spot_img
Homeຂ່າວພາຍ​ໃນປີ 2023 ເສດຖະກິດຂອງ ນວ ຈະຂະຫຍາຍຕົວໃນລະດັບ 5,30%

ປີ 2023 ເສດຖະກິດຂອງ ນວ ຈະຂະຫຍາຍຕົວໃນລະດັບ 5,30%

Published on

ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປະຈໍາປີ 2023, ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ໃນວັນທີ 5 ທັນວາ ຜ່ານມາວ່າ: ຄາດຄະເນວ່າໝົດປີ 2023 ເສດຖະກິດຂອງນະຄອນຫຼວງວຽງຈັນ ຈະຂະຫຍາຍຕົວໃນລະດັບ 5,30% (ມະຕິສະພາ ໃຫ້ບັນລຸ 5,5%), ລວມຍອດຜະລິດຕະພັນພາຍໃນ (GDP) ຄາດວ່າຈະບັນລຸ 72.156,09 ຕື້ກີບ, ເທົ່າກັບ 104,4% ຂອງແຜນການປີ (ມະຕິສະພາ ໃຫ້ບັນລຸ 69.090 ຕື້ກີບ), GDP ສະເລ່ຍຕໍ່ຫົວຄົນ 70,81 ລ້ານກີບ (ມະຕິສະພາ ໃຫ້ໄດ້ 67,8 ລ້ານກີບ).

ໃນຂະນະທີ່ ການເກັບລາຍຮັບງົບປະມານ ມາຮອດວັນທີ 30 ພະຈິກ ສາມາດປະຕິບັດໄດ້ທັງໝົດ 6.920,69 ຕື້ກີບ, ເທົ່າກັບ 119%, ສູ້ຊົນປະຕິບັດໝົດປີ ໃຫ້ໄດ້ 7.186,00 ຕື້ກີບ, ເທົ່າກັບ 123,56% ຂອງແຜນການປີ, ຄາດຄະເນເປັນເງິນລື່ນແຜນ 1.370,13 ຕື້ກີບ, ໃນນັ້ນ: ພູດລາຍຮັບສູນກາງ (ພາສີ) ປະຕິບັດໄດ້ 4.905,07 ຕື້ກີບ, ເທົ່າກັບ 116,79%, ພູດນະຄອນຫຼວງວຽງຈັນປະຕິບັດໄດ້ 2.015,63 ຕື້ກີບ, ເທົ່າກັບ 124,74%, ເປັນເງິນລື່ນ 399,75 ຕື້ກີບ; ຄາດຄະເນສູ້ຊົນປະຕິບັດໝົດປີ ໃຫ້ໄດ້ 2.136,00 ຕື້ກີບ ເທົ່າກັບ 132,19% ຂອງແຜນການປີ, ຄາດຄະເນເປັນເງິນລື່ນແຜນ 520,13 ຕື້ກີບ; ດ້ານລາຍຈ່າຍງົບປະມານ ປະຕິບັດໄດ້ 913,52 ຕື້ກີບ ເທົ່າກັບ 92,22%; ຄາດຄະເນປະຕິບັດລາຍຈ່າຍໝົດປີ ໃຫ້ບໍ່ເກີນ 990,62 ຕື້ກີບ ຂອງແຜນການປີ ຕາມແຜນທີ່ສະພາຮັບຮອງ; ດ້ານດຸ່ນດ່ຽງ ປະຕິບັດໄດ້ 809,57 ຕື້ກີບ, ເທົ່າກັບ 92,58% ຂອງແຜນການປີ (874,46 ຕື້ກີບ) ແລະ ເທົ່າກັບ 93,58% ຂອງແຜນການດັດແກ້ (865,09 ຕື້ກີບ); ຄາດຄະເນປະຕິບັດດຸ່ນດ່ຽງໝົດປີໃຫ້ໄດ້ 865,09 ຕື້ກີບ; ດ້ານການລົງທຶນ ສາມາດປະຕິບັດການລົງທຶນ ເພື່ອການພັດທະນາ ໄດ້ 24.518,12 ຕື້ກີບ, ປະຕິບັດໄດ້ລື່ນແຜນ 29,04% (ມະຕິສະພາ ໃຫ້ໄດ້ 19.000 ຕື້ກີບ).

ການປະຕິບັດບັນດາຄາດໝາຍດ້ານເສດຖະກິດ: ມີທັງໝົດ 13 ຄາດໝາຍ, ສາມາດປະຕິບັດໄດ້ຕາມຄາດໝາຍ ແລະ ລື່ນຄາດໝາຍ 11 ຄາດໝາຍ ຄື:

  1. ການປູກພືດຜັກ,
  2. ການປູກພືດຜັກອິນຊີ,
  3. ການປູກໄມ້ໃຫ້ໝາກ,
  4. ປູກສາລີອາຫານສັດ,
  5. ການປູກມັນຕົ້ນ,
  6. ການສະໜອງຊີ້ນສັດປີກ,
  7. ການລ້ຽງປາໃສ່ກະຊັງ,
  8. ການຜະລິດໄຂ່,
  9. ການນໍາເຂົ້າສິນຄ້າ,
  10. ການເພີ່ມຂຶ້ນຂອງຈໍານວນໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ແລະ
  11. ການເພີ່ມຂຶ້ນຂອງຈໍານວນຜູ້ປະກອບການ ວິສາຫະກິດຂະ ໜາດນ້ອຍ ແລະ ກາງ;

ມີ 2 ຄາດໝາຍ ທີ່ຄາດວ່າຈະບໍ່ບັນລຸ ຄື:

  1. ການຜະລິດເຂົ້າ ປະຕິບັດໄດ້ 273.524 ໂຕນ, ເທົ່າກັບ 89,39% ຂອງມະຕິສະພາ (306.084 ໂຕນ);
  2. ການສົ່ງອອກສິນຄ້າ ປະຕິບັດໄດ້ 1.235,60 ລ້ານໂດລາ (ປີ 2022 ໄດ້ 1.709,05 ລ້ານໂດລາ), ເຫັນວ່າຫຼຸດລົງ 27,7% (ມະຕິສະພາເພີ່ມຂຶ້ນບໍ່ໃຫ້ຫຼຸດ 18%).

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...