spot_img
Homeຂ່າວພາຍ​ໃນກຳປູເຈຍ-ລາວ-ຫວຽດນາມ ຮ່ວມມືດ້ານວຽກງານຕ່າງປະເທດ ເຂດສາມຫຼ່ຽມພັດທະນາ

ກຳປູເຈຍ-ລາວ-ຫວຽດນາມ ຮ່ວມມືດ້ານວຽກງານຕ່າງປະເທດ ເຂດສາມຫຼ່ຽມພັດທະນາ

Published on

ກອງປະຊຸມວຽກງານການເມືອງ ແລະ ການຕ່າງປະເທດ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 5 ທັນວາ 2023 ພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດຂອງລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ ໃນການຊຸກຍູ້ການຮ່ວມມື, ການເປັນຄູ່ຮ່ວມ, ຄວາມສາມັກຄີ ແລະ ຄວາມຈະເລີນຮຸ່ງເຮືອງ” ໂດຍການເປັນປະທານຮ່ວມຂອງ ທ່ານ ສຸ ຍາຣາ ປະທານກຳມາທິການການຕ່າງປະເທດ, ການຮ່ວມມືສາກົນ ແລະ ຂໍ້ມູນຂ່າວສານ, ສະພາແຫ່ງຊາດແຫ່ງຣາຊະອານາຈັກກຳປູເຈຍ; ທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ ສະພາແຫ່ງຊາດແຫ່ງສປປ ລາວ; ທ່ານ ຫວູ ຫາຍ ຮາ ປະທານກຳມາທິການການຕ່າງປະເທດ ສະພາແຫ່ງຊາດ ສສ ຫວຽດນາມ.

ໂອກາດນີ້, ທ່ານ ນາງ ວັນດີ ບຸດທະສະວົງ ຮອງປະທານກຳມາທິການການຕ່າງປະເທດ ສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ກ່າວວ່າ: ການຮ່ວມມືຮອບດ້ານ ຂອງສາມລັດຖະບານ ກໍຄື ສາມອົງການນິຕິບັດຍັດ ໃຫ້ມີໃບໜ້າອັນໃໝ່ ແລະ ມີການເຕີບໃຫຍ່ຂະຫຍາຍຕົວຍິ່ງຂຶ້ນກວ່າເກົ່າ ເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສາມຊາດ ໂດຍສະເພາະແມ່ນໃນເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ; ຕີລາຄາສູງຕໍ່ການຮ່ວມມື ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນ ຂອງສາມສະພາແຫ່ງຊາດ ໃນໄລຍະຜ່ານມາ ໂດຍສະເພາະ ແມ່ນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ນອກຈາກນັ້ນ, ສາມສະພາແຫ່ງຊາດ ກໍໄດ້ມີການພົບປະແລກປ່ຽນຄະນະຜູ້ແທນລະດັບຕ່າງໆ ໃນກອບສອງຝ່າຍຢ່າງເປັນປະຈຳ, ປະຊາຊົນທັງສາມຊາດ ໄດ້ມີການຕິດຕໍ່ພົວພັນ ແລະ ໄປມາຫາສູ່ກັນ ຢ່າງບໍ່ຂາດສາຍ, ເຊິ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອດີງາມມາແຕ່ດົນນານນັ້ນ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

ເພື່ອຮັບປະກັນຄວາມຄືບໜ້າ ແລະ ມີຜົນສໍາເລັດຕາມເປົ້າໝາຍ ຂອງການພັດທະນາ ໃນເຂດສາມຫຼ່ຽມພັດທະນາ CLV ພວກເຮົາຕ້ອງເລັ່ງໃສ່ການປະຕິບັດພາລະບົດບາດ ຕິດຕາມກວດກາ ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ແລະ ເອກະສານຕ່າງໆ ທີ່ລັດຖະບານສາມປະເທດ ໄດ້ລົງນາມຮ່ວມກັນເປັນຕົ້ນແມ່ນ ແຜນແມ່ບົດວ່າດ້ວຍການພັດທະນາເສດຖະກິດ-ສັງຄົມ (ສະບັບປັບປຸງປີ 2020) ແລະ ແຜນພັດທະນາການທ່ອງທ່ຽວເຂດສາມຫຼ່ຽມພັດທະນາ CLV ສໍາລັບປີ 2020-2025 ແລະ ວິໄສທັດຮອດປີ 2030, ໂດຍຊຸກຍູ້ໃຫ້ລັດຖະບານ ເອົາໃສ່ສ້າງນິຕິກຳທີ່ສອດຄ່ອງ, ກົມກຽວ ແລະ ມີຄຳແນະນຳຢ່າງລະອຽດໃນການຈັດຕັ້ງປະຕິບັດ ໃຫ້ມີຄວາມເປັນເອກະພາບກັນທັງສາມປະເທດ.

ທ່ານ ນາງ ວັນດີ ບຸດທະສະວົງ ຍັງຫວັງວ່າບັນດາສະມາຊິກສະພາແຫ່ງຊາດ ຂອງສາມສະພາແຫ່ງຊາດ ຈະສືບຕໍ່ປະສານສົມທົບ ແລະ ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນເພື່ອປຶກສາຫາລື, ແລກປ່ຽນທັດສະນະ ແລະ ຄໍາຄິດຄຳເຫັນ ໃນການແກ້ໄຂບັນຫາທ້າທາຍຕ່າງໆ ໂດຍສັນຕິວິທີ, ພ້ອມກັນປຸກລະດົມຂົນຂວາຍແຫລ່ງທຶນ ຈາກນັກລົງທຶນພາຍໃນປະເທດ CLV ແລະ ຈາກຄູ່ຮ່ວມພັດທະນາອື່ນໆ ຕາມທ່າແຮງ ແລະ ຄວາມຈໍາເປັນຂອງປະເທດ ຄື: ການພັດທະນາພື້ນຖານໂຄງລ່າງ ເພື່ອການເຊື່ອມໂຍງ-ເຊື່ອມຈອດ, ການຜະລິດກະສິກຳສົ່ງອອກ ເພື່ອພັດທະນາເສດຖະກິດ-ສັງຄົມ, ສ້າງວຽກເຮັດງານທຳ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃນເຂດສາມຫຼ່ຽມພັດທະນາ ກໍຄື ປະຊາຊົນສາມຊາດ ກຳປູເຈຍ-ລາວ-ຫວຽດນາມ ໃຫ້ດີຂຶ້ນເທື່ອລະກ້າວ.

ພ້ອມດຽວກັນນັ້ນ, ພວກເຮົາຄວນສືບຕໍ່ໃຫ້ການຊຸກຍູ້ ບັນດາສະມາຊິກສະພາແຫ່ງຊາດ ທີ່ປະຈໍາຢູ່ເຂດເລືອກຕັ້ງ ສາມຫຼ່ຽມພັດທະນາ ໄດ້ມີການແລກປ່ຽນຄຳຄິດເຫັນ ແລະ ນຳພາຕິດຕາມກວດກາ, ເກັບກຳບັນຫາທີ່ພົ້ນເດັ່ນ ແລະ ເຄັ່ງຮ້ອນ ແລ້ວນໍາສະເໜີຕໍ່ສະພາແຫ່ງຊາດ ແລະ ລັດຖະບານສາມປະເທດ ເພື່ອຊອກຫາຊ່ອງທາງ ແລະ ມີມາດຕະການແກ້ໄຂທີ່ເໝາະສົມ; ສ້າງຕັ້ງຄະນະມິດຕະພາບລັດຖະສະພາໃນລະດັບທ້ອງຖິ່ນ ຢູ່ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ໂດຍໃຫ້ມີການຜັດປ່ຽນກັນເປັນເຈົ້າພາບຈັດກອງປະຊຸມໃນທຸກໆປີ ເພື່ອທົບທວນຄືນຜົນການຈັດຕັ້ງປະຕິບັດບັນດາສັນຍາການຮ່ວມມື ໃນເຂດດັ່ງກ່າວ ແລະ ສົ່ງເສີມໃຫ້ມີການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນຕ່າງໆຂອງອົງການລັດຖະບານ, ອົງການນິຕິບັນຍັດ, ປະຊາຊົນ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນຂອງ 3 ປະເທດ ເຮັດໃຫ້ເຂດສາມຫຼ່ຽມພັດທະນາ ກາຍເປັນເຂດແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...