Homeຂ່າວພາຍ​ໃນໃນປີ 2023 ສປປ ລາວ ພົບຜົນເສຍຫາຍຈາກການສໍ້ລາດບັງຫຼວງ

ໃນປີ 2023 ສປປ ລາວ ພົບຜົນເສຍຫາຍຈາກການສໍ້ລາດບັງຫຼວງ

Published on

ທ່ານ ວິໄລວັນ ບຸດດາຄໍາ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ ໃຫ້ຮູ້ໃນໂອກາດກ່າວປາໃສ ຕໍ່ພິທີສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນຄົບຮອບ 20 ປີ (9 ທັນວາ 2003- 9 ທັນວາ 2023), ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນວັນທີ 8 ທັນວາ 2023 ນີ້ ວ່າ: ພາກສ່ວນທີ່ກ່ຽວຂ້ອງ ໄດ້ດຳເນີນການຕິດຕາມ-ກວດກາ ແລະ ສືບສວນ-ສອບສວນຕໍ່ບັນດາເປົ້າໝາຍ ທີ່ມີພຶດຕິກຳສໍ້ລາດບັງຫຼວງ, ພ້ອມທັງປະຕິບັດມາດຕະການທາງວິໄນ, ປັບໄໝ ແລະ ສົ່ງສຳນວນຄະດີໃຫ້ສານຕັດສີນຕາມກົດໝາຍ.

ສະເພາະໃນປີ 2023 ໄດ້ດໍາເນີນການກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ, ກວດກາຕາມຄໍາສັ່ງ, ກວດກາຕາມມະຕິຂອງສະພາ, ກວດກາຕາມຄໍາສະເໜີ ແລະ ດໍາເນີນຄະດີສໍ້ລາດບັງຫຼວງທັງໝົດ 5 ເປົ້າໝາຍ, ມີຜູ້ມີສ່ວນພົວພັນ 34 ຄົນ, ເປີດການສືບສວນສອບສວນແລ້ວ 19 ຄົນ, ໃນນັ້ນ ກັກຕົວ 15 ຄົນ, ມູນຄ່າເສຍຫາທີ່ພົບເຫັນ 800 ກວ່າຕື້ກີບ ແລະ 16 ລ້ານກວ່າໂດລາສະຫະລັດ. ຜົນເສຍຫາຍຈາກການສໍ້ລາດບັງຫຼວງດັ່ງກ່າວ ແມ່ນຖືກເກັບກູ້ຄືນໄດ້ຈຳນວນໜຶ່ງ. ພຶດຕິກໍາສໍ້ລາດບັງຫຼວງທີ່ພົ້ນເດັ່ນແມ່ນ: ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່, ການໃຫ້ ແລະ ຮັບສິນບົນ, ການຍັກຍອກ, ການສໍ້ໂກງຊັບຂອງລັດ, ການປອມແປງ ແລະ ນຳໃຊ້ເອກະສານປອມ ແລະ ອື່ນໆ.

ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໃຫ້ຮູ້ຕື່ມວ່າ: ການສໍ້ລາດບັງຫຼວງແມ່ນອາຊະຍາກຳໜຶ່ງທີ່ເກີດຂຶ້ນໃນກົງຈັກການຈັດຕັ້ງຂອງພັກ-ລັດ, ເປັນໄພອັນຕະລາຍອັນໃຫຍ່ຫຼວງທີ່ສົ່ງຜົນກະທົບ ແລະ ກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດໃນໂລກບໍ່ວ່າຈະແມ່ນປະເທດນ້ອຍ ຫຼືໃຫຍ່, ທຸກຍາກ ຫຼື ຮັ່ງມີກໍ່ລ້ວນແຕ່ມີຜົນກະທົບເຊັ່ນດຽວກັນ.

ການສໍ້ລາດບັງຫຼວງພວມເປັນໄພຂົ່ມຂູ່ຕໍ່ຄວາມມີສະຖຽນລະພາບຂອງການຈັດຕັ້ງລັດ ແລະ ເອກະຊົນ, ກໍ່ໃຫ້ເກີດມີຄວາມບໍ່ສະຫງົບ, ຄວາມບໍ່ຍຸຕິທໍາໃນສັງຄົມ, ເປັນການບັນທອນກໍາລັງແຮງກໍ່ຄືຄວາມເຊື່ອໝັ້ນ ແລະ ຄ່ານິຍົມຂອງສັງຄົມຕໍ່ບັນດາສະຖາບັນການປົກຄອງ ແລະ ການຈັດຕັ້ງຕ່າງໆ;ການສໍ້ລາດບັງຫຼວງໄດ້ຕັດຮອນເອົາລາຍໄດ້ຂອງຊາດ, ຕັດຮອນເອົາງົບປະມານໃນໂຄງການພັດທະນາຕ່າງໆຂອງລັດ ເຮັດໃຫ້ຄຸນນະພາບຂອງໂຄງການເຫຼົ່ານັ້ນຕ່ຳ, ຕັດຮອນເອົາລາຍຮັບຂອງລວມໝູ່ກໍ່ຄືຂອງພົນລະເມືອງດ້ວຍຫຼາຍຮູບ, ຫຼາຍວິທີທີ່ເລິກແລບແນບນຽນທີ່ສຸດ ແລະ ເຮັດໃຫ້ພັກ-ລັດ ແລະ ພົນລະເມືອງເສຍລາຍຮັບໃນແຕ່ລະປີເປັນຈໍານວນບໍ່ໜ້ອຍ.

ນອກຈາກນີ້, ການສໍ້ລາດບັງຫຼວງຍັງເປັນການສະແດງອອກຢ່າງເປີດແປນໃນການລະເມີດກົດໝາຍ-ລະບຽບການ ແລະ ການຂາດຄຸນນະທໍາ, ຂາດຈັນຍາບັນ, ຈັນຍາທຳຂອງພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດໃນອົງການ ຈັດຕັ້ງຂອງລັດ ແລະ ເອກະຊົນ; ກໍ່ໃຫ້ເກີດມີກຸ່ມກ້ອນ, ພັກພວກ, ຄອບຄົວ-ຈຸ້ມເຈື້ອ-ພີ່ນ້ອງຮ່ວມຜົນປະໂຫຍດທາງເສດ ຖະກິດ-ການເມືອງ ແລະ ນໍາໄປເຖິງຄວາມບໍ່ເປັນເອກະພາບ, ເກີດມີຄວາມແຕກແຍກໃນວົງການນຳ ແລະສັງຄົມ;ພຶດຕິກຳຂອງການສໍ້ລາດບັງຫຼວງໄດ້ສະແດງອອກດ້ວຍຫຼາຍຮູບແບບແຕກຕ່າງກັນ, ສະຫຼັບສັບຊ້ອນມີລັກສະນະສັບສົນ, ມີຢູ່ໃນວົງແຄບບຸກຄົນ, ກຸ່ມຄົນ ແລະ ກວ້າງອອກສູ່ການຈັດຕັ້ງ, ເຈົ້າໜ້າທີ່ລັດ, ເອກະຊົນ ຫຼື ຜູ້ປະກອບການມີທັງການເຄື່ອນໄຫວຂ້າມຊາດ ແລະ ອື່ນໆ.

ທີ່ມາ: Lao Youth

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...