spot_img
Homeຂ່າວພາຍ​ໃນກະຊວງປ້ອງກັນປະເທດ ໄດ້ຝຶກຊ້ອມຍິງປືນສະແດງ ຢູ່ວິທະຍາຄານນາຍ ແລະ ພົນທະຫານ ກົມມະດຳ ເມືອງໂພນໂຮງ ແຂວງວຽງຈັນ

ກະຊວງປ້ອງກັນປະເທດ ໄດ້ຝຶກຊ້ອມຍິງປືນສະແດງ ຢູ່ວິທະຍາຄານນາຍ ແລະ ພົນທະຫານ ກົມມະດຳ ເມືອງໂພນໂຮງ ແຂວງວຽງຈັນ

Published on

ໃນວັນທີ 15 ມັງກອນ 2024 ຜ່ານ, ກະຊວງປ້ອງກັນປະເທດ ໄດ້ຝຶກຊ້ອມຍິງປືນສະແດງ ຢູ່ວິທະຍາຄານນາຍ ແລະ ພົນທະຫານ ກົມມະດຳ ເມືອງໂພນໂຮງ ແຂວງວຽງຈັນ ເພື່ອກຽມສະເຫລີມສະຫລອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20/1/1949-20/1/2024) ເຊິ່ງການສະແດງແທ້ຈະຈັດຂຶ້ນໃນວັນທີ 17 ມັງກອນ 2024. ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ເຂົ້າຮ່ວມ.

ການຝຶກຊ້ອມຍິງສະແດງ ໃນຄັ້ງນີ້, ແນໃສ່ເຮັດໃຫ້ການສະເຫລີມສະ ຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ດຳເນີນໄປຢ່າງ ໂລ່ງລ່ຽນ, ເປັນລະບຽບຮຽບຮ້ອຍ ເຊິ່ງມີລາຍການສະ ແດງທັງໝົດ 15 ລາຍ ການ ເປັນຕົ້ນ, ເຫລົ່າຮົບສືບຂ່າວ ແລະ ເຫລົ່າຮົບຕີພິເສດ ສະແດງມວຍ ຫັດກາຍ, ມວຍສູ້ຮົບ, ກອງພັນໃຫຍ່ທະຫານຮາບຍານເກາະ 11 ສະແດງ ຍຸດທະວິທີສູ້ຮົບບຸກຄົນ (ຍິງລູກລົມ), ກອງພັນຍິງປືນ 199 ຍິງເປີດປ້າຍ ຄຳຂວັນ, ນຳໃຊ້ປືນສັ້ນຊາຍ-ຍິງ, ປືນເຫລັກສັ້ນຍິງເປົ້າຈານເຫລັກ; ເຫລົ່າຮົບຕີພິເສດປິດລັບ ຫລອນຕີສູນບັນຊາຂອງສັດຕູ, ກອງພັນໃຫຍ່ ທະຫານຮາບຍານເກາະ 11 ໃຊ້ກຳລັງໄຟຍິງກຽມ, ເຫລົ່າຮົບຊ່າງແສງ ສົ່ງໂບກຝ່າບິນ, ເປີດທາງໄຂໃຫ້ກອງພັນໃຫຍ່ທະຫານຮາບຍານເກາະ 11 ບຸກຕີສັດຕູ, ເຫລົ່າເສນາຮັກປະຕິບັດກອບກູ້ ທະຫານຖືກບາດເຈັບອອກ ຈາກສະໜາມ, ເຫລົ່າຮັບສືບຂ່າວ ງໍ 433 ສົມທົບທະຫານອາກາດໂຢດພົນ, ໂດດຈ້ອງ ລົງດັບສູນສັດຕູຢູ່ແນວຫລັງທຳລາຍກຸ່ມສາງອາວຸດຂອງສັດຕູ, ເຫລົ່າຮົບປືນໃຫຍ່ໜ້າດິນນຳໃຊ້ປືນໃຫຍ່ເຄື່ອນທີ 122 ມມ ແລະ ປືນ BM-21 ເຄື່ອນເຂົ້າຢຶດສະໜາມແລ້ວຍິງດັບສູນເປົ້າໝາຍ, ເລົ່າຮົບລົດຕັງ -ຍານເກາະ ນຳໃຊ້ລົດ T-72 ເຄື່ອນທີ່ ແລະ ຄົງທີ່ ຍິງທຳລາຍເປົ້າໝາຍ, ເຫລົ່າຮົບເຄມີ ສືບຂ່າວທາດພິດເຄມີ ແລະ ປະຕິບັດລົບລ້າງທາດພິດເຄມີ ໃຫ້ຄົນ ແລະ ພາຫະນະສູ້ຮົບ, ເຫລົ່າຮົບປ້ອງກັນອາກາດນຳໃຊ້ປືນ 57 ມມ ຍິງດັບສູນເປົ້າໝາຍເທິງອາກາດ, ຈໍ 279 ນຳໃຊ້ກ້ອນກຳລັງສະແດງຮູບ ແຖວຄົງທີ່, ເຄື່ອນທີ່ປະສານສຽງເສບ ແລະ ສະແດງຮູບແຖວຮ້ອງເພງ, ທັບອາກາດນຳໃຊ້ຝູງຍົນບິນສວນສະໜາມ ແລະ ບິນໂຊຜ່ານໜ້າຜາມໄຊ. ພ້ອມດຽວກັນນີ້, ຍັງມີການວາງສະແດງວັດຖຸອຸປະກອນ, ພາຫະນະອາວຸດ, ຍຸດໂທປະກອນທີ່ກົມອຸດສາຫະກຳປ້ອງກັນຊາດ ແລະ ກົມສື່ສານ, ກົມປືນໃຫຍ່ໜ້າດິນ ກອງທັບປະຊາຊົນລາວ.

 

ທ່ານ ພັນເອກ ບຸນປອນ ລົມພະຈັນ ຫົວໜ້າການທະຫານກອງພັນ ໃຫຍ່ ລົດຕັງຍານເກາະ 661 ກະຊວງປ້ອງກັນປະເທດ ກ່າວວ່າ: ສະເພາະ ກອງພັນໃຫຍ່ຂອງຕົນ ໄດ້ນຳໃຊ້ລົດຕັງຍານເກາະ 10 ກວ່າຄັນ, ມີກຳລັງ ພົນທັງໝົດ 100 ກວ່າຄົນ ໂດຍນຳໃຊ້ນາຍ ແລະ ພົນທະຫານ ຜູ້ຍິງເປັນຜູ້ ບັງຄັບບັນຊາລົດຕັງຍານເກາະ.

ສຳລັບ ຮູບແບບການສະແດງ ແມ່ນໝູນ ໃຊ້ຮູບແຖວສິລະປະຍຸດທະວິທີ, ນຳໃຊ້ສິລະປະຍຸດໃນການດັບສູນສັດຕູ ໂດຍນຳໃຊ້ລົດຕັງ T-72 ເຄື່ອນທີ່ ແລະ ຄົງທີ່ ຍິງທຳລາຍເປົ້າໝາຍສັດຕູ ເຊິ່ງໃນໄລຍະຝຶກຊ້ອມ ແມ່ນນຳໃຊ້ລູກປືນໃຫຍ່ ຄັນລະ 5 ລູກ, ສ່ວນໃນມື້ ສະແດງຕົວຈິງ ກໍຄືວັນທີ 17 ມັງກອນ 2024 ເປັນມື້ສະຫລອງວັນສ້າງຕັ້ງ ກອງທັບ ຄົບຮອບ 75 ປີ ຈະເພີ່ມຈຳນວນ ລູກປືນຂຶ້ນຕື່ມອີກ ເພື່ອເຮັດໃຫ້ ງານສະເຫລີມສະຫລອງ ເຕັມໄປດ້ວຍບັນຍາກາດ ອັນຄຶກຄື້ນມ່ວນຊື່ນ ແລະ ສົມຈິງ.

ທີ່ມາ: ປະເທດລາວ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...