ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ! ກອງປະຊຸມສະໄໝສາມັນ ເທື່ອທີ6 ຂອງ ສະພາແຫ່ງຊາດຊຸດທີ IX

0
354

ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ທີ່ໄດ້ດຳເນີນມາຕັ້ງແຕ່ວັນທີ 31 ຕຸລາ-21 ພະຈິກ ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ, ພາຍໃຕ້ການເປັນປະທານ ຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານສູນກາງພັກ ປະຊາຊົນປະຕິວັດລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ອະດີດພະນັກງານການນຳຂັ້ນສູງພັກ-ລັດ ພ້ອມດ້ວຍບັນດາແຂກຖືກເຊີນ.

ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວວ່າ: ກອງປະຊຸມ ຄັ້ງນີ້ ໄດ້ພິຈາລະນາ-ຮັບຮອງເອົາເອກະສານສໍາຄັນ ຄື: ບົດລາຍງານການຈັດຕັງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ກາງສະໄໝ (2021- 2023) ແລະ ທິດທາງແຜນການທ້າຍສະໄໝ (2023 -2025), ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2023 ແລະ ແຜນການປະຈໍາປີ 2024 ຂອງລັດຖະບານ ເຊິ່ງເຮັດໃຫ້ເສດຖະກິດສາມາດຂະຫຍາຍຕົວໃນປີ 2023 ລະດັບ 4,02%, ໄດ້ເອົາໃຈໃສ່ປຶກສາ ແລະ ຕົກລົງເປັນເອກະພາບ ໃນການສ້າງແຜນການລົງທຶນຂອງລັດ ປີ 2024 ເພື່ອໃຫ້ສາມາດຈັດຕັ້ງປະຕິບັດ ໃນເດືອນມັງກອນ 2024; ພ້ອມດຽວກັນນັ້ນ ກອງປະຊຸມ ສະເໜີໃຫ້ລັດຖະບານ ເພີ່ມທະວີຄວາມເອົາໃຈໃສ່ ໃນການແກ້ໄຂບັນຫາທີ່ສັງຄົມເປັນຫ່ວງຫລາຍ ເຊັ່ນ: ການແກ້ໄຂບັນຫາເງິນເຟີ້ທີ່ສູງ, ອັດຕາແລກປ່ຽນເໜັງຕີງແຮງ, ຄ່າຄອງຊີບສູງ ເຊິ່ງຍັງ ສືບຕໍ່ສົ່ງຜົນກະທົບໂດຍກົງຕໍ່ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕຳຫລວດ ກໍຄື ປະຊາຊົນບັນດາເຜົ່າ; ການແກ້ໄຂບັນຫາຂອງຄູ, ແພດອາສາສະໝັກ, ບັນຫາຄຸນນະພາບການສຶກສາ, ສາທາລະນະສຸກ, ບັນຫາສະຫວັດດີການ ສັງຄົມ, ບັນຫາແຮງງານ, ການເລັ່ງທວງເກັບກູ້ຄືນໜີ້ສິນຂອງລັດ, ການຊຸກຍູ້ສົ່ງເສີມ ການພັດທະນາການທ່ອງທ່ຽວ ໂດຍສະເພາະການກະກຽມເປີດປີທ່ອງທ່ຽວ, ບັນຫາການຂຸດຄົ້ນແຮ່ທາດແບບທົດລອງ ໃຫ້ຕິດພັນກັບການປຸງແຕ່ງ ຕາມແຜນຍຸດທະສາດ ການຄຸ້ມຄອງແຮ່ທາດ ທີ່ສະພາແຫ່ງຊາດ ໄດ້ຮັບຮອງ ແລະ ອື່ນໆ.

ກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງເອົາບົດສະຫລຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ໄລຍະ 3 ປີຜ່ານມາ (2021-2023) ເຊິ່ງສາມາດຕີລາຄາເຫັນວ່າ ດ້ວຍຄວາມບຸກບືນ, ສູ້ຊົນຂອງລັດຖະບານ ເຮັດໃຫ້ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໄດ້ຮັບຜົນສຳເລັດຫລາຍດ້ານ ແລະ ມີໜໍ່ແໜງຫັນປ່ຽນທີ່ດີຂຶ້ນຈຳນວນໜຶ່ງ; ກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງ ເອົາບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ກາງສະໄໝ ( 2021-2023), ທິດທາງແຜນການທ້າຍສະໄໝ (2023-2025) ການຈັດຕັ້ງປະຕິບັດ ແຜນການ ປະຈຳປີ 2023 ແລະ ແຜນການ ປະຈຳປີ 2024 ຂອງອົງການກວດກາແຫ່ງລັດ; ບົດລາຍງານຜົນການກວດກາ ຕາມຜົນການກວດສອບ ປະຈຳປີ 2021; ບົດລາຍງານການຈັດຕັ້ງປະຕິບັດແຜນການການເຄື່ອນໄຫວ ວຽກງານ ກາງສະໄໝ (2021-2023), ແຜນການທ້າຍສະໄໝ (2023-2025) ການຈັດຕັ້ງປະຕິບັດ ແຜນການປະຈຳປີ 2023 ແລະ ແຜນການ ປະຈຳປີ 2024 ຂອງອົງການກວດສອບແຫ່ງລັດ; ບົດລາຍງານຜົນການກວດສອບບົດ ສະຫລູບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2022; ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວ ວຽກງານ ກາງສະໄໝ (2021-2023) ແລະ ແຜນການທ້າຍສະໄໝ (2023-2025), ການຈັດຕັ້ງປະຕິບັດ ແຜນການ ປະຈໍາປີ 2023 ແລະ ແຜນການ ປະຈໍາປີ 2024 ຂອງສານປະຊາຊົນສູງສຸດ ແລະ ຂອງອົງການໄອຍະການປະຊາຊົນສູງສຸດ ເຊິ່ງກອງປະຊຸມໄດ້ຕີລາຄາສູງຕໍ່ສອງອົງການ ໄດ້ມີຄວາມພະຍາຍາມ ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ໄດ້ຍົກສູງຄຸນນະພາບ ໃນການດຳເນີນຄະດີ ຕາມຂະບວນຍຸຕິທໍາ ນັບມື້ມີຄຸນນະພາບສູງຂຶ້ນ, ເອົາໃຈໃສ່ການຜັນຂະຫຍາຍມະຕິ, ຄໍາສັ່ງຂອງສູນກາງພັກ ເຂົ້າໃນການສ້າງ ແລະ ປັບປຸງກົດໝາຍ, ນິຕິກຳໃຕ້ກົດໝາຍຫລາຍຂຶ້ນ; ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາການປະເມີນຜົນ ການຈັດຕັ້ງປະຕິບັດກົດໝາຍ ຂົງເຂດ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ສະບັບ ຄື: ກົດໝາຍວ່າດ້ວຍ ການປ້ອງກັນຊາດ, ກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ ແລະ ກົດໝາຍວ່າດ້ວຍ ກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ເຊິ່ງໄດ້ມີຄວາມພະຍາຍາມ ໃນການຈັດຕັ້ງປະເມີນຜົນ ການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ຕາມແຜນການທີ່ວາງໄວ້, ສາມາດຊອກໃຫ້ເຫັນດ້ານຕັ້ງໜ້າ ແລະ ບັນຫາຄົງຄ້າງ ໃນການຈັດຕັ້ງປະຕິບັດກົດໝາຍຂົງເຂດປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ 3 ສະບັບ; ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວ ວຽກງານ ກາງສະໄໝ (2021-2023) ແລະ ແຜນການທ້າຍສະໄໝ (2023-2025) ແລະ ການຈັດຕັ້ງປະຕິບັດແຜນ ການປະຈຳປີ 2023 ແລະ ແຜນການ ປະຈຳປີ 2024 ຂອງສະພາແຫ່ງຊາດ ກອງປະຊຸມ ຕີລາຄາວ່າ ໃນໄລຍະກາງ ສະໄໝ (2021-2023) ດ້ວຍຄວາມເອົາໃຈໃສ່ນໍາພາ-ຊີ້ນໍາຂອງສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ, ຄວາມເປັນເຈົ້າການຂອງ ກົງຈັກເສນາທິການຂອງ ສະພາແຫ່ງຊາດ ກໍຄືບັນດາສະມາຊິກສະພາແຫ່ງຊາດ, ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ເຮັດໃຫ້ການຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍ ເຂົ້າໃນການເຄື່ອນໄຫວຂອງສະພາແຫ່ງຊາດ ໄດ້ຮັບຜົນສຳເລັດຫລາຍດ້ານ ເປັນຕົ້ນ ການສ້າງ ແລະ ປັບປຸງກົດໝາຍ ສາມາດບັນລຸໄດ້ 54,16% ຂອງແຜນການ 5 ປີ; ໄດ້ດຳເນີນກອງປະຊຸມວິສາມັນ ຂອງສະພາແຫ່ງຊາດ, ຕົກລົງບັນຫາສໍາຄັນຂອງປະເທດຊາດ, ຮັບຮອງເອົາ 2 ວາລະແຫ່ງຊາດ ແລະ ປະຕິບັດ ພາລະບົດບາດຕິດຕາມ ກວດກາ ຕາມຄວາມສາມາດດ້ານງົບປະມານ, ປະເມີນຜົນການປະຕິບັດກົດໝາຍຂົງເຂດຕ່າງໆ ຈຳນວນ 15 ສະບັບ.

ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈຳນວນ 7 ສະບັບ ເຊິ່ງປະກອບມີກົດໝາຍ ສ້າງໃໝ່ 1 ສະບັບ ຄື: ກົດໝາຍວ່າດ້ວຍ ການຮັກສາສຸຂະພາບ ຂັ້ນຕົ້ນ ແລະ ກົດໝາຍສະບັບປັບປຸງຈຳນວນ 6 ສະບັບ ຄື: ກົດໝາຍ ວ່າດ້ວຍການປິ່ນປົວ, ກົດໝາຍ ວ່າດ້ວຍຊັບສິນທາງປັນຍາ, ກົດໝາຍ ວ່າດ້ວຍການບັນຊີ, ກົດໝາຍ ວ່າດ້ວຍລະບົບການຊຳລະ, ກົດໝາຍ ວ່າດ້ວຍຜູ້ພິພາກສາ ແລະ ກົດໝາຍວ່າດ້ວຍການຕິດຕາມ ກວດກາ ຂອງ ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ. ອັນເປັນການສືບຕໍ່ປັບປຸງ ແລະ ເພີ່ມທະວີເຄື່ອງມືຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ ຮັບປະກັນໃຫ້ແກ່ລັດປະຊາທິປະໄຕປະຊາຊົນ, ເປັນລັດທີ່ປົກຄອງດ້ວຍກົດໝາຍ, ເປັນລັດ ຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ເທື່ອລະກ້າວ. ສ່ວນກົດໝາຍວ່າດ້ວຍ ເຂດເສດຖະກິດພິເສດ ທີ່ເປັນກົດໝາຍໃໝ່ນັ້ນ ຜ່ານການປະກອບຄຳເຫັນຂອງສະມາຊິກສະພາແຫ່ງຊາດ, ກອງປະຊຸມໄດ້ສະເໜີໃຫ້ລັດຖະບານ ສືບຕໍ່ປັບປຸງບາງເນື້ອໃນຄືນໃໝ່ ເພື່ອໃຫ້ຮັດກຸມ, ຈະແຈ້ງ ແລະ ສະເໜີ ໃຫ້ນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 7 ໃນເວລາຈະມີການປັບປຸງກົດໝາຍ ວ່າ ດ້ວຍການສົ່ງເສີມການລົງທຶນ; ກອງປະຊຸມ ໄດ້ດຳເນີນການປະເມີນ ຜົນຄວາມໄວ້ວາງໃຈ ຕໍ່ການປະຕິບັດໜ້າທີ່ວຽກງານ ຂອງບຸກຄະລາກອນ ທີ່ສະພາແຫ່ງຊາດເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ ຈຳນວນ 67 ທ່ານ ຕາມກົດໝາຍທີ່ໄດ້ກຳນົດໄວ້ ເຊິ່ງຜົນຂອງການປະເມີນດັ່ງກ່າວ ເຫັນວ່າບັນດາບຸກຄະລາກອນ ທີ່ສະພາແຫ່ງຊາດ ເລືອກຕັ້ງ ແລະ ຮັບຮອງ ເອົາການແຕ່ງຕັ້ງ ຍັງໄດ້ຮັບຄວາມໄວ້ວາງໃຈ ໃນລະດັບດີ ເປັນຈຳນວນສ່ວນໃຫຍ່ ແລະ ຫວັງວ່າບັນດາທ່ານຈະສືບຕໍ່ ຍົກສູງຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ສົມກັບຄວາມໄວ້ວາງໃຈຂອງຕົວແທນ ສິດຜົນປະໂຫຍດຂອງປະຊາຊົນ.

ທ່ານ ໄຊສົມພອນ ພົມວິຫານ ກ່າວຕື່ມວ່າ: ປີ 2024 ທີ່ຈະມາເຖິງນີ້ ເປັນປີໜຶ່ງທີ່ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວ ທັງຊາດ ຈະໄດ້ສືບຕໍ່ເພິ່ມທະວີຄວາມສາມັກຄີ ເປັນປຶກແຜ່ນພາຍໃນຊາດ, ສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບຕ່າງໆ ຈັດຕັ້ງປະຕິບັດບັນດາ ຕົວເລກຄາດໝາຍທີ່ກຳນົດໄວ້ ໃນມະຕິກອງປະຊຸມໃຫຍ່ຄັ້ງ ທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງລັດ ຄັ້ງທີ IX ໃຫ້ບັນລຸຜົນຕາມທີ່ກຳນົດໄວ້, ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ ໃຫ້ມີຜົນຫລາຍຂຶ້ນ, ເດັດດ່ຽວປົກປັກ ຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງ, ສ້າງເສດຖະກິດ-ສັງຄົມ ກ້າວເດີນໄປຕາມການປ່ຽນແປງໃໝ່ຢ່າງຮອບດ້ານ, ມີຫລັກການທີ່ພັກເຮົາວາງໄວ້.

ແຫຼ່ງຂ່າວ: ປະເທດລາວ