Homeຂ່າວພາຍ​ໃນທ່ານນາຍົກລັດຖະມົນຕີເນັ້ນ 9 ບັນຫາ ຕໍ່ການແກ້ໄຂບັນຫາຢາເສບຕິດແຕ່ນີ້ຮອດ 2025

ທ່ານນາຍົກລັດຖະມົນຕີເນັ້ນ 9 ບັນຫາ ຕໍ່ການແກ້ໄຂບັນຫາຢາເສບຕິດແຕ່ນີ້ຮອດ 2025

Published on

ໃນໂອກາດທີ່ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີປິດກອງປະຊຸມສະຫຼຸບ ຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນໄລຍະ 3 ປີ (2021-2023) ແລະ ທິດທາງແຜນການຮອດປີ 2025 ຈັດຂຶ້ນໃນວັນທີ 13 ທັນວາ ນີ້ ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ (ປກສ) ພາຍໃຕ້ການເປັນປະທານຂອງທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ, ໂດຍມີເຈົ້າແຂວງ, ຮອງເຈົ້າແຂວງ, ບັນດາການນໍາຂັ້ນສູງຈາກກະຊວງຕ່າງໆທີ່ກ່ຽວຂ້ອງ, ການນຳຂັ້ນສູງກະ ຊວງ ປກສ, ຫົວໜ້າກົມ-ຮອງກົມ, ກອງບັນຊາການ ປກສ ແຂວງທົ່ວປະເທດເຂົ້າຮ່ວມ.

ທ່ານ ສອນໄຊ ສີພັນດອນ ໄດ້ເນັ້ນ 9 ບັນຫາ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດແຕ່ນີ້ຮອດປີ 2025 ໃຫ້ປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ນັ້ນ. ບັນດາສະ ຫາຍຈະຕ້ອງໄດ້ເອົາໃຈໃສ່ຫັນເອົາວາລະແຫ່ງຊາດດັ່ງກ່າວເຂົ້າເປັນທິດທາງແຜນການ, ແຜນງານ, ໂຄງການໃຫ້ເປັນອັນລະອຽດຂອງກະຊວງ, ຂອງແຂວງ, ຂອງຂະແໜງການທີ່ກ່ຽວຂ້ອງ ເພື່ອນໍາມາເປັນທິດທາງແຜນການໃນຊຸມປີຕໍ່ໜ້າຄື:

1) ໃຫ້ກວດກາຄືນຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດໃນໄລຍະຜ່ານມາ ເພື່ອຊອກໃຫ້ເຫັນດ້ານອ່ອນ-ຂໍ້ຄົງຄ້າງ, ສິ່ງທ້າທາຍ, ສາເຫດ, ບົດຮຽນທີ່ຖອດຖອນໄດ້ ເພື່ອເປັນບົດຮຽນໃຫ້ແກ່ການວາງທິດທາງ, ແຜນການ, ວິທີການ, ມາດຕະການແກ້ໄຂບັນຫາຢາເສບຕິດໃຫ້ມີປະສິດທິພາບ, ປະສິດທິຜົນຫຼາຍຂຶ້ນກວ່າເກົ່າ;

2) ໃຫ້ທົບທວນຄືນ 6 ແຜນວຽກຈຸດສຸມ ເພື່ອປັບປຸງໃຫ້ສອດຄ່ອງກັບສະພາບການຕົວຈິງໃນປັດຈຸ ບັນ ແລະ ຕໍ່ໜ້າ ໂດຍຫັນເປັນໂຄງການ, ແຕ່ລະໂຄງການຕ້ອງມີແຜນການ, ແຜນງົບປະມານ, ແຜນບຸກຄະລາກອນ ແລະ ມີຄາດໝາຍສູ້ຊົນຢ່າງລະອຽດ, ຈະແຈ້ງ ພ້ອມທັງມອບໝາຍໃຫ້ພາກສ່ວນຮັບຜິດຊອບນໍາໄປຈັດຕັ້ງປະຕິບັດແຕ່ຫົວທີ;

3) ໃຫ້ສືບຕໍ່ກໍານົດສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຄະນະກໍາມະການແກ້ໄຂຢາເສບຕິດລະດັບຊາດໃຫ້ລະອຽດ, ຈະແຈ້ງ ແລະ ສືບຕໍ່ແຕ່ງຕັ້ງຄະນະກໍາມະການແກ້ໄຂຢາເສບຕິດລະດັບທ້ອງ ຖິ່ນໃຫ້ຄົບຊຸດ ໂດຍມີທຸກຂະແໜງການທີ່ກ່ຽວຂ້ອງຂອງທ້ອງຖິ່ນເຂົ້າຮ່ວມນໍາ ເພື່ອຮັບປະກັນການຈັດຕັ້ງປະຕິ ບັດວາລະແຫ່ງຊາດແຕ່ນີ້ຮອດປີ 2025 ໃຫ້ມີຄວາມເປັນເອກະພາບ, ຕໍ່ເນື່ອງ, ມີປະສິດທິພາບ, ປະສິດທິຜົນສູງ;

4) ເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບ ແລະ ຄວາມສາມາດໃນການນໍາພາ-ຊີ້ນຳຂອງຄະນະພັກ-ຄະ ນະນໍາແຕ່ລະກະຊວງ, ອໍານາດການປົກຄອງທ້ອງຖິ່ນແຕ່ລະຂັ້ນໃຫ້ສູງຂຶ້ນກວ່າເກົ່າ, ຖືເອົາວາລະແຫ່ງຊາດ ເປັນມາດຕະຖານເງື່ອນໄຂໜຶ່ງເຂົ້າໃນການສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນຕິດພັນກັບການສ້າງບ້ານ, ສ້າງໂຮງຮຽນ ແລະ ສະຖານທີ່ປອດຢາເສບຕິດ ໂດຍສູ້ຊົນສ້າງບ້ານປອດຢາເສບຕິດໃຫ້ໄດ້ 80% ຂອງບ້ານທົ່ວປະເທດ; ສ້າງເປັນສໍານັກງານອົງການປອດຢາເສບຕິດໃຫ້ໄດ້ 100%; ສ້າງໂຮງຮຽນ, ສະຖາບັນການສຶກສາປອດຢາເສບຕິດໃຫ້ໄດ້ 95% ຂຶ້ນໄປ. ພ້ອມນີ້, ໃຫ້ເອົາໃຈໃສ່ສ້າງຂະບວນແຂ່ງຂັນໃຫ້ມີບັນຍາກາດຟົດຟື້ນຢ່າງຕໍ່ເນື່ອງ, ມີການເຂົ້າຮ່ວມຂອງທຸກອົງການຈັດຕັ້ງພັກ-ລັດ, ທຸກພາກສ່ວນໃນສັງຄົມຢ່າງກວ້າງຂວາງ, ມີນະໂຍບາຍທີ່ເໝາະສົມຕໍ່ຜູ້ເຮັດໄດ້ດີ ແລະ ປະຕິບັດວິໄນຕໍ່ຜູ້ລ່ວງລະເມີດ;

5) ເພີ່ມທະວີການໂຄສະນາ-ເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ແລະ ຈັດພິມສື່ໂຄສະນາຕ່າງໆ ທີ່ຕິດພັນກັບວາລະແຫ່ງຊາດໃຫ້ໄດ້ 80% ຂຶ້ນໄປຕາມແຜນການທີ່ວາງໄວ້;

6) ປະສານສົມທົບກັບທ້ອງຖິ່ນຢ່າງໃກ້ຊິດເພື່ອຕິດຕາມ, ເຝົ້າລະວັງ, ສະກັດກັ້ນ ແລະ ແກ້ໄຂການລັກລອບປູກພືດທີ່ມີສານເສບຕິດຢູ່ບັນດາແຂວງພາກເໜືອ, ພາກກາງໃຫ້ຫຼຸດລົງໃນແຕ່ລະປີ, ໃຫ້ກວດກາຄືນບັນດາໂຄງການພັດທະນາທາງເລືອກທົດແທນ ການປູກພືດທີ່ມີສານເສບຕິດເຊັ່ນ: ໂຄງການຮ່ວມມືລາວ-ຈີນ, ໂຄງການຮ່ວມມືລາວ-ສະຫະປະຊາຊາດ (ສປຊ) ແລະ ໂຄງການອື່ນໆໃຫ້ມີຜົນສໍາເລັດສູງ ປະຊາຊົນໄດ້ຮັບຜົນປະໂຫຍດ;

7) ຕິດຕາມ, ກວດກາ, ຄຸ້ມຄອງການບໍລິການຂອງສູນປິ່ນປົວ, ຝຶກວິຊາຊີບຜູ້ຕິດຢາເສບຕິດ ແລະ ການບໍາບັດຂັ້ນຊຸມຊົນຢູ່ໂຮງໝໍເມືອງໃຫ້ມີປະສິດ ທິພາບສູງຂຶ້ນກວ່າເກົ່າ;

8) ເອົາໃຈໃສ່ຕິດຕາມ, ກວດກາ, ຄຸ້ມຄອງການນໍາເຂົ້າ, ສົ່ງອອກ, ນໍາຜ່ານສານເຄມີຕົ້ນທີ່ເອົາເຂົ້າມາພັດທະນາດ້ານອຸດສາຫະກໍາ, ບໍ່ແຮ່, ການແພດ ແລະ ອື່ນໆ ຮ່ວມກັບພາກສ່ວນກ່ຽວຂ້ອງໃຫ້ຖືກຕ້ອງຕາມລະບຽບກົດໝາຍ;

9) ເອົາໃຈໃສ່ປະສານງານຮ່ວມມືກັບບັນດາປະເທດເພື່ອນມິດອ້ອມຂ້າງ ສປປ ລາວ ເພື່ອຮ່ວມກັນສະກັດກັ້ນ ແລະ ຕ້ານຢາເສບຕິດ ແລະ ສານເຄມີຕົ້ນຕາມບໍລິເວນຊາຍແດນລະຫວ່າງປະເທດ. ພ້ອມທັງສືບຕໍ່ຈັດຕັ້ງປະຕິບັດຕາມສັນຍາໂຄງການແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ໂຄງການແມ່ນໍ້າຂອງປອດໄພ, ຫ້ອງການປະສານງານຕາມຊາຍແດນ BLO ແລະ ໂຄງການອື່ນໆ ທີ່ ສປປ ລາວ ເຂົ້າຮ່ວມເປັນພາຄີ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...