spot_img
Homeນານາສາລະສັງເກດດ່ວນ! ອາການເຈັບຫຼັງແບບໃດທີ່ອັນຕະລາຍ

ສັງເກດດ່ວນ! ອາການເຈັບຫຼັງແບບໃດທີ່ອັນຕະລາຍ

Published on

ທຸກຄົນຮູ້ຫຼືບໍ່ວ່າ ອາການເຈັບຫຼັງແບບໃດທີ່ເປັນສັນຍານເຕືອນເຖິງຄວາມອັນຕະລາຍ, ເຊິ່ງຫຼາຍຄົນອາດຈະບໍ່ຮູ້ ຫຼື ເບິ່ງຂ້າມໄປ. ດັ່ງນັ້ນ, ລາວໂພສໄດ້ນຳເອົາວິທີການສັງເກດອາການເຈັບຫຼັງແບບໃດທີ່ເຂົ້າຄ່າຍອັນຕະລາຍ, ເຮົາມາເບິ່ງໄປນຳກັນເລີຍ.

1. ມີອາການເຈັບຫຼັງຢູ່ບ່ອນເກົ່າເປັນເວລາດົນຕໍ່ເນື່ອງກັນດົນຫຼາຍກວ່າ 6 ອາທິດ.

2. ຮູ້ສຶກປວດແຮງຈົນຮູ້ສຶກເຖິງຄວາມຜິດປົກກະຕິ ແລະ ອາການບໍ່ທຸເລົາລົງ

3. ອາການປວດແບບເຈັບຈີດໆ ຄືກັບຖືກເຂັມແທງ.

4. ອາການປວດລາມໄປຈົນຮອດກົກຂາ, ຈົນເກີດມີອາການຂາອ່ອນແຮງ, ປວດບີແຄ່ງ, ຈົນເຮັດໃຫ້ຍ່າງລຳບາກ ຫຼື ຍ່າງໄດ້ໄລຍະໜຶ່ງກໍຮູ້ສຶກປວດ.

5. ປວດບໍລິເວນກົ້ນກົບແບບບໍ່ມີສາເຫດ.

6. ມີອາການປວດປັດສະວະ, ມີອາການແສບເວລາປັດສະວະ, ປັດສະວະມີສີຂຸ່ນ ພ້ອມທັງມີອາການປວດບໍລິເວນແອວ (ອາດເປັນສັນຍານເລິ່ມຕົ້ນຂອງການເປັນໜິ້ວໃນໝາກໄຂ່ຫຼັງ ຫຼື ໝາກໄຂ່ຫຼັງອັກເສບ).

7. ປວດຂາ ຫຼື ຕີນຮຸນແຮງຈົນເກີດອາການມຶນ ຫຼື ຊາ

8. ເຄື່ອນໄຫວຕົວຍາກເຊັ່ນ: ການຍືດຕົວໃຫ້ຊື່ ແລະ ກົ້ມຕົວ.

9. ກັ້ນປັດສະວະ ຫຼື ອຸດຈະລະບໍ່ຄ່ອຍຢູ່.

ທັງໝົດນີ້ແມ່ນອາການປວດຫຼັງທີ່ເຂົ້າຄ່າຍອັນຕະລາຍທີ່ຈະກາຍເປັນພະຍາດຕ່າງໆໃນອະນາຄົດໄດ້.ດັ່ງນັ້ນ, ຫາກທ່ານໃດມີອາການຕາມນີ້ແມ່ນໃຫ້ຮີບໄປປຶກສາແພດໝໍເພື່ອທຳການກວດເຊັກຢ່າງຮີບດ່ວນ ແລະ ທຳການຮັກສາໂດຍທັນທີ.

ຂໍ້ມູນສາລະໜ້າຮູ້ຈາກ: ເວັບໄຊ້ສະນຸກ (sanook.com)

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...