spot_img
Homeຂ່າວຕ່າງປະເທດເຈົ້າບ່າວແຄ້ນ! ເປີດວີດີໂອເຈົ້າສາວແອບນອກໃຈກັບຊາຍຄົນອື່ນ ກາງງານແຕ່ງ

ເຈົ້າບ່າວແຄ້ນ! ເປີດວີດີໂອເຈົ້າສາວແອບນອກໃຈກັບຊາຍຄົນອື່ນ ກາງງານແຕ່ງ

Published on

ອີງຕາມການລາຍງານ ຂອງສຳນັກຂ່າວໄຕ້ຫວັນ ໃນວັນທີ 27 ມັງກອນ 2024 ຜ່ານມາ, ຄູ່ຮັກຊາວຈີນຈັດງານແຕ່ງງານ ໃນໂຮງແຮມແຫ່ງໜຶ່ງ ເຊິ່ງພາຍໃນງານມີແຂກຖືກເຊີນມາຈຳນວນຫຼວງຫຼາຍ ແຕ່ທຸກຄົນຕ້ອງຕົກໃຈເມື່ອເຈົົ້າບ່າວເປີດວີດີໂອ ເຊີໄພ້ເຈົ້າສາວ ເຊິ່ງເປັນຄລິບວີດີໂອທີ່ເຈົ້າສາວກຳລັງແອບນອກໃຈກັບຊາຍຄົນອື່ນ.

ຕາມການລາຍງານລະບຸວ່າ: ເຈົ້າສາວໄດ້ນັດກັບຊາຍແປກໜ້າທີ່ບໍ່ແມ່ນເຈົ້າບ່າວ ກ່ອນຈະຮອດວັນຈັດງານແຕ່ງ ແຕ່ມີຄົນບັງເອີນໄປພົບເຫັນ ແລະ ໄດ້ບັນທຶກພາບສົ່ງມາໃຫ້ເຈົ້າບ່າວ, ຫຼັງຮູ້ຄວາມຈິງ ເຈົ້າບ່າວຮູ້ສຶກເສຍໃຈ ແລະ ແຄ້ນ ເຂົາຈຶ່ງຕັດສິນໃຈບໍ່ຍົກເລີກງານແຕ່ງ ເພາະຕ້ອງການແກ້ແຄ້ນ ໂດຍການເປີດຄລິບວີດີໂອດັ່ງກ່າວກາງງານແຕ່ງໃຫ້ແຂກທຸກຄົນໄດ້ເຫັນ.

ສ່ວນທາງເຈົ້າສາວເມື່ອໄດ້ເຫັນວີດີໂອໃນງານແຕ່ງ ຮູ້ສຶກອັບອາຍ ແລະ ຟ້າວອອກຈາກງານແຕ່ງໃນທັນທີ ເຊັ່ນດຽວກັບຄອບຄົວຝ່າຍເຈົ້າສາວທີ່ຮູ້ສຶກເສຍໜ້າ ແລະ ອັບອາຍ ໂດຍງານແຕ່ງຖືກຍົກເລີກກະທັນຫັນ ແລະ ຄອບຄົວທັງສອງຝ່າຍກໍຕັດຄວາມສຳພັນກັນລົງແບບແນມໜ້າກັນບໍ່ຕິດເລີຍ.

ຢ່າງໃດກໍຕາມຫຼັງຈາກວີດີໂອຖືກເຜີຍແຜ່ອອກໄປໃນສື່ສັງຄົມອອນລາຍຊາວເນັດຕ່າງເຂົ້າໄປສະແດງຄວາມຄິດເຫັນຢ່າງຫຼວງຫຼາຍ ບາງສ່ວນກໍເຂົ້າຂ້າງເຈົ້າບ່າວ ໂດຍສະແດງຄວາມຄິດເຫັນວ່າ: ເຈົ້າບ່າວຍັງໃຈເຍັນຫຼາຍ, ຕອນເຮັດບໍ່ອາຍ ຕອນນີ້ກັບມາອາຍ, ຢ່າຢ້ານອາຍ ຖ້າຍັງຄິດຈະຫຼິ້ນຊູ້, ສ່ວນບາງຄົນກໍສະແດງຄວາມຄິດເຫັນປະມານວ່າ: ເຖິງຈະເສີຍໃຈ ຫຼື ແຄ້ນກໍບໍ່ມີສິດເຜີຍແຜ່ວີດີໂອປະຈານກັນແບບນີ້ ເຖິງເຈົ້າສາວຈະນອກໃຈມັນກໍເປັນພຽງພຶດຕິກຳກ່ອນງານແຕ່ງ ຍັງຖືວ່າບໍ່ເປັນຜົວເມຍກັນ ຫາກບໍ່ຢາກແຕ່ງກໍພຽງແຕ່ຍົກເລີກງານໄປກໍພໍ.

ທີ່ມາ: Sanook

 

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...