spot_img
Homeຂ່າວພາຍ​ໃນຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະປະຈຳປີ 2023 ຂອງຂະແໜງພາສີທົ່ວປະເທດ

ຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະປະຈຳປີ 2023 ຂອງຂະແໜງພາສີທົ່ວປະເທດ

Published on

ກົມພາສີ ກະຊວງການເງິນໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະປະຈຳປີ 2023 ແລະ ກຳນົດທິດທາງແຜນການ, ມາດຕະການປະຈຳປີ 2024 ຂອງຂະແໜງພາສີທົ່ວປະເທດຂຶ້ນ ໃນວັນທີ 14 ທັນວາ ນີ້ ທີ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ ICTC ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ມີທ່ານ ພູເຂົາຄຳ ວັນນະວົງໄຊ ຫົວໜ້າກົມພາສີ, ມີຫົວໜ້າພາສີປະຈໍານະຄອນຫຼວງວຽງຈັນ-ແຂວງ, ຫົວໜ້າດ່ານພາສີສາກົນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພູເຂົາຄຳ ວັນນະວົງໄຊ ກ່າວວ່າ: ກອງປະຊຸມໃນຄັ້ງນີ້ຈັດຂຶ້ນເພື່ອເປັນການສະຫຼຸບ ຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະປະຈຳປີ 2023 ແລະ ກຳນົດທິດທາງແຜນການ ແລະ ມາດຕະການປະຈຳປີ 2024 ຂອງຂະແໜງພາສີ ຊຶ່ງການຈັດເກັບລາຍຮັບໃນປີ 2023 ກົມພາສີໄດ້ຮັບແຜນຈັດເກັບລາຍຮັບ 10,476 ຕື້ກີບ, ປະຕິບັດໄດ້ 11,624 ຕື້ກີບ ເທົ່າກັບ 110,97% ຂອງແຜນການປີ ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 34,19% ເທົ່າກັບ 2,962 ຕື້ກີບ. ໃນນັ້ນລາຍຮັບທີ່ເກີດຂຶ້ນໃໝ່ມີຄື: ຈາກການເກັບພັນທະຄ່າບໍລິການຕູ້ສິນຄ້າທາງລົດໄຟຜ່ານເຂດທ່າບົກ-ທ່ານາແລ້ງ 11,9 ຕື້ກີບ ແລະ ຈາກການເກັບຄ່າພາສີຂາອອກປະເພດແຮ່ທາດ 95,8 ຕື້ກີບ. ມາຮອດວັນທີ 11 ທັນວາ 2023 ປະຕິບັດໄດ້ 12.144 ຕື້ກີບ ເທົ່າກັບ 115% ຂອງແຜນການປີ. ໝົດປີ 2023 ຈະສູ້ຊົນໄດ້ 12.571 ຕື້ກີບ ຫຼື ເທົ່າກັບ 120% ຂອງແຜນການປີ ຫຼື ລື່ນແຜນ 2.095 ຕື້ກີບ.

ໃນໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ໃຫ້ກຽດໂອ້ລົມ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ, ຂະແໜງກົມພາສີທີ່ສາມາດບຸກບືນເຮັດລ້ອນໜ້າທີ່, ບັນລຸຕາມແຜນທີ່ວາງໄວ້ໃນໄລຍະ 1 ປີຜ່ານມາ. ເພື່ອສ້າງຄວາມເຂັ້ມແຂງໃຫ້ວຽກງານດັ່ງກ່າວ, ຂະແໜງພາສີຄວນເອົາໃຈໃສ່ໃນການຈັດຕັ້ງປະຕິບັດເປັນຕົ້ນ:

  1. ໃຫ້ຄະນະນໍາພາສີແຕ່ລະຂັ້ນເອົາໃຈໃສ່ຕໍ່ບັນຫາການເມືອງແນວຄິດຂອງພະນັກງານ, ສ້າງພະນັກງານໃຫ້ມີຄຸນທາດການເມືອງໜັກແໜ້ນ, ສ້າງວັດທະນາທຳອົງກອນໃຫ້ມີຄຸນນະທຳ ແລະ ຈາລິຍະທຳ, ມີຄວາມສະເໝີພາບ, ສ້າງຂະແໜງພາສີໃຫ້ກາຍເປັນອົງການສືບສວນ-ສອບສວນທີ່ເຂັ້ມແຂງ;
  2. ໃນໜຶ່ງປີຜ່ານມາໄດ້ມີການປັບປຸງກົງຈັກການຈັດຕັ້ງຂອງຂະແໜງພາສີຕາມພາລະບົດບາດໃນຂໍ້ຕົກລົງເລກທີ 2059/ກງ ສຳເລັດ, ຜ່ານການຈັດຕັ້ງປະຕິບັດໃນຊຸມປີຜ່ານມາ ບັນດາທ່ານເຫັນອັນໃດຍັງບໍ່ທັນສອດຄ່ອງຄວນປັບປຸງຄືນເປັນຕົ້ນ ໂຄງປະກອບກົງຈັກພາສີຢູ່ຂັ້ນທ້ອງຖິ່ນ ແລະ ພະແນກການຂອງກົມພາສີ, ການແບ່ງຄວາມຮັບຜິດຊອບ, ກົນໄກປະສານງານ, ຂອບເຂດສິດ ແລະ ອື່ນໆ, ຮີບຮ້ອນໃຫ້ສໍາເລັດໂດຍໄວ;
  3. ວຽກບຸກຄະລາກອນ, ການກຽມພ້ອມກັບບັນຫາການຂາດແຄນບຸກຄະລາກອນໃນຊຸມປີຕໍ່ໜ້າຂອງຂະແໜງພາສີ, ການຖ່າຍທອດບົດຮຽນປະສົບການ, ການສືບທອດປ່ຽນແທນມີແຜນຄືແນວໃດ, ດັ່ງທີ່ຮູ້ກັນວ່າ ປັດຈຸບັນບຸກຄະລາກອນຂອງຂະແໜງພາສີກຳລັງຢູ່ໃນໄລຍະດັດສົມທາງດ້ານຈຳນວນ ແລະ ຄຸນນະພາບ. ສະນັ້ນ, ກອງປະຊຸມຄັ້ງນີ້ສະເໜີໃຫ້ຄົ້ນຄວ້າ ແລະ ກໍານົດທິດທາງແຜນການຈັດສັນບຸກຄະລາກອນ ແລະ ການພັດທະນາບຸກຄະລາກອນໃຫ້ມີຄວາມຊັດເຈນ, ຈະແຈ້ງ ແລະ ຖືກທິດຄື: ຫັນພະນັກງານ-ລັດຖະກອນພາສີໃຫ້ມີທັກສະຂັ້ນສູງ ແລະ ເປັນມືອາຊີບ, ມີສະຕິຄວາມຮັບຜິດຊອບສູງ, ມີຈັນຍາບັນ-ຈັນຍາທຳສູງ ພ້ອມທັງດຳເນີນການຖ່າຍທອດບົດຮຽນ-ປະສົບການ, ແຜນການ, ການສືບທອດປ່ຽນແທນໄປພ້ອມໆກັນ;
  4. ວຽກນິຕິກໍາໃຫ້ທົບທວນຄືນບັນດານິຕິກໍາທີ່ອອກຜ່ານມາ ເຫັນລະບຽບການໃດທີ່ບໍ່ທັນສອດຄ່ອງ, ພາໃຫ້ເກີດມີຊ່ອງຫວ່າງຮົ່ວໄຫຼໃນການຈັດເກັບລາຍຮັບເຂົ້າງົບປະມານ ຫຼື ມີລັກສະນະບໍ່ສົ່ງເສີມການດຳເນີນທຸລະກິດແມ່ນໃຫ້ຮີບຮ້ອນຄົ້ນຄວ້າ, ປັບປຸງ ອັດໃຫ້ໄດ້ທຸກຊ່ອງຫວ່າງ ແລະ ແກ້ໄຂທຸກຂອດອຸດຕັນ;
  5. ວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ການຈັດຕັ້ງປະຕິບັດແຜນງານຜູ້ປະກອບການເອອີໂອຂອງ ສປປ ລາວ ມີຄືແນວໃດໃນປີ 2024, ມີຈຸດໃດທີ່ຈະຕ້ອງປັບປຸງຕື່ມດ້ານນິຕິກຳ, ສາມາດເປີດໃຫ້ຜູ້ປະກອບການອື່ນເຊັ່ນ: ຜູ້ບໍລິການແຈ້ງພາສີ, ຜູ້ບໍລິການສາງ, ຜູ້ຂົນສົ່ງເຂົ້າຮ່ວມໂຄງການໄດ້ບໍ່ ເພື່ອສ້າງໃຫ້ໂຄງການນີ້ມີຄວາມເປີດກວ້າງ ແລະ ຫຼາກຫຼາຍ ທີ່ນອກເໜືອຈາກນໍາເຂົ້າ ແລະ ສົ່ງອອກ, ເປັນໄປໄດ້ບໍ່ຈະໃຫ້ໄດ້ຢ່າງໜ້ອຍ 3 ບໍລິສັດໃນປີໜ້າ. ນອກຈາກນັ້ນ, ວຽກງານ AEO MRA ການຮັບຮູ້ເຊິ່ງກັນ ແລະ ກັນຂອງລັດຖະການພາສີ ກ່ຽວກັບຜູ້ປະກອບການເອອີໂອໄດ້ດຳເນີນການຄືແນວໃດ;
  6. ວຽກງານການຮ່ວມມືກັບສາກົນ: ການປະເມີນຄືນກອບການຮ່ວມມືທາງພາສີຮ່ວມກັບພາກພື້ນ ແລະ ສາກົນມີຄືແນວໃດ ແລະ ການກະກຽມເປັນເຈົ້າພາບກອງປະຊຸມອາຊຽນທີ່ ສປປລາວ ເປັນເຈົ້າພາບໃນປີ 2024 ທີ່ຕິດພັນກັບກົມພາສີລາວມີຄວາມພ້ອມຄືແນວໃດ;
  7. ວຽກງານສືບສວນ-ສອບສວນ ແລະ ປາບປາມ: ໃຫ້ພ້ອມກັນຄົ້ນຄວ້າກຳນົດທິດທາງ ແລະ ມາດຕະການວຽກງານດັ່ງກ່າວໃຫ້ມີຈຸດສຸມ ແລະ ວິທະຍາສາດ, ຫັນວຽກງານສືບສວນ-ສອບສວນໄປສູ່ຄວາມເຂັ້ມແຂງ ແລະ ໃຫ້ບຸກຄົນ, ນິຕິບຸກຄົນມີສ່ວນຮ່ວມໃນວຽກງານຕ້ານ ແລະ ສະກັດກັ້ນການລັກລອບໜີພາສີນັບມື້ໃຫ້ສູງຂຶ້ນ. ໃນນັ້ນ, ວຽກງານກວດສອບຄືນການແຈ້ງພາສີເປັນມາດຕະການໜຶ່ງທີ່ມີບົດບາດສຳຄັນ, ເພື່ອກວດສອບການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການທາງພາສີຕໍ່ບໍລິສັດນຳເຂົ້າ-ສົ່ງອອກ ແລະ ຜ່ານແດນ, ທັງເປັນການເກັບກຳຂໍ້ມູນ.

ດັ່ງນັ້ນ ໃຫ້ສືບຕໍ່ເອົາໃຈໃສ່ຄົ້ນຄວ້າ, ປຶກສາຫາລືໃນຕໍ່ໜ້າຈະເຮັດແນວໃດ ໃຫ້ວຽກນີ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ; ວຽກງານຄຸ້ມຄອງການແຈ້ງພາສີ; ການສົ່ງເສີມການສົ່ງອອກ ແລະ ການລົງທຶນ; ວຽກງານຫັນພາສີເປັນທັນສະໄໝ ແລະ ວຽກກວດກາ-ກວດການໃຫ້ສືບຕໍ່ເອົາໃຈໃສ່ຕິດຕາມກວດກາ-ກວດການ ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ແລະ ການລະເມີດຫຼັກຈັນຍາບັນ-ຈັນຍາທໍາຂອງພະ ນັກງານ ແລະ ເຈົ້າໜ້າທີ່ພາສີ, ຖ້າພົບເຫັນກໍລະນີລະເມີດໃຫ້ຮີບຮ້ອນຄົ້ນຄວ້າ ແລະ ຊອກວິທີແກ້ໄຂໃຫ້ທັນການ ຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດສົ່ງເສີມຄົນດີ, ຄົນເກັ່ງ ແລະ ແກ້ໄຂຄົນເສຍທາດຂາດຄຸນ.

ແຫຼ່ງຂ່າວ ປະຊາຊົນ

ບົດຄວາມຫຼ້າສຸດ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບ ປະທານປະເທດ ແຫ່ງ ສສ ຫວຽດນາມ

ນາຍົກລັດຖະມົນຕີ ພົບປະກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນຕອນບ່າຍວັນທີ 25 ເມສາ 2025 ຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ...

ຂ່າວດີ! ສປປ ລາວ ຫາລືກຽມອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ໃນປີ 2026

ຂ່າວດີໃນປີໜ້າ! ສປປ ລາວ ຫາລືກຽມອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ກະຊວງການຕ່າງປະເທດ ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດແຜນດໍາເນີນງານຂອງ ສປຊ ສໍາລັບປະເທດດ້ອຍພັດທະນາ ໃນວັນທີ 24 ເມສາ 2025 ໂດຍການເປັນປະທານຂອງ...

ປະທານປະເທດ ລາວ ແລະ ຫວຽດນາມ ຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານສຳຄັນ ຈໍານວນ 03 ສະບັບ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນແບບພິເສດ ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ...

ສົມເດັດພະເທບ ຢ້ຽມຢາມໂຮງຮຽນວັດທະນະທໍາປ້ອງກັນຄວາມສະຫງົບ ທີ່ແຂວງວຽງຈັນ.

ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງຣາຊະອານາຈັກໄທ ຢ້ຽມຢາມໂຮງຮຽນວັດທະນະທໍາ ປກສ ຕອນບ່າຍວັນທີ 23 ເມສາ 2025 , ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ...