Homeຂ່າວພາຍ​ໃນທ່ານ ຄໍາພັນ ພົມມະທັດ ລົງຕິດຕາມ ໂຄງການເຂດພັດທະນາເສດຖະກິດໃໝ່ສີທັນດອນ

ທ່ານ ຄໍາພັນ ພົມມະທັດ ລົງຕິດຕາມ ໂຄງການເຂດພັດທະນາເສດຖະກິດໃໝ່ສີທັນດອນ

Published on

ໃນໂອກາດລາຍງານສະພາບ ການກໍ່ສ້າງໂຄງການເຂດພັດທະນາເສດຖະກິດໃໝ່ສີທັນດອນທີ່ເມືອງໂຂງແຂວງຈຳປາສັກຕໍ່ທ່ານ ຄໍາພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງໃນວັນທີ 13 ມັງກອນ, ທ່ານ ຈາງສີ ( Zhang Qi ) ຮອງປະທານບໍລິສັດຮ່ວມພັດທະນາສີທັນດອນ ຈໍາກັດໄດ້ໃຫ້ຮູ້ວ່າ: ປັດຈຸບັນແຜນການດຳເນີນໂຄງການດັ່ງກ່າວກຳລັງຢູ່ໃນໄລຍະທີ 1 ມີການສ້າງໂຮງແຮມແຄນຄູ່ ຫຼື ຕຶກອະເນກປະສົງແຄນຄູ່ ລວມທັງກິດຈະກຳການບັນເທີງຄົບວົງຈອນ, ເຂດບ້ານຈັດສັນ, ການກໍ່ສ້າງພື້ນຖານໂຄງລ່າງເສັ້ນທາງສະຖານທີ່ຈອດລົດ, ນໍ້າປະປາ, ປັບປຸງສະຖານທີ່ທ່ອງທ່ຽວສວນອຸທິຍານນໍ້າຕົກຕາດຄອນພະເພັງ ແລະ ສົມພະມິດ (ຫຼີ່ຜີ), ສາງຄຽນຖ່າຍສິນຄ້າປອດພາສີ, ເຂດລ້ຽງປາສະຫວາຍ ເພື່ອສົ່ງອອກຕ່າງປະເທດ ແລະ ເຂດກ້າເບ້ຍໄມ້ ເພື່ອນຳໄປປູກປະດັບໃນເຂດໂຄງການ.

ສຳລັບຕຶກອະເນກປະສົງແຄນຄູ່ ຫຼື ເອີ້ນວ່າ ຕຶກຕິບເຂົ້າ ເປັນອາຄານ 15 ຊັ້ນ, ຊັ້ນໃຕ້ດິນມີ 2 ຊັ້ນ, ມີຄວາມສູງ 60,90 ແມັດ, ມີເນື້ອທີ່ປຸກສ້າງ 67.132.2 ຕາແມັດ. ໃນນັ້ນ, ຊັ້ນພື້ນໃຕ້ດິນ ມີເນື້ອທີ່ 17.067.05 ຕາແມັດ, ເລີ່ມກໍ່ສ້າງຕົ້ນປີ 2023, ຕາມແຜນການກໍ່ສ້າງໂຄງສ້າງໃຫ້ສຳເລັດໃນຕົ້ນເດືອນພຶດສະພາ 2024 ແລະ ຈະເລີ່ມມີການຕົບແຕ່ງໃນເດືອນພຶດສະພາ ແລະ ຄາດວ່າຈະສຳເລັດພ້ອມເປີດໃຫ້ບໍລິການໃນທ້າຍປີ 2025. ເຂົ້າຮວ່ມຕິດຕາມໂຄງການນີ້ຍັງມີທ່ານວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມຄະນະຈາກສູນກາງ ແລະ ທ້ອງຖິ່ນ.

ທີ່ມາ: CMG FM93

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...