spot_img
Homeຂ່າວພາຍ​ໃນອຸທາຫອນຜູ້ປົກຄອງປ່ອຍລູກຂັບຂີ່ລົດຈັກແລ້ວເກີດອຸບັດຕິເຫດເສຍຊີວິດ

ອຸທາຫອນຜູ້ປົກຄອງປ່ອຍລູກຂັບຂີ່ລົດຈັກແລ້ວເກີດອຸບັດຕິເຫດເສຍຊີວິດ

Published on

ເປັນເລື່ອງອຸທາຫອນໃຫ້ຜູ້ປົກຄອງຫຼາຍໆຄົນທີ່ປ່ອຍໃຫ້ລູກທີ່ຍັງບໍ່ຮອດ 15 ປີ ຂັບຂີ່ລົດຈັກກ່ອນອາຍຸກຳນົດ.

ໃນວັນທີ 4 ພະຈິກ 2023 ໄດ້ເກີດອຸບັດຕິເຫດລົດບັນທຸກ 12 ລໍ້ຕຳລົດຈັກໄຟຟ້າ ຢູ່ໜ້າວັດສາລາຄຳ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ມີຄົນບາດເຈັບ 1 ຄົນ ແລະ ເສຍຊີວິດ 1 ຄົນ, ໃນນັ້ນ ຜູ້ເສຍຊີວິດເປັນເດັກນັກຮຽນເພດຍິງ ອາຍຸ 8ປີ ຢູ່ບ້ານສາລາຄຳ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ອາການເບື້ອງຕົ້ນແມ່ນມີບາດຈີກໃຫ່ຍຢູ່ເເຂນເບື້ອງຊ້າຍ ກະທົບຫົວ ເລືອດອອກດັງອອກປາກອອກຫູ ແລະ ເສຍຊີວິດຢູ່ໂຮງໝໍໃນເວລາຕໍ່ມາ.

ສ່ວນອີກຄົນໜຶ່ງ ແມ່ນໄດ້ຮັບບາດເຈັບເປັນເດັກນັກຮຽນ ເພດຍິງ ອາຍຸ 7 ປີ ຢູ່ບ້ານສາລະຄຳ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍອາການເບື້ອງຕົ້ນແມ່ນມີບາດເປີດຢູ່ຂາເບື້ອງຊ້າຍຂາຫັກເບື້ອງຂວາ.

ຈາກເຫດການດັ່ງກ່າວ ເຮັດໃຫ້ສັງຄົມອອນລາຍຕ່າງວິພາກວິຈານຜູ້ປົກຄອງທີ່ປ່ອຍປະລະເລີຍລູກທີ່ອາຍຸບໍ່ເຖິງ 10 ປີຂັບຂີ່ລົດຈັກຢູ່ທາງໃຫຍ່ ເຊິ່ງມັນກໍສ່ຽງເກີດອຸບັດຕິເຫດ ແລະ ຍັງໄດ້ສະທ້ອນສັງຄົມໃນປັດຈຸບັນວ່າ ພົບເດັກນ້ອຍຈຳນວນຫຼາຍທີ່ອາຍຸບໍ່ຮອດເກນກຳນົດ ແຕ່ກໍຂັບທັງລົດຈັກ ແລະ ລົດໃຫຍ່.

ທັ້ງນີ້ ການຂັບຂີ່ດັ່ງກ່າວ ຍັງລະເມີດກົດຈະລາຈອນທາງບົກ ສະບັບເລກທີ 615/ລບ ມາດຕາ 113 ຜູ້ຂັບຂີ່ລົດປະເພດ A (ລົດຈັກ) ຕ້ອງມີອາຍຸ 15 ປີຂຶ້ນໄປ.

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...