spot_img
Homeຂ່າວພາຍ​ໃນບຸນທາດຫຼວງປີ 2023 ມີປະກົດການຫຍໍ້ທໍ້ເກີດຂຶ້ນ 19 ເລື່ອງ

ບຸນທາດຫຼວງປີ 2023 ມີປະກົດການຫຍໍ້ທໍ້ເກີດຂຶ້ນ 19 ເລື່ອງ

Published on

ເຈົ້າໜ້າທີ່ຈຸງານສືບສວນ-ສອບສວນຄະດີອາຍາ ສັງລວມແກ້ໄຂເຫດສຸກເສີນກໍລະນີຕ່າງໆ ທີ່ເກີດຂຶ້ນພາຍໃນບຸນນະມັດສະການພຣະທາດຫຼວງວຽງຈັນ ປີ 2023 ເລີ່ມແຕ່ວັນທີ 23-27 ພະຈິກນີ້, ໄດ້ສະຫຼຸບສັງລວມເຫດການປາກົດການຫຍໍ້ທໍ້ເກີດຂຶ້ນ ຈໍານວນ 19 ເລື່ອງ. ໃນນີ້, ແຫກກະເປົາ 6 ເລື່ອງ, ກະເປົາເສຍ 1 ເລື່ອງ ລວມຜົນເສຍຫາຍມີ ເງິນ 31.100.000 ກີບ, 220 ໂດລາ, 7.300 ບາດ, ຄຳຮູບປະພັນໜັກ 3 ບາດ ກັບ 5 ຫຸນ ແລະ ໂທລະສັບ ຈຳນວນ 5 ເຄື່ອງ.

ເຈົ້າໜ້າທີ່ໃຫ້ຂໍ້ມູນວ່າ: ໃນວັນທີ 23 ພະຈິກ 2023, ເຈົ້າໜ້າທີ່ໄດ້ຢືດໂດຼນ ຈໍານວນ 2 ລໍາ ໂດຍເກັບຮັກສາໄວ້ ທີ່ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ເປັນຜູ້ເກັບຮັກສາໄວ້ ແລະ ໃນເວລາ 22:30 ໂມງ ໄດ້ມີໄວລຸ້ນຊາຍ ຈໍານວນ 5 ຄົນ ໄດ້ກໍ່ເຫດອາລະວາດຕີກັນຢູ່ທີ່ງານນະມັດສະການບຸນພະທາດຫຼວງ; ຕໍ່ກັບພວກກ່ຽວ 5 ຄົນ ແມ່ນໄດ້ຝາກຂັງໄວ້ຄ້າຍຄຸມຂັງຊົວຄາວ ຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ.

ເວລາປະມານ 19:40 ໂມງ, ຄົນຮ້າຍໄດ້ໃຊ້ມີດແຫກກະເປົາຂອງແມ່ຍິງ ອາຍຸ 58 ປີ ບ້ານໂພນຄໍາ ເມືອງໄຊທນີ ທີ່ມາທ່ຽວບຸນ ຜົນເສຍຫາຍເງິນ 700.000 ກີບ, 220 ໂດລາສະຫະລັດ, ສາຍແຂນ 1 ເສັ້ນ ນ້ຳໜັກ 2 ສະຫຼຶງ ແລະ ສາຍຄໍຄໍາ 1 ເສັ້ນ ນ້ຳໜັກ 2 ສະຫຼຶງ ພ້ອມດ້ວຍປື້ມບັນຊີທະນາຄານ 4 ຫົວ.

ເວລາ 19:00 ໂມງ ຄົນຮ້າຍໄດ້ໃຊ້ມີດແຫກກະເປົາແມ່ຍິງຄົນໜຶ່ງທີ່ບ້ານໜອງແຕ່ງເໜືອ ເມືອງສີໂຄດຕະບອງ, ເຊິ່ງຖືກແຫກກະເປາຈາກທາງຫຼັກຢູ່ບໍລິເວນບຸດກະເຟດາວຄໍາ ຜົນເສຍຫາຍໂທລະສັບຊໍາຊຸງ A27 ຈໍານວນ 1 ເຄື່ອງ.

ໃນເວລາປະມານ 19:00 ໂມງ, ແມ່ຍິງ ອາຍຸ 42 ປີ ຢູ່ບ້ານນາຫວ້າ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ມາທ່ຽວບຸນທາດຫຼວງ. ພໍຍ່າງມາຮອດບໍລິເວນສະພາ ສັງເກດເບິ່ງກະເປົາວ່າຜິດປົກກະຕິ ຈຶ່ງໄດ້ເປີດເບິ່ງພົບວ່າ ເງິນ 3.600.000 ກີບ, ໂທລະສັບ 1 ເຄື່ອງ ແລະ ບັດ ຖືກຄົນຮ້າຍລ່ວງໄປ.

ໃນວັນທີ 27 ພະຈິກ 2023, ເປັນຄືນວຽນທຽນ ຄືນດັ່ງກ່າວມີປະກົພການຫຍໍ້ທໍ້ເກີດຂຶ້ນ 4 ເລື່ອງ. ໃນນີ້, ມີເຫດການຄົນຮ້າຍແຫກກະເປົາ 3 ເລື່ອງ ແລະ ລັກຊັບ 1 ເລື່ອງຄື:

ໃນເວລາປະມານ 17:30 ໂມງ, ແມ່ຍິງ ອາຍຸ 53 ປີ ຢູ່ບ້ານບຶງກາງ ເມືອງຄົງເຊໂດນ ແຂວງສະລະວັນ ໄດ້ມາທ່ຽວບຸນທາດຫຼວງກັບຫຼານຊາຍ. ພໍຍ່າງມາຮອດໜ້າສະພາແຫ່ງຊາດ ໃນຂະນະທີ່ຈົກເງິນຈ່າຍຄ່າສີ້ນໄໝພົບວ່າ ກະເປົາຂອງຜູ້ກ່ຽວຖືກຂອງມີຄົມແຫກຍາວ 1 ຄືບ ຜົນເສຍຫາຍ ມີເງິນ 4.300.000 ກີບ, 7.300 ບາດ, ຄໍາຮູບ ປະພັນ ນ້ຳໜັກ 2 ບາດ, ຕິບນວດເງິນ 2 ອັນ (ຂອງເກົ່າ).

ໃນເວລາ 17:30 ໂມງ, ແມ່ຍິງ ອາຍຸ 42 ປີ ບ້ານໜອງພະຍາ ເມືອງໄຊທານີ ໄດ້ມາທ່ຽວບຸນທາດຫຼວງກັບຄອບຄົວ ພໍຍ່າງມາຮອດໜ້າສະພາແຫ່ງຊາດ ແລະ ມາຊື້ເຄື່ອງຢູ່ຮ້ານຜ້າໄໝ ກຳລັງຈົກເງິນຈ່າຍ ພົບວ່າກະເປົາຖືກ ແຫກຍາວປະ ມານຄືບໜຶ່ງ ຜົນເສຍຫາຍເງິນ 500.000 ກີບ.

ໃນເວລາ 18:30 ໂມງ, ແມ່ຍິງ ອາຍຸ 56 ປີ ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ໄດ້ແຫ່ຜະສາດເຜິ້ງໄປທີ່ກົມມະລຽນພຣະທາດຫຼວງ. ຈາກນັ້ນ, ໄດ້ຂຶ້ນໄປໄຫວ້ພຣະທາດ, ໄຕ້-ທູບທຽນບູຊາຢູ່ທາງຂຶ້ນ ໄດ້ວາງກະເປົາໄວ້ ພາຍຫຼັງໄຫວ້ພຣະທາດແລ້ວ ພົບວ່າບໍ່ເຫັນກະເປົາ ຜົນເສຍຫາຍ ເງິນ 8 ລ້ານກີບ, ໂທລະສັບໄອໂພນ 1 ເຄື່ອງ. ໃນເວລາຕໍ່ມາ,ມີຄົນເກັບໂທລະສັບ ແລະ ກະເປົາມາຄືນ.

ເວລາປະມານ 20:30 ໂມງ, ນັກສຶກສາຍິງ ອາຍຸ 20 ປີ ພັກເຊົາ ຢູ່ບ້ານນາແຖ ເມືອງໄຊທານີ ໄດ້ມາທ່ຽວບຸນທາດຫຼວງກັບໝູ່ 3 ຄົນ, ພໍຍ່າງມາຮອດໜ້າສະພາແຫ່ງຊາດ ບ່ອນສາຍຮູບເງົາ ແລະ ຍ່າງມາຮອດໜ້າຮູບປັ້ນເຈົ້າໄຊເສດຖາ ພົບວ່າ ກະເປົາຂອງຜູ້ກ່ຽວຖືກແຫກ ຜົນເສຍຫາຍ ເງິນ 3.000.000 ກີບ, ຕຸ້ມຫູຄໍາ 5 ຫຸນ ແລະ ກະເປົາໃສ່ເງິນ 1 ໜ່ວຍ.

ນອກນັ້ນ, ກໍຍັງມີເຫດການລວນລາມ, ນໍາລູກປືນອັດເຈ້ຍເຂົ້າມາໃນງານບຸນ ເຈົ້າ ໜ້າທີ່ໄດ້ສຶກສາອົບຮົມກ່າວເຕືອນ ແລະ ປ່ອຍຕົວ. ຈາກນັ້ນ, ກໍໄດ້ເກີດມີການພັດຫຼົງກັນໃນງານບຸນເປັນຈໍານວນຫຼາຍ. ເຈົ້າໜ້າທີ່ຮັບຜິດຊອບ ກໍໄດ້ປະກາດຫາຍາດພີ່ນ້ອງມາຮັບສໍາເລັດ.

ເວລາປະມານ 13:30 ໂມງ, ເຈົ້າໜ້າທີ່ປະຈໍາຈຸແກ້ໄຂເຫດສຸກເສີນກໍລະນີຕ່າງໆ ໄດ້ເຮັດບົດບັນທຶກມອບ-ຮັບຜູ້ຖືກສົງໄສຄົນຕ່າງປະເທດ 1 ຄົນ ພັກເຊົາຢູ່ບ້ານທົ່ງສາງນາງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ພ້ອມລົດຈັກດິ້ມສີຂາວ-ຕັບໝູ ທີ່ໄດ້ລະເມີດລະບຽບ ທີ່ຄະນະຈັດງານບຸນນະມັດສະການພຣະທາດຫຼວງວຽງຈັນ ວາງອອກໄດ້ມອບໃຫ້ພະແນກສັນຕິບານກອງບັນຊາການປກສເມືອງໄຊເສດຖາ.

ໃນເວລາ 19:00 ໂມງ, ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ: ໂທລະສັບ Iphone 12 pro max ສີບົວທອງ ຂອງຜູ້ກ່ຽວທີ່ວາງໄວ້ຕັ່ງນັ່ງບໍລິເວນໜ້າຮູບປັັ້ນເຈົ້າໄຊເສດຖາທິຣາດ ແລ້ວເສຍ; ຕໍ່ກັບໂທລະສັບທີ່ຜູ້ກ່ຽວເຮັດເສຍນັ້ນ ປັດຈຸບັນແມ່ນໄດ້ຄືນແລ້ວ.

ໃນເວລາ 8:30 ໂມງ, ໄດ້ຮັບແຈ້ງຄວາມວ່າ: ໄດ້ມາໃສ່ບາດງານບຸນນະມັດສະການພຣະທາດຫຼວງ ກັບໝູ່ ແລະ ນ້ອງສາວ ນຳກັນ 5 ຄົນ, ພາຍຫຼັງມາຮອດກໍໄດ້ເລີ່ມໃສ່ບາດຕາມປົກກະຕິ ຈົນຮອດເວລາ 8:30 ໂມງ ກຳລັງຈະກັບບ້ານ ແລ້ວໄດ້ຍ່າງຂຶ້ນມາຮອດບໍລິເວນໜ້າບຸດກາເຟດາວຄຳ ຈຶ່ງໄດ້ຮູ້ສຶກຕົວວ່າກະເປົາ ຖືກແຫກ. ຜົນເສຍຫາຍມີ: ເງິນ 10.000.000 ກີບ.

ເວລາປະມານ 9:00 ໂມງ, ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ: ຜູ້ກ່ຽວໄດ້ມາໃສ່ບາດໃນງານບຸນນະມັດ ສະ ການພຣະທາດຫຼວງກັບຄອບຄົວ. ມາຮອດເວລາ 8:50 ໂມງ, ຜູ້ກ່ຽວກັບຄອບຄົວກໍາລັງຈະກັບບ້ານ ແຕ່ໄດ້ວາງໂທລະສັບໄວ້ໃນກະຕ່າເຄື່ອງໃສ່ບາດ, ແລ້ວໄດ້ຍ່າງມາຮອດທາງດ້ານຫຼັງກົມມະລຽນ. ຈາກນັ້ນ, ກໍຮູ້ຕົວວ່າ ໂທລະສັບ Iphone 14 Pro max ເສຍ.

ແຫຼ່ງຂ່າວ ຄວາມສະຫງົບ

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...