spot_img
Homeຂ່າວຕ່າງປະເທດສະຫຼົດ! ເດັກນ້ອຍອາຍຸ 4 ປີ ຖືກສາຍວ່າວບາດຄໍ ເສຍເລືອດຫຼາຍຈົນເສຍຊີວິດ

ສະຫຼົດ! ເດັກນ້ອຍອາຍຸ 4 ປີ ຖືກສາຍວ່າວບາດຄໍ ເສຍເລືອດຫຼາຍຈົນເສຍຊີວິດ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ມັງກອນ 2024, ເກີດເຫດການສະຫຼົດເດັກນ້ອຍອາຍຸ 4 ປີ ເສຍຊີວິດ ຫຼັງຈາກຄໍຂອງເຂົາຖືກບາດດ້ວຍສາຍວ່າວທີ່ຄົມ ໃນເຂດມະຫິສາຄອນ ລັດຄຸສະຣາດ ປະເທດອິນເດຍ ເນື່ອງໃນເທດສະການອຸດຕະຍັນທີ່ເປັນປະເພນີກ່ຍວຂ້ອງກັບການຫຼິ້ນວ່າວ.

ເຈົ້າໜ້າທີ່ຕຳຫຼວດໄດ້ເລົ່າເຫດການວ່າ: ເຫດການດັ່ງກ່າວເກີດຂຶ້ນໃນຕອນບ່າຍຂອງວັນທີ 14 ມັງກອນ 2024 ຂະນະມີການຈັດເທສະການວ່າວທ້ອງຖິ່ນອຸດຕະຍັນ ທາຮຸນ ມາຊິ ເດັກຊາຍອາຍຸ 4 ປີ ຈາກເມືອງມະຫິສາຄອນກຳລັງເດີນທາງເພື່ອກັບບ້ານໂດຍການຂີ່ລົດຈັກກັບພໍ່ ເຊິ່ງເດັກນ້ອຍນັ່ງຢູ່ເບາະໜ້າລົດຈັກ.

ທັນໃດນັ້ນຄໍຂອງເດັກນ້ອຍກໍຖືກເຊືອກວ່າວທີ່ຄົມບາດ ຢູ່ບໍລິເວນກາງທາງໃນໝູ່ບ້ານໂບຮາດີ ລັງຈາກຖືກບາດ ເດັກນ້ອຍມີບາດເລິກທີ່ຄໍ ແລະ ໄດ້ເສຍຊີວິດຫຼັງມີເລືອດໄຫຼຈຳນວນຫຼາຍກ່ອນທີ່ຈະໄດ້ຮັບການຮັກສາ, ຢ່າງໃດກໍຕາມເຈົ້າໜ້າທີ່ກູ້ໄພສຸກເສີນໃນພຶ້ນທີ່ໄດ້ກ່າວວ່າ: ມີເຫດການຄ້າຍໆກັນເມື່ອປີທີ່ຜ່ານມາ 2023 ແລະ ມີຜູ້ໄດ້ຮັບເຈັບຈາກສາຍວ່າວເປັນຈຳນວນຫຼາຍ.

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...