spot_img
Homeຂ່າວພາຍ​ໃນການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນທົ່ວປະເທດ ປະຈໍາປີ 2023

ການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນທົ່ວປະເທດ ປະຈໍາປີ 2023

Published on

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນທົ່ວປະເທດ ປະຈໍາປີ 2023 ແລະ ທິດທາງແຜນປີ 2024 ຈັດຂຶ້ນໃນວັນທີ 14-15 ທັນວາ 2023 ຢູ່ກະຊວງການເງິນໂດຍການເປັນປະທານຂອງທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ, ມີບັນດາຫົວໜ້າສ່ວຍສາອາກອນປະຈໍາແຂວງ, ນະຄອນຫຼວງ, ປະຈໍາເມືອເຂົ້າຮ່ວມເພື່ອລາຍງານການຈັດຕັ້ງປະຕິບັດການຈັດເກັບລາຍຮັບອາກອນຢູ່ສູນກາງ ແລະທ້ອງຖິ່ນໃນຂອບເຂດທົ່ວປະເທດ ແລະ ປຶກສາຫາລືແຜນການຈັດເກັບລາຍຮັບອາກອນໃນປີ 2024 ເພື່ອຮັບປະກັນໃຫ້ການເກັບລາຍຮັບຈາກອາກອນສາມາດປະຕິບັດໄດ້ຕາມເປົ້າໝາຍວາງໄວ້.

ທ່ານ ບຸນປະເສີດ ກຸນລະບຸດ ໄດ້ໃຫ້ຮູ້ວ່າ: ໃນໄລຍະ 1 ປີທີ່ຜ່ານມາ ເປັນປີທີ່ຂຸ້ນຂ້ຽວການຈັດຕັ້ງປະຕິບັດວຽກງານ ແລະ ມີຫຼາຍເຫດການ, ສະພາບເສດຖະກິດ ມີຜົນກະທົບຕໍ່ການຈັດຕັ້ງປະຕິບັດການເກັບລາຍຮັບ ແລະ ເປັນປີສຸດທ້າຍຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ, ພ້ອມທັງສຸມໃສ່ບັນດາມະຕິຄໍາສັ່ງຂອງຂັ້ນເທິງ, ແຜນພັດທະນາຂະແໜງສ່ວຍສາອາກອນ ແຕ່ປີ 2021-2025 ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ. ໃນປີ 2023 ນີ້, ສາມາດເກັບລາຍຮັບໄດ້ທັງຫມົດ 25.238 ຕື້ກີບ ເທົ່າກັບ 110% ຂອງແຜນການປີທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 22% ເປັນເງິນ 4.521 ຕື້ກີບ. ໃນນັ້ນ, ລາຍຮັບສ່ວຍສາອາກອນສາມາດເກັບໄດ້ 16,958 ຕື້ກີບ ເທົ່າກັບ 98% ຂອງແຜນການປີ, ທຽບໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 21% ເປັນເງິນ 2,921 ຕື້ກີບ, ລາຍຮັບຊັບສົນເກັບໄດ້ 6,973 ຕື້ກີບ ເທົ່າກັບ 162% ຂອງແຜນການປີ, ທຽບໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 44% ເປັນເງິນ 2,143 ຕື້ກີບ ແລະ ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພເກັບໄດ້ 1,306 ຕື້ກີບເທົ່າກັບ 112% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 29.4% ເປັນເງິນ 543 ຕື້ກີບ. ແນວໃດກໍຕາມການເກັບການລາຍຮັບປະຈໍາປີ 2023 ສາມາດຍາດໄດ້ຜົນສໍາເລັດ ດັ່ງກ່າວ ຍ້ອນຄະນະພັກ-ຄະນະນໍາກະຊວງການເງິນເອົາໃຈໃສ່ນໍາພາ-ຊີ້ນໍາ ຂະແໜງສ່ວຍສາອາກອນໂດຍສະເພາະແມ່ນພະນັກງານສ່ວຍສາອາກອນທົ່ວສູນກາງ, ແຂວງ ແລະບັນດາເມືອງໃນຂອບເຂດທົ່ວປະເທດຮ່ວມກັບບັນດາຂະແໜງການທີ່ກ່ຽວຂ້ອງພວກເຮົາໄດ້ພ້ອມກັນເປັນກໍາລັງແຮງໃນການ ຈັດຕັ້ງປະຕິບັດ ວຽກງານ ແລະສຸມໃສ່ຈັດຕັ້ງປະຕິບັດບັນດາມະຕິຄໍາສັ່ງຕ່າງໆຢ່າງເຂັ້ມງວດ.

ພ້ອມນີ້, ກອງປະຊຸມຍັງໄດ້ຮັບຟັງລາຍງານຈາກບັນດາທ້ອງຖິ່ນ, ໄດ້ປຶກສາຫາລືຫຼາຍບັນຫາກ່ຽວກັບການຂະຫຍາຍລາຍຮັບ ແລະ ການລົງສໍາຫຼວດຫົວໜ່ວຍທຸລະກິດທີ່ເກີດໃໝ່ ຫຼືຢຸດເຊົາກິດຈະການ, ການເອົາຫົວໜ່ວຍເຂົ້າໃນລະບົບ TaxRIS ໃຫ້ໄດ້ 100%; ການຍື່ນບົດລາຍງານການເງິນປະຈໍາປີ ແລະ ການ ສົມທົບກັບຂະແໜງການຄ້າກວດກາບັນດາຫົວໜ່ວຍທຸລະກິດທີ່ຍັງບໍ່ທັນໄດ້ຢັ້ງຢືນໃນລະບົບ ERC; ການຄຸ້ມຄອງ, ຕິດຕາມການແຈ້ງມອບອາກອນຂອງຫົວໜ່ວຍວິສາຫະກິດ ໃຫ້ຖືກຕ້ອງຄົບຖ້ວນ ແລະການຄຸ້ມຄອງການຈັດເກັບອາກອນທີ່ດິນ, ຄ່າທໍານຽມທາງ ແລະ ຄ່າບໍລິການ ແລະອື່ນໆ.

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...