spot_img
Homeຂ່າວພາຍ​ໃນຊື່ຍີ່ຫໍ້ລູກຊີ້ນເຖື່ອນທີ່ຜະລິດບໍ່ໄດ້ມາດຕະຖານ

ຊື່ຍີ່ຫໍ້ລູກຊີ້ນເຖື່ອນທີ່ຜະລິດບໍ່ໄດ້ມາດຕະຖານ

Published on

ເຈົ້າໜ້າທີ່ຕຳຫຼວດໄທ ສົມທົບກັບເຈົ້າໜ້າທີ່ກົມອາຫານ ແລະ ຢາ ບຸກເຂົ້າກວດກາໂຮງງານຜະລີດລູກຊີ້ນເຖື່ອນທີ່ບໍ່ໄດ້ຕາມມາດຕະຖານ 2 ແຫ່ງທີ່ ໝູ່ 4 ຕະຫຼາດລາດສະຫວາຍ, ເມືອງ ລຳລູກກາ, ແຂວງ ປະທຸມທານີ, ພົບເຫັນລູກຊີ້ນ 9 ຍີ່ຫໍ້ທີ່ບໍ່ໄດ້ມາດຕະຖານ. ໂຮງງານດັ່ງກ່າວຖືກໃຊ້ເປັນບ່ອນຜະລິດ ແລະ ຈຳໜ່າຍລູກຊີ້ນເຖື່ອນ,ບໍ່ຜະລິດຖືກຕາມຫຼັກສຸຂະອະນາໄມ, ເຊິ່ງມີການຈຳໜ່າຍມື້ໜຶ່ງປະມານ 500 ກິໂລກຣາມ, ສະເລ່ຍເດືອນໜຶ່ງ 15,000 ກິໂລກຣາມ.

ตร.เปิดยี่ห้อลูกชิ้น ผลิตในโรงงานเถื่อน หลังบุกทลาย โดนโทษผลิตอาหารไม่บริสุทธิ์

ເຈົ້າໜ້າທີ່ໄດ້ທຳການເປີດເຜີຍຊື່ຍີ່ຫໍ້ລູກຊີ້ນເຖື່ອນທີ່ຍຶດໄດ້ໃນຄັ້ງນີ້ມີຄື:

1. ລູກຊີ້ນໝູກາຕີໃຫຍ່ (ลูกชิ้นหมูตราตี๋ใหญ่ฯ)

2. ລູກຊີ້ນໝູເມືອງທອງກາໂກດີ KODEE (ลูกชิ้นหมูเมืองทอง ตราโกดี KODEE)

3. ລູກຊີ້ນໝູເມືອງທອງ ກາ ທີ.ເຄ (ลูกชิ้นหมูเมืองทองตรา ที.เค)

4. ລູກຊີ້ນໝູກາຕີເລັກ (ลูกชิ้นหมูตราตี๋เล็ก)

5. ລູກຊີ້ນກາຕີໃຫຍ່ (ลูกชิ้นเนื้อตราตี๋ใหญ่)

6. ລູກຊີ້ນກາເຮັງ (ลูกชิ้นเนื้อ ตรา เฮง)

7. ລູກຊີ້ນກາເມືອງເອກ ( ลูกชิ้นเนื้อตราเมืองเอก)

8. ລູກຊີ້ນໝູ AR ( ลูกชิ้นหมู AR )

9. ລູກຊີ້ນ ຊາຍ 2 ລູກຊີ້ນໝູ (ชาย 2 ลูกชิ้นหมู)

ເມື່ອເຫັນລາຍຊື່ຍີ່ຫໍ້ລູກຊີ້ນເຖື່ອນ ແລະ ຜະລິດແບບບໍ່ຖືກຕາມມາດຕະຖານແມ່ນຂໍໃຫ້ທຸກຄົນມີສະຕິໃນການເລືອກບໍລິໂພກໃຫ້ດີເດີ້ທຸກຄົນ.

ຂໍ້ມູນຈາກ: ຂ່າວສົດ

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...