spot_img
Homeຂ່າວທ້ອງຖິ່ນການເງິນ ແລະ ເສດຖະກິດ3 ປັດໃຈສາເຫດທີ່ເຮັດໃຫ້ລາຄາແກັສຫຸງຕົ້ມສູງເພີ່ມຂຶ້ນ

3 ປັດໃຈສາເຫດທີ່ເຮັດໃຫ້ລາຄາແກັສຫຸງຕົ້ມສູງເພີ່ມຂຶ້ນ

Published on

ອີງຕາມບົດຄົ້ນຄວ້າ ການຄຸ້ມຄອງລາຄາແກັສຫຸງຕົ້ນຢູ່ ສປປ ລາວ (ກໍລະນີສຶກສາຢູ່ນະຄອນຫຼວງວຽງຈັນ) ຂອງກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ:

ຖ້າເບິ່ງຈາກສະພາບລວມພົບວ່າ ລາຄາແກັສຫຸງຕົ້ມເພີ່ມຂື້ນຕາມແນວໂນ້ມການປັບຂຶ້ນຂອງລາຄາສິນຄ້າ ໂດຍລວມ (ອັດຕາເງິນເຟີ້). ສັງລວມປັດໃຈສາເຫດທີ່ເຮັດໃຫ້ແກັສຫູງຕົ້ມມີ່ລາຄາເພີ່ມຂຶ້ນ ມີດັ່ງນີ້:

ປັດໄຈທີ 1: ຍ້ອນເງິນກີບອ່ອນຄ່າ (ການຊື້ ຂາຍອ້າງອີງອັດຕາແລກປ່ຽນເງິນຕາ) ໂດຍອັດຕາ ແລກປ່ຽນກີບຕໍ່ບາດໄດ້ເພີ່ມຂຶ້ນ (ເງິນກີບອ່ອນຄ່າ) ຫຼາຍເຖິງ 29,56% ເມື່ອທຽບໃສ່ ທ້າຍປີ 2012 ແລະ 46,75% ເມື່ອທຽບໃສ່ຕົ້ນປີ 2022. ແກັສຫຸງຕົ້ມ ແມ່ນສິນຄ້ານໍາເຂົ້າ 100% ຕ້ອງໄດ້ນໍາໃຊ້ເງິນຕາໄປຊື້ (ເງິນໂດລາ ບາດ). ເມື່ອເງິນກີບອ່ອນຄ່າຕໍ່ເນື່ອງໝາຍ ວ່າທຸລະກິດຕ້ອງໄດ້ເພີ່ມຈໍານວນເງິນກີບຂຶ້ນ ເພື່ອແກັສໃຫ້ໄດ້ປະລິມານເທົ່າເກົ່າ. ດັ່ງນັ້ນ, ເມື່ອອີງໃສ່ໂຄງສ້າງລາຄາຈຶ່ງເຮັດໃຫ້ລາຄາຂາຍຍ່ອຍ ປັບຂຶ້ນຢ່າງຫຼີກລ້ຽງບໍ່ໄດ້. ຈາກສະພາບການຊື້ແກັສຫູງຕົ້ມຈາກຕົ້ນທາງເປັນເງິນຕາຕ່າງປະເທດ ແຕ່ຂາຍພາຍໃນເປັນເງິນກີບ ເຮັດໃຫ້ທຸລະກິດແກັສພົບບັນຫາ ໂດຍສະເພາະການເຂົ້າເຖິງແຫຼ່ງເງິນຕາເພື່ອນໍາເຂົ້າແກັສ. ຄວາມຕ້ອງການເງິນຕາ ເພື່ອນໍາເຂົ້າແກັສຫຸງຕົ້ມຂອງບັນດາບໍລິສັດໃນແຕ່ລະປີແມ່ນສູງຕາມການເພີ່ມຂຶ້ນຂອງມູນຄ່ານໍາເຂົ້າ.

ປັດໄຈທີ 2: ລາຄາຊື້ຢູ່ປະເທດຕົ້ນທາງເພີ່ມຂຶ້ນ. ໂດຍລາຄາຕົ້ນທາງ ໄດ້ມີການປັບເປັນແຕ່ລະໄລຍະຕາມສະພາບການເໜັງຕີງຂອງລາຄາແກັສໃນຕະຫຼາດໂລກ ລາຄາຊື້ແກັສຈາກຕົ້ນທາງຂອງລາວ ໄດ້ເພີ່ມຂຶ້ນ 0,39% ເມື່ອທຽບໃສ່ ທ້າຍປີ 2022 ແລະ 4,62 % ເມື່ອທຽບໃສ່ຕົ້ນປີ 2022. ແກັສຫຸງຕົ້ມ ແມ່ນຜະລິດຕະພັນທີ່ໄດ້ມາຈາກຂະບວນການກັ່ນນໍ້າມັນ. ແຕ່ໂຮງງານກັ່ນນໍ້າມັນຢູ່ ສປປ ລາວ ຍັງຢູ່ໃນໄລຍະເລີ່ມຕົ້ນຂອງພັດທະນາ. ດັ່ງນັ້ນ ເມື່ອລາຄາຊື້ຢູ່ປະເທດຕົ້ນທາງປັບເພີ່ມຂຶ້ນ ກໍ່ເຮັດໃຫ້ຕົ້ນທຶນໃນການນໍາເຂົ້າສູງຂຶ້ນ ເຊິ່ງສົ່ງຜົນໃຫ້ລາຄາຈໍາໜ່າຍພາຍໃນແພງຂຶ້ນ.

ປັດໄຈທີ 3: ຄ່າໃຊ້ຈ່າຍປິ່ນອ້ອມການດໍາເນີນທຸລະກິດແກັສ (ພາສີ-ອາກອນ, ຄ່າຂົນສົ່ງ, ຄວາມສ່ຽງ , ສິ້ນເປືອງ, ກໍາໄລ, ຄ່າບໍລິການຂາຍຍ່ອຍ ແລະ ອື່ນໆ) ເພີ່ມຂຶ້ນຕາມການປ່ຽນແປງຂອງສະພາບເສດຖະກິດ- ສັງຄົມໂດຍລວມຂອງ ສປປ ລາວ. ອ້າງອີງໂຄງສ້າງລາຄາແກັສຫຸງຕົ້ມ ນັບຕັ້ງແຕ່ຂອດການນໍາເຂົ້າ ຈົນເຖິງຂັ້ນຂອດຜູ້ຄ້າຍ່ອຍ ສົ່ງຜົນຕໍ່ຕົ້ນທຶນໃນການດໍາເນີນ ທຸລະກິດສູງ ບວກກັບຂະໜາດຂອງຕະຫຼາດພາຍໃນນ້ອຍ ແຕ່ມີຫຼາຍບໍລິສັດທີ່ແຂ່ງຂັນກັນ ເຮັດໃຫ້ລາຄາຈໍາໜ່າຍຂອງແຕ່ລະບໍລິສັດແຕກຕ່າງກັນ. ຖ້າປ່ອຍໃຫ້ທຸລະກິດແຂ່ງຂັນກັນສູງ ແບບບໍ່ເປັນທໍາຈະເຮັດໃຫ້ບໍລິສັດທີ່ເຮັດແທ້ທໍາຈິງເສຍປຽບ ແລະ ບໍ່ເຕີບໃຫຍ່ເຂັ້ມແຂງ. ດັ່ງນັ້ນ, ມາດຕະການ ແລະ ລະບຽບຄຸ້ມຄອງທີ່ດີ ແລະ ມີປະສິດທິພາບ ຈະປະກອບສ່ວນເຮັດໃຫ້ຕົ້ນທຶນຈໍາໜ່າຍຕໍ່ໜ່ວຍຫຼຸດລົງ ແລະ ເຮັດໃຫ້ທຸລະກິດແກັສມີຄວາມເຂັ້ມແຂງ ກ້າວເປັນມືອາຊີບໄດ້ໃນອະນາຄົດ.

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...