອນເຂົ້າປະຊຸມ

Published on

ໃນທຸກໆຄັ້ງທີ່ມີການປະຊຸມ ທຸກໆຄົນກໍຈະມີອາການເຫງົານອນ ໂດຍສະເພາະມື້ທີ່ເຂົ້າປະຊຸມໃນຕອນສວຍຮ່າງກາຍຕ້ອງສູ້ກັບອາການເຫງົານອນຕະຫຼອດ ດັ່ງນັ້ນທາງທີມງານລາວໂພສ ຈຶ່ງມີ 10 ວິທີແກ້ເຫງົານນອນໃນເວລາປະຊຸມມາແນະນຳທຸກໆຄົນໃຫ້ປະຕິບັດຕາມດັ່ງນີ້:

1. ດື່ມຊາ ຫຼື ກາເຟໂດຍບໍ່ມີນໍ້າຕານ.
ກາເຟ ແລະ ຊາ ເຊິ່ງເປັນເຄື່ອງດື່ມທີ່ມີຄາເຟອີນ, ສາມາດຊ່ວຍແກ້ອາການເຫງົານອນໄດ້ ດັ່ງນັ້ນ, ຖ້າເຈົ້າຕ້ອງໄດ້ເຂົ້າຮ່ວມກອງປະຊຸມໃນມື້ໃດ ຢ່າລືມກຽມຊາ ຫຼື ກາເຟທີ່ບໍ່ມີນໍ້າຕານໄວ້ດື່ມກ່ອນເຂົ້າປະຊຸມ. ເຊິ່ງມັນສາມາດແກ້ອາການເຫງົານອນ ແລະ ບໍ່ເປັນອັນຕະລາຍຕໍ່ສຸຂະພາບຈາກນ້ຳຕານອີກດ້ວຍ.

2. ຈິບນ້ຳເຢັນ
ການຈິບນ້ຳຢັນແມ່ນທາງເລືອກສໍາລັບສາວໆ ຜູ້ທີ່ບໍ່ສາມາດດື່ມເຄື່ອງດື່ມທີ່ມີຄາເຟອີນ ເຊິ່ງນ້ຳເຢັນຊ່ວຍໃຫ້ຮ່າງກາຍສົດຊື່ນຕະຫຼອດເວລາ ແລະ ສໍາຄັນທີ່ສຸດນ້ຳຍັງຊ່ວຍເພີ່ມອົກຊີເຈນໃນເລືອດ ແລະ ຊ່ວຍໃຫ້ເລືອດໄຫຼໄປລ້ຽງສະໝອງໄດ້ມີປະສິດທິພາບຫຼາຍຂຶ້ນ.

 

3. ອົມເຂົ້າໝົມອົມທີ່ມີລົດສົ້ມ
ການອົມເຂົ້າໜົມທີ່ມີລົດເສົ້າສາມາດແກ້ອາການເຫງົານອນໄດ້ເປັນຢ່າງດີ ເຊິ່ງມັນຍັງສາມາດຊ່ວຍປຸກຮ່າງກາຍຈາກການເຫງົານອນໃນຕອນປະຊຸມໄດ້ອີກ.

4. ກິນອາຫານທີ່ຊ່ວຍແກ້ອາການເຫງົານອນ.
ອາຫານ​ທີ່​ສາມາດ​ຊ່ວຍ​ແກ້ອາການເຫງົາ​ນອນ​ໄດ້​ສ່ວນ​ຫຼາຍ​ແມ່ນ​ອາຫານຫຍໍ້າ ແລະ ​ໃຫ້​​ເລືອກກິນໝາກໄມ້ ຫຼື ຊັອກ​ໂກ​ແລັດ ເພາະມັນຊ່ວຍເຮັດໃຫ້ຕື່ນຈາກອາການເຫງົານອນໄດ້ດີ ຢ່າງໃດກໍ່ຕາມ, ວິທີການນີ້ອາດຈະບໍ່ເຫມາະສົມສໍາລັບກອງປະຊຸມຢ່າງເປັນທາງການ.

5. ນັ່ງຢູ່ຕັ່ງທີ່ບໍ່ມີແນວອີງ
ການນັ່ງຢູ່ໃນກອງປະຊຸມຄວນເລືອກຕັ່ງທີ່ບໍ່ມີແນວອີງ ຊ່ວຍເພີ່ມຄວາມກະຕືລືລົ້ນໃຫ້ກັບຮ່າງກາຍ ເນື່ອງຈາກວ່າຮ່າງກາຍຕ້ອງລະມັດລະວັງສະເໝີໃນຂະນະທີ່ນັ່ງ ຖ້າທ່ານເຜີນອນຫລັບ, ທ່ານອາດຫງາຍຫຼັງໃນເວລາປະຊຸມໄດ້

6. ລຸກອອກໄປຍືດເສັ້ນຍືດສາຍ
ໃນກໍລະນີທີ່ມີອາການເຫງົານອນທີ່ສຸດ ຈົນສະໝອງບໍ່ຮັບຮູ້ຫຼືເຂົ້າໃຈປະເດັນຂອງການປະຊຸມ ທ່ານ​ຄວນ​ຂໍ​ອະ​ນຸ​ຍາດ​ໃນບ່ອນ​ປະ​ຊຸມ​ເພື່ອ​ອອກ​ໄປ​ຂ້າງ​ນອກ​ແລະ​ຍືດເສັ້ນສາຍ ຢູ່ທາງນອກປະມານ 2-3 ​ນາ​ທີ​ເພື່ອ​ໃຫ້​ຮ່າງ​ກາຍ​ຂອງ​ທ່ານ​ຕື່ນ​ຕົວ​.

7. ເລືອກບ່ອນນັ່ງແຖວໜ້າ
ເລືອກບ່ອນ​ແຖວ​ໜ້າໃນການນັ່ງປະຊຸມ​ ຖືວ່າເປັນການບັງຄັບຕົນເອງບໍ່ໃຫ້ນອນຫລັບ ເພາະວ່າຕ້ອງໄດ້ຢູ່ຕໍ່ໜ້າກັບວິທະຍາກອນນັ້ນເອງ.

8. ຕັ້ງໃຈກັບການປະຊຸມ
ຖ້າມັນເປັນກອງປະຊຸມທີ່ທ່ານບໍ່ສາມາດລຸກຂຶ້ນແລະອອກໄປນອກໄດ້, ທຸກຄູົນຈະຕ້ອງຕັ້ງໃຈປະຊຸມຢ່າງຫຼີກຫຼ່ຽງບໍ່ໄດ້. ພະຍາຍາມຄິດຢ່າງຈິງຈັງກ່ຽວກັບເນື້ອໃນຂອງກອງປະຊຸມ ເນື່ອງຈາກການໂຟກັດສິ່ງໃດສິ່ງໜຶ່ງ ມັນຈະຊ່ວຍບັນເທົາອາການເຫງົານອນໄດ້.

9. ຂຽນເນື້ອໃນກອງປະຊຸມ.
ຂຽນເນື້ອໃນກອງປະຊຸມ ນອກເຫນືອຈາກການຊ່ວຍເກັບລາຍລະອຽດໃນກອງປະຊຸມ ມັນຍັງຊ່ວຍບັນເທົາອາການເຫງົານອນ.

10. ຊ່ວຍກັນສະເໜີຄວາມຄິດເຫັນ.
ການ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຫຼື​ໃຫ້​ຄໍາ​ເຫັນ​ກັບ​ຜູ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ ຊ່ວຍບັນເທົາອາການເຫງົານອນໄດ້ດີ ມັນຍັງຊ່ວຍໃຫ້ການເຮັດວຽກມີປະສິດທິພາບຫຼາຍຂຶ້ນໂດຍການແລກປ່ຽນຄວາມຄິດ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...