Homeຂ່າວພາຍ​ໃນລາວ-ເກົາຫຼີ ຮ່ວມມືຈັດສົ່ງຜູ້ອອກແຮງງານລາວໄປເຮັດວຽກຢູ່ ສ ເກົາຫຼີ

ລາວ-ເກົາຫຼີ ຮ່ວມມືຈັດສົ່ງຜູ້ອອກແຮງງານລາວໄປເຮັດວຽກຢູ່ ສ ເກົາຫຼີ

Published on

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຈັດສົ່ງຜູ້ອອກແຮງງານລາວໄປເຮັດວຽກຢູ່ ສ ເກົາຫຼີ ຕາມລະດູການ ລະຫວ່າງ ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ເມືອງ ໂກເອຊານ ແຂວງຊັງຈອງບຸກໂດ ສ ເກົາຫຼີ ໃນວັນທີ 7 ພະຈິກ 2023, ຕາງໜ້າເຊັນໂດຍ ທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານ ກະຊວງ ຮສສ ແລະ ທ່ານ Song In-heon ເຈົ້າເມືອງ ໂກເອຊານ ແຂວງຊັງຈອງບຸກໂດ, ມີບັນດາຮອງກົມ, ພະແນກກະສິກຳເມືອງ, ຫົວໜ້າພະແນກ, ຮອງພະແນກ, ວິຊາການ ຂອງກົມການຈັດຫາງານ ແລະ ຈາກພາກສ່ວນກ່ຽວຂ້ອງຂອງເມືອງ ໂກເອຊານ  ເຂົ້າຮ່ວມ.

ໃນພິທີ, ທ່ານ ນາງ ອານຸສອນ ຄຳສິງສະຫວັດ ໄດ້ກ່າວລາຍງານວ່າ: ນັບແຕ່ປີ 2022 ມາຮອດປັດຈຸບັນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ລົງນາມສັນຍາຮ່ວມມືດ້ານການຈັດສົ່ງແຮງງານໄປເຮັດວຽກຕາມລະດູການ ຮ່ວມກັບ 47 ເມືອງ ຂອງ ສ ເກົາຫຼີ ແລະ ສາມາດຈັດສົ່ງແຮງງານລາວໄປເຮັດວຽກຕາມລະດູການໄດ້ ທັງໝົດ 2.131 ຄົນ, ຍິງ 989 ຄົນ. ການຮ່ວມມືກັນ ລະຫວ່າງ ກົມການຈັດຫາງານ ແລະ ເມືອງ ໂກເອຊານ ໃນການຈັດສົ່ງແຮງງານລາວໄປເຮັດວຽກຕາມລະດູການທີ່ ເມືອງ ໂກເອຊານ ໃນຄັ້ງນີ້, ຈະເປັນບາດກ້າວສໍາຄັນ ແລະ ສ້າງຜົນປະໂຫຍດໃຫ້ແກ່ສອງຝ່າຍ.

ສໍາລັບ ແຮງງານຂອງ ສປປ ລາວ ກໍຈະໄດ້ຮັບການພັດທະນາສີມືແຮງງານ ແລະ ມ່ີລາຍຮັບໃຫ້ແກ່ຕົນແຮງງານເອງ ແລະ ຄອບຄົວ ພ້ອມທັງຈະຊ່ວຍຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ ຂອງ ສປປ ລາວ, ພ້ອມທັງເຮັດໃຫ້ກະສິກອນ, ເຈົ້າຂອງຟາມ ພາຍໃນ ເມືອງໂກເອຊານ ກໍຈະມີແຮງງານເຂົ້າຮັບໃຊ້ການຜະລິດກະສິກໍາໃຫ້ຫລາຍຂຶ້ນ. ສະນັ້ນ, ກົມການຈັດຫາງານ ຈຶ່ງໄດ້ປະສານງານກັບຜູ້ຮັບຜິດຊອບ ວຽກງານການຈັດສົ່ງແຮງງານຕາມລະດູການ ຂອງ ເມືອງໂກເອຊານ ໂດຍຜ່ານລະບົບເອເລັກໂຕນິກ ຊຶ່ງທັງສອງຝ່າຍໄດ້ແລກປ່ຽນຄໍາຄິດຄໍາເຫັນ ຕໍ່ຮ່າງບົດບັນທຶກການຮ່ວມມື ແລະ ສາມາດເປັນເອກະພາບຕໍ່ເນື້ອໃນຂອງຮ່າງບົດບັນທຶກການຮ່ວມມືຮ່ວມກັນ ຊຶ່ງນໍາມາສູ່ພິທີການເຊັນສັນຍາຮ່ວມກັນໃນມື້ນີ້.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...