spot_img
Homeຂ່າວຕ່າງປະເທດຄະນະລັດຖະມົນຕີປະເທດໄທ ກຽມຮັບຮອງກົດໝາຍແຕ່ງງານເທົ່າທຽມ

ຄະນະລັດຖະມົນຕີປະເທດໄທ ກຽມຮັບຮອງກົດໝາຍແຕ່ງງານເທົ່າທຽມ

Published on

ຄະນະລັດຖະມົນຕີ ແຫ່ງປະເທດໄທຮັບຮອງເອົາກົດໝາຍແຕ່ງງານເທົ່າທຽມ ກຽມສົ່ງສະພາໃຫ້ພິຈະລະນາໃນວັນທີ 12 ທັນວາ 2023 ນີ້, ທ່ານ ຄາລົມ ພົມພອນກາງ ຮອງໂຄສົກປະຈຳສຳນັກງານນາຍົກລັດຖະມົນຕີແຫ່ງປະເທດໄທ ເປີດເຜີຍວ່າ: ຄະນະລັດຖະມົນຕີມີຄຳເຫັນອະນຸມັດຫຼັກການຮ່າງກົດໝາຍແກ້ໄຂເພີ່ມເຕີມໃນການປະມວນກົດໝາຍແພ່ງ ແລະ ພານິດ (ແຕ່ງງານເທົ່າທຽມ) ຕາມທີ່ກະຊວງຍຸດຕິດທຳສະເໜີ.

ທ່ານ ຄາລົມ ກ່າວວ່າ: ຄວງາມສຳຄັນໃນກົດໝາຍນີ້ ເປັນການແກ້ໄຂເພີ່ມເຕີມປະມວນກົດໝາຍແພ່ງ ແລະ ພານິດ ເພື່ອໃຫ້ບຸກຄົນ 2 ຄົນ ບໍ່ວ່າເພດໃດກໍສາມາດທຳການໝັ້ນ ແລະ ແຕ່ງງານໄດ້. ເພື່ອໃຫ້ມີຄວາມໝາຍຄວບຄຸມຄູ່ໝັ້ນ ຫຼື ຄູ່ແຕ່ງງານ ບໍ່ວ່າຈະມີເພດໃດ ລວມທັງແກ້ໄຂກົດໝາຍໃນຂໍ້ອື່ນໆ ທີ່ກ່ຽວຂ້ອງ ເຊິ່ງຈະເຮັດໃຫ້ບຸກຄົນນັ້ນມີສິດ, ໜ້າທີ່ ແລະ ສະຖານະທາງຄອບຄົວເທົ່າທຽມກັບຄູ່ແຕ່ງງານທີ່ເປັນຊາຍ ແລະ ຍິງ.

ເນື່ອງຈາກປັດຈຸບັນປະເທດໄທຍັງບໍ່ມີກົດໝາຍໃຫ້ການຮັບຮອງສິດໃນການກໍ່ຕັ້ງຄອບຄົວຂອງຄູ່ຮັກເພດດຽວກັນ ເຊິ່ງແຕກຕ່າງຈາກສະພາບສັງຄົມໃນປັດຈຸບັນທີ່ມີຄູ່ຮັກດຽວກັນອາໄສຢູ່ຮ່ວມກັນເປັນຄອບຄົວຈຳນວນຫຼາຍ ໂດຍຂາດເຄື່ອງມືທາງກົດໝາຍໃນການຈັດການຄວາມສຳພັນທາງຄອບຄົວ ສົ່ງຜົນໃຫ້ເກີດປັນຫາຕໍ່ຄອບຄົວຫຼາກຫຼາຍທາງເພດຫຼາຍຢ່າງເຊັ່ນ: ສິດໃນການຕັດສິນໃຈໃນການຮັກສາພະຍາບານ, ສິດໃນການຮັບລ້ຽງເຊິ່ງກັນ ແລະ ກັນ, ສິດໃນການຈັດການຊັບສິນຮ່ວມກັນ ແລະ ສິດໃນການຮັບມໍລະດົກ.

ທີ່ມາ: PPTV

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...