Homeຂ່າວພາຍ​ໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາກາຍເປັນຕົວເມືອງສາກົນແບບອັດສະລິຍະ

ເຂດເສດຖະກິດພິເສດສາມຫຼ່ຽມຄໍາກາຍເປັນຕົວເມືອງສາກົນແບບອັດສະລິຍະ

Published on

ທ່ານ ຈ້າວ ເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ກ່າວຕໍ່ພິທີເປີດງານເທດສະການດອກງິ້ວບານລະຫວ່າງວັນທີ 26-28 ມັງກອນ 2024 ຜ່ານມາ ໂດຍບາງຄຳເຫັນໄດ້ກ່າວວ່າ: ນັບແຕ່ປີ 2007 ທີ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ສປປ ລາວ ໄດ້ຮັບການສ້າງຕັ້ງຂື້ນ, ມາຮອດປັດຈຸບັນໄດ້ຮັບການພັດທະນາກາຍເປັນຕົວເມືອງທີ່ມີລັກສະນະສາກົນແບບອັດສະລິຍະ ຫຼື ສະມາດຊິດຕີ ທີ່ເໝາະແກ່ການດໍາເນີນທຸລະກິດ, ການດໍາລົງຊີວິດ ແລະ ການທ່ອງທ່ຽວ, ກະສິກຳ, ການຂົນສົ່ງ, ການຄ້າ ແລະ ອຸດສາຫະກຳເບົາລວມທັງການຄຸ້ມຄອງເຂດເສດຖະກິດພິເສດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ້ານສິ່ງເສບຕິດ, ການຮ່ວມມືແບບຫຼາຍຝ່າຍ ແລະ ອື່ນໆ.

ເຂດເສດຖະກິດພິເສດສາມຫຼ່ຽມຄໍາໄດ້ກໍານົດເອົາຂະແໜງອຸດສາຫະກໍາການທ່ອງທ່ຽວ ແລະ ກະສິກຳຂະໜາດໃຫຍ່, ຂະແໜງຂົນສົ່ງ, ການຄ້າ ແລະ ອຸດສາຫະກຳເບົາເປັນທິດທາງຍຸດທະສາດ ຫຼື ຂະແໜງການຫຼັກຂອງເສດຖະກິດ, ໄດ້ເອົາໃຈໃສ່ການກໍ່ສ້າງ ແລະ ປັບປຸງພື້ນຖານໂຄງລ່າງເພື່ອຮັບໃຊ້ການດໍາລົງຊີວິດ ຊຶ່ງອົງປະກອບການບໍລິການ ແລະ ການສະໜັບສະໜູນບັນດາຂະແໜງການເສດຖະກິດໃຫ້ມີຄວາມສະດວກ ແລະ ສົມບູນ.

ທ່ານ ຈ້າວ ເຫວີຍ ຍັງຢັ້ງຢືນວ່າ: ພາຍຫຼັງມີຜົນສຳເລັດ ເຂດເສດຖະກິດພິເສດສາມຫຼ່ຽມຄຳຈະໄດ້ສ້າງນະໂຍບາຍສະໜັບສະໜູນອູ້ມຊູຊ່ວຍເຫຼືອນໍາເອົາຜົນປະໂຫຍດກັບຄືນມາໃຫ້ພໍ່ແມ່ປະຊາຊົນໂດຍສະ ເພາະແມ່ນນະໂຍບາຍດ້ານຕ່າງໆໃນບັນດາໂຄງການທີ່ຈະກໍ່ສ້າງໃນຕໍ່ໜ້າກໍຄືປັດຈຸບັນເປັນຕົ້ນວຽກງານການທ່ອງທ່ຽວ,ການບໍລິການຮ້ານອາຫານ,ຂັບລົດຕຸກໆ,ຕະຫຼາດມືດແລະໂຄງການ ອື່ນໆ.

ປັດຈຸບັນສິ່ງອຳນວຍຄວາມສະດວກດ້ານຕ່າງໆຂອງເຂດເສດຖະກິດພິເສດສາມຫຼ່ຽມຄຳ ສາມາດຮອງຮັບພົນລະເມືອງຜູ້ດຳລົງຊີວິດແບບຖາວອນໄດ້ 100.000 ຄົນ, ໃນແຕ່ລະປີສາມາດຮອງຮັບນັກທ່ອງທ່ຽວໄດ້ 2 ລ້ານເທື່ອຄົນ. ພ້ອມນີ້, ໃນອະນາຄົດຈະສືບຕໍ່ຂະຫຍາຍແລະມີແຜນຈະສ້າງເປັນຕົວເມືອງທີ່ສາມາດຮອງຮັບພົນລະເມືອງດຳລົງຊີວິດແບບຖາວອນໃຫ້ໄດ້ປະມານ 300.000 ຄົນ.

ເຂດເສດຖະກິດພິເສດສາມຫຼ່ຽມຄຳຕັ້ງຢູ່ເມືອງຕົ້ນເຜິ້ງເບື້ອງຕາເວັນຕົກສ່ຽງເໜືອຂອງແຂວງບໍ່ແກ້ວ,ມີເນື້ອທີ່ທັງໝົດ 10.000 ເຮັກຕາ, ໃນນັ້ນ, ເປັນປ່າສະຫງວນທຳມະຊາດພູກິ່ວລົມ 7.000 ເຮັກຕາ, ເຂດພັັດທະນາຕົວເມືອງ 3.000 ເຮັກຕາ, ປັດຈຸບັນໄດ້ສໍາເລັດການບຸກເບີກ ແລະ ພັດທະນາແລ້ວປະມານ 1.000 ເຮັກຕາ. ຢູ່ເຂດຊາຍແດນລະຫວ່າງລາວ, ໄທ ແລະ ມຽນມາ, ໂດຍມີນໍ້າຂອງເປັນຊາຍແດນ.
ແຫຼ່ງຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...