spot_img
Homeຂ່າວທ້ອງຖິ່ນແຂວງຊຽງຂວາງສະເຫຼີມສະຫຼອງບຸນກິນຈຽງ (ນໍ່ເປ້ເຈົາ) ຂອງຊົນເຜົ່າມົ້ງ ປະຈຳປີ 2023-2024

ແຂວງຊຽງຂວາງສະເຫຼີມສະຫຼອງບຸນກິນຈຽງ (ນໍ່ເປ້ເຈົາ) ຂອງຊົນເຜົ່າມົ້ງ ປະຈຳປີ 2023-2024

Published on

ແຂວງຊຽງຂວາງ ແຈ້ງການເພື່ອສະເຫຼີມສະຫຼອງບຸນກິນຈຽງ (ນໍ່ເປ້ເຈົາ) ຂອງຊົນເຜົ່າມົ້ງ ປະຈຳປີ 2023-2024 ເຊິ່ງງານຈະເລີມສະຫຼອງຕັ້ງແຕ່ວັນທີ 10, 11, 12, 13 ມັງກອນ 2024 ທີ່ຈະມາເຖິງນີ້.

ທັ້ງນີ້ ບຸນກິນຈຽງ ເປັນຮີດຄອງປະເພນີອັນດີງາມຂອງຊົນເຜົ່າມົ້ງມາແຕ່ດົນນານ ໂດຍມີວັດທະນະທຳອັດໂດດເດັ່ນ ເຊັ່ນ ກິດຈະກໍາພິທີກໍາຂອງບຸນ, ການນຸ່ງຖືການຫຼີ້ນບຸນກິນຈຽງ ເຊິ່ງຈະໃຫ້ນຸ່ງຖືກຕາມເອກະລັກ-ວັດທະນະທໍາອັນດີງາມຂອງເຜົ່າ ແລະ ມີຄວາມງາມຕາກັບສັງຄົມ, ການຂັບລໍາ, ການສະແດງສີລະປະວັນນະຄະດີໃຫ້ມີເນື້ອໃນຄວາມໝາຍສອດຄ່ອງ ຕາມຮີດຄອງປະເພນີຂອງຊາດ-ຂອງຊົນເຜົ່າ.

ສຳລັບການສະເຫຼີມສະຫຼອງບຸນກິນຈຽງ (ນໍ່ເປ້ເຈົາ) ຢູ່ແຕ່ລະເມືອງ ຖ້າມີການຈັດງານເທດສະການແມ່ນຕ້ອງສະເໜີ ໃຫ້ອໍານາດການປົກຄອງທ້ອງຖີ່ນເປັນຜູ້ຕົກລົງອະນຸມັດ ແລະ ອະນຸຍາດໃຫ້ຈັດພຽງຈຸດດຽວເທົ່ານັ້ນ.

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...