ໃນວັນທີ 8 ພະຈິກ 2023 ກອງປະຊຸມສາກົນການຄົ້ນຄວ້າທາງດ້ານບູຮານວິທະຍາ ແລະ ການປົກປັກຮັກສາມໍລະດົກລາວໃຕ້ ເພື່ອປຶກສາຫາລື, ຄົ້ນຄ້ວາ, ແລກປ່ຽນບົດຮຽນ ໃນຫົວຂໍ້ຄົ້ນຄວ້າທາງດ້ານວິທະຍາ ແລະ ການປົກປັກຮັກສາມໍລະດົກໃນລາວໃຕ້ ໂດຍການເປັນປະທານຂອງ ທ່ານ ພະຂັນໄຊ ສີຄັນໄຊ ຫົວໜ້າກົມມໍລະດົກ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ).
ທ່ານ ພະຂັນໄຊ ສີຄັນໄຊ ໄດ້ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ພ້ອມກັນຄົ້ນຄວ້າ, ລົງເລິກ, ປຶກສາຫາລື, ລະດົມແນວຄວາມຄິດ, ວິທີການແກ້ໄຂ ພ້ອມທັງຕີລາຄາຄືນ ກ່ຽວກັບການຈັດຕັ້ງປະຕິບັດບັນດາໂຄງການ ທີ່ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອລ້າຂອງສາກົນ ທັງເປີດກວ້າງໃຫ້ບັນດາຊ່ຽວຊານຕ່າງໆ, ອົງການຈັດຕັ້ງພາກລັດ, ສະຖາບັນ, ໂຮງຮຽນ, ຄູອາຈານ, ນັກສຶກສາ, ນັກຄົ້ນຄວ້າ ແລະ ນັກວິຊາການຕ່າງໆ ໄດ້ຮັບຮູ້ກ່ຽວກັບຂໍ້ມູນ ການສຶກສາ, ຄົ້ນຄວ້າ ແລະ ວິໄຈ ເປັນຕົ້ນ ວຽກງານການສໍາຫຼວດ ດ້ວຍລະບົບພາບຖ່າຍທາງອາກາດໄລດາ (Lidar), ວຽກງານການຄົ້ນຄວ້າ ທາງດ້ານວິທະຍາສາດບູຮານຄະດີກ່ຽວກັບ ວັດສ້າງໂອ 5 ແລະ ຫ້ວຍສະຫົວ 2, ວຽກງານການຄົ້ນຄວ້າທາງດ້ານ ວິທະຍາສາດບູຮານຄະດີ ບ້ານໜອງເຮືອທອງ, ວຽກງານບູລະນະວັດຕາແຫຼວເກົ່າ, ແຜນບູລະນະສ້ອມແປງຫໍພິພິທະພັນ ແຂວງສະຫວັນນະເຂດ. ນອກຈາກນີ້, ຍັງມີວຽກງານທາງດ້ານສະຖາປັດຕະຍາກຳ, ດ້ານພິພິທະພັນສາດ, ສີລາຈາລຶກບູຮານ ແລະ ອີກຫຼາກຫຼາຍຫົວຂໍ້ວຽກງານອີກດ້ວຍ.
ໃນໂອກາດນີ້, ທ່ານ ເດວິດ ວໍຕັນ ນັກຄົ້ນຄ້ວາຂອງ ອົງການສະຖາບັນຝຣັ່ງແຫ່ງພາກຕາເວັນອອກໄກ (EFEO) ຈາກມະຫາວິທະໄລເຕັກໂນໂລຊີ ການອອກແບບຂອງສິງກະໂປ ໄດ້ລາຍໃຫ້ຮູ້ວ່າ: ວັດຕາແຫຼວເກົ່າ ຕັ້ງຢູ່ຫ່າງຈາກວັດໜອງລຳຈັນ ໄປທາງທິດໃຕ້ປະມານ 20 ກິໂລແມັດ, ຂຶ້ນກັບເມືອງຈຳພອນ ແຂວງສະຫວັນນະເຂດ. ວັດນີ້ອາດຈະຖືກສ້າງຕັ້ງຂຶ້ນຄັ້ງທໍາອິດໃນຕົ້ນສະຕະວັດທີ 19, ຫຼັງຈາກນັ້ນກໍໄດ້ມີການປັບປຸງຄັ້ງໃຫຍ່ໃນປີ 1918 ເຊິ່ງໄດ້ມີການສ້າງກຸຕິຂອງພະສົງ ແລະ ອາຮາມ ຕະຫຼອດເຖິງກໍາແພງອ້ອມຮອບວັດ ພາຍໃຕ້ການນຳພາຂອງພະຄູຈຽງ. ໃນເວລານັ້ນ ມີສາມະເນນ ຢູ່ປະມານ 60 ກວ່າອົງ ແລະ ຍັງມີໂຮງຮຽນວັດອີກຫຼັງໜຶ່ງ, ແຕ່ວ່າວັດໄດ້ຖືກທຳລາຍຢ່າງໜັກໜ່ວງຈາກການຖິ້ມລະເບີດ ໃນຊ່ວງປີ 1970 ແລະ ປະຊາຊົນບ້ານຕາແຫຼວ ໄດ້ສ້າງບ້ານຂຶ້ນໃໝ່ ພ້ອມດ້ວຍວັດໃໝ່ໜຶ່ງຫຼັງ ຢູ່ຫ່າງອອກໄປປະມານ 3 ກິໂລແມັດ, ດ້ວຍເຫດນີ້, ວັດນີ້ຈຶ່ງເອີ້ນວ່າ “ວັດເກົ່າ”: ວັດຕາແຫຼວເກົ່າ.
ປັດຈຸບັນ, ພຸດທະສະຖານດັ່ງກ່າວ ແມ່ນອ້ອມດ້ວຍສະໜາມຫຍ້າ, ມີອາຮາມກໍ່ດ້ວຍດິນຈີ່ຫຼັງໜຶ່ງ ເປັນໂຄງສ້າງພຽງສິ່ງດຽວທີ່ລອດພົ້ນຈາກສົງຄາມທີ່ຍັງຄົງເຫຼືອຢູ່, ມີຊາກເພພັງຂອງອາຄານອື່ນໆຢູ່ອ້ອມຮອບ, ເຖິງວ່າອາຮາມທີ່ມີຄວາມຊຳລຸດເປ່ເພຢ່າງໜັກໜ່ວງ ຈະເປັນພຽງໂຄງສ້າງດຽວຂອງວັດຕາແຫຼວເກົ່າ ທີ່ຍັງລອດເຫຼືອທັງຫຼັງມາເຖິງໃນທຸກວັນນີ້, ແຕ່ມັນມີຄວາມໜ້າສົນໃຈຫຼາຍຕໍ່ຮູບແບບສະຖາປັດຕະຍະກຳ ແລະ ຈິດຕະກຳຝາຜະໜັງຂອງມັນ, ຮູບແບບທີ່ເປັນເອກະລັກຂອງກຳແພງ ທີ່ອ້ອມຮອບອານາເຂດຂອງວັດ ແລະ ຮ່ອງຮອຍຂອງຕຶກອາຄານອື່ນໆ ຢູ່ພາຍໃນວັດກໍ່ເປັນສ່ວນໜຶ່ງທີ່ສຳຄັນ ຕໍ່ບໍລິບົດທາງປະຫວັດສາດຂອງລາວ ເໝືອນດັ່ງເປັນແບບຢ່າງຂອງພຸດທະສະຖານ ທີ່ເຄີຍມີຄວາມຮຸ່ງເຮືອງ ຢູ່ໃນດິນແດນແຫ່ງນີ້ຂອງປະເທດລາວໄລຍະທ້າຍຂອງສະຕະວັດທີ 19 ແລະ ຕົ້ນສະຕະວັດທີ 20. ນອກຈາກຄວາມສຳຄັນທາງວັດທະນະທຳແລ້ວ, ມັນຍັງເປັນສິ່ງເຕືອນໃຈ ເຖິງຜົນຮ້າຍຂອງສົງຄາມທີ່ປະເທດເຮົາ ໄດ້ຮັບຄວາມເຈັບປວດທໍລະມານຜ່ານມາ ເຊິ່ງໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງ ຈາກການປະທະກັນດ້ານອາວຸດພາຍໃນເຂດວັດ ແລະ ໃນອາຮາມ ທີ່ມີຈິດຕະກຳຝາຜະໜັງບັນຈຸຢູ່, ຕະ ຫຼອດຈົນເຖິງຈາກການຖະລົ່ມ ທາງອາກາດອີກດ້ວຍ. ໂຊກດີ, ທີ່ອາຮາມ ແລະ ຮູບແຕ້ມຝາຜະໜັງ ໄດ້ລອດພົ້ນຈາກໄພພິບັດໃນຄັ້ງນັ້ນມາຈົນເຖິງທຸກວັນນີ້ ແລະ ພວກເຮົາໄດ້ມີໂອກາດປົກປັກຮັກສາມູນມັງມໍລະດົກເຫລົ່ານີ້ໄວ້ໃຫ້ຄົນຮຸ່ນຫຼັງສືບທອດຕໍ່ໄປ.
ແຫຼ່ງຂ່າວ ປະເທດລາວ