spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມອັນຕະລາຍຈາກ ລັງສີຢູວີ ແລະ ແສງຕ່າງໆ ທີ່ບໍ່ຄວນເບິ່ງຂ້າມ

ອັນຕະລາຍຈາກ ລັງສີຢູວີ ແລະ ແສງຕ່າງໆ ທີ່ບໍ່ຄວນເບິ່ງຂ້າມ

Published on

1283792135

ໃນ​ທຸກໆ​ມື້ ເຮົາ​ໄດ້ຮັບ ລັງສີ​ຢູ​ວີ ຈາກ​ ດວງ​ຕາເວັນ ເຊິ່ງ​ມີ​ທັງ​ປະໂຫຍດ ​ແລະ​ໂທດ ແຕ່​ກໍ​ຍັງມີ​ແຫລ່ງ​ກຳ​ເນີດ​ແສງ​ຕ່າງໆ​ທີ່​ສາມາດ​ປ່ອຍ ລັງສີ​ຢູ​ວີ ໄດ້​ເຊັ່ນ​ກັນ ເຊິ່ງ​ມາ​ຈາກ​ອຸປະກອນ​ເຄື່ອງ​ໃຊ້​ໃນ​ຊີວິດ​ປະຈຳວັນ​ຂອງ​ເຮົາ​ນັ້ນ​ເອງ ເຊັ່ນ ໂທລະພາບ ຫລອດ​ໄຟ ຄອມພິວເຕີ ​ແລະ ອື່ນໆ ເຊິ່ງ​ມີ​ຜົນ​ກະທົບ​ຕໍ່​ສຸຂະພາບ​ຂອງ​ເຮົາ ໄປ​ເບິ່ງ​ກັນ​ເລີຍ​​ວ່າ ລັງສີ​ຢູ​ວີ ທີ່​ມາ​ຈາກ​ແຫລ່ງ​ຕ່າງໆ ມີ​ຜົນ​ກະທົບ​ຕໍ່​ສຸຂະພາບ​ຂອງ​ເຮົາ​ແບບໃດແດ່​

ລັງສີ​ຢູ​ວີ ຈາກ​ແສງ​ແດດ

ລັງສີ​ຢູວີ ນັ້ນ​ມີ​ທັງ​ປະໂຫຍດ​ ແລະ​ ໂທດ​ຕໍ່​ມະນຸດ ໂດຍ ລັງສີ​ຢູວີ ໃນ​ຂະໜາດ​ຕ່ຳ​ໆ ຈະ​ຊ່ວຍ​ໃນ​ການ​ສັງ​ເຄາະ​ວິ​ຕາ​ມິນ​ດີ​ທີ່​ຜິວ​ໜັງ ແຕ່​ຖ້າ​ໄດ້ຮັບ​ໃນ​ປະລິມານ​ທີ່​ສູງ​ເກີນ​ໄປ ລັງສີ​ຢູ​ວີ​ບີ​ ຈະ​ທຳລາຍ​ຈຸລັງ​ຜິວ​ໜັງ​ຊັ້ນ​ໃນຫນັງ ເຮັດໃຫ້​ເກີດ​ຜິວ​ໄໝ້​ແສບ​ລອກ ຜິວ​ໝອງ​ຄໍ້າ

ສ່ວນ​ລັງສີ​ຍູ​ວີ​ເອ ເມື່ອ​ໄດ້​ຜ່ານ​ລົງ​ໄປ​ໄດ້​ເຖິງ​ຊັ້ນ​ໜັງ​ແທ້ ແລະ ​ໄດ້ຮັບ​ຕໍ່​ເນື່ອງ​ເປັນ​ເວລາ​ດົນ​ໆ ຈະ​ທຳລາຍ​ຄໍ​ລາ​ເຈນ ​ແລະ​ ອີ​ລາ​ຕິ​ນ ທຳລາຍ​ໄຟ​ໂບ​ຮົບ​ລາດ ຈຶ່ງ​ເຮັດໃຫ້​ເກີດ​ຮ່ອງ​ຮອຍ​ຫ່ຽວ​ຍານ ຈຸດ​ດ່າງ​ດຳ​ກົດ​ພູ​ມ​ຄຸ້ມ​ກັນ​ຂອງ​ຜິວ​ໜັງ ທຳລາຍ DNA ເຮັດໃຫ້​ຈຸລັງກາຍ​ພັນ ​ແລະ​ ແບ່ງ​ຕົວ​ຜິດ​ປົກກະຕິ ຕາມ​ມາ​ດ້ວຍ​ຊີ້ນປົ່ງ​ ຫລື​ ມະ​ເຮັງ​ຜິວ​ໜັງ​ໄດ້ ໂດຍ​ຜູ້​ທີ່​ມີ​ຜິວ​ຂາວ​ຈະ​ມີ​ຄວາມ​ສ່ຽງ​ຫລາຍກວ່າ​ເນື່ອງ​ຈາກ​ມີ​ ເມ​ລາ​ນິນ ​ທີ່​ຊ່ວຍ​ປົກ​ປ້ອງ​ຢູ່​ນ້ອຍ​ກວ່າ​ນັ້ນ​ເອງ

ນອກ​ຈາກ​ນີ້ ລັງສີ​ຢູ​ວີ ຍັງ​ສົ່ງ​ຜົນ​ກໍ່​ໃຫ້​ເກີດ​ອັນຕະລາຍ​ຕໍ່​ດວງ​ຕາ​ນໍາອີກ ແຕ່​ມີ​ຜົນ​ຄ່ອນ​ຂ້າງ​ນ້ອຍ ຖ້າ​ໄດ້ຮັບ ລັງສີ​ຢູ​ວີ ຄວາມເຂັ້ມ​ສູງ ຈະ​ເກີດ​ແກ້ວຕາ​ອັກ​ເສບ​ ມີ​ອາການ​ແສບ​ຕາ ນ້ຳ​ຕາ​ໄຫລ ພ່າຍ​ແສງ ຕາ​ແດງ ສ່ວນ ​ໄລ​ຍະ​ຍາວ​ຈະ​ເກີດ​ ຕໍ້​ກະ​ຈົກ ໃນ​ອະນາຄົດ​ຈໍ​ຕາ​ອາດ​ເສື່ອມ​ໄດ້

ລັງສີ​ຢູ​ວີ ຈາກ​ເຄື່ອງ​ຖ່າຍ​ເອກ​ະສານ

ຄົົນທີ່​ເຮັດວຽກ​ກັບ​ເຄື່ອງ​ຖ່າຍ​ເອກະສານ​ທຸກ​ມື້ ຫລື​ ຄົົນທີ່​ຕ້ອງ​ນັ່ງ​ໃກ້​ເຄື່ອງ​ປິ້ນ​ເອກະສານ ມີ​ໂອ​ກາດ​ສ່ຽງ​ທີ່​ຈະ​ໄດ້ຮັບ ​ລັງສີ ​ອຸນ​ຕ້າ​ໄວ​ໂອ​ເລດ ເຊິ່ງ​ເປັນ​ແສງ​ທີ່​ອອກຈາກ​ຫລອດ​ຟລູ​ອໍ​ເລດເຊນ ທີ່​ຢູ່ໃນ​ເຄື່ອງ​ປິ້ນເອກະສານ​ໂດຍ​ສ່ວນ​ໃຫຍ່ ຫລອດ​ທີ່​ໃຊ້​ໃນ​ເຄື່ອງ​ປິ້ນເອກະສານ​ເປັນ​ຫລອດ​ຟະ​ລູ​ອໍ​ເລດ​ເຊນ​ ທີ່​ມີ​ສ່ວນ​ປະກອບ​ຂອງ metal halide ຫລື quarts ແສງ​ທີ່​ອອກ​ມາ​ຈາກ​ເຄື່ອງ​ຖ່າຍ​ເອກະສານ​ເປັນ​ແສງ​ອຸນ​ຕ້າ​ໄວ​ໂອ​ເລດ ​ເຊິ່ງ​ຖ້າຫາກ​ສຳ​ຜັດ​ກັບ​ດວງ​ຕາໂດຍ​ກົງ ​ຈະ​ເຮັດໃຫ້​ເກີດ​ການ​ຄາຍ​ເຄືອງ​ຕາ ປວດ​ຕາ ປວດ​ແສບ​ຕາ ແລະ ​ມີ​ອາການ​ເຈັບຫົວ​ໄດ້ ນອກ​ຈາກ​ນີ້​ຄວາມ​ຮ້ອນ​ຈາກ​ເຄື່ອງ​ປິ້ນ​ເອກະສານ​ຍັງ​ສາມາດ​ເຮັດໃຫ້​ເກີດ​ຝ້າ ​ໄດ້​ນໍາອີກ ດັ່ງ​ນັ້ນ ທຸກ​ເທື່ອ​ທີ່​ອັດເອກະການ​​ຈະ​ຕ້ອງ​ປິດ​ແຜ່ນ​ປິດ cover ທຸກ​ເທື່ອ​ເພື່ອ​ປ້ອງ​ກັນ​ແສງ​ທີ່​ຈະ​ສຳ​ຜັດ​ກັບ​ເຮົາ​ໂດຍ​ກົງ ນອກ​ຈາກ​ນີ້​  ໄອ​ລະ​ເຫຍ​ຈາກ​ ໝຶກ ກໍ​ສາມາດ​ເຮັດໃຫ້​ລະ​ຄາຍ​ເຄືອງ​ຕໍ່​ລະບົບ​ທາງເດີນ​ຫາຍ​ໃຈ ເກີດ​ອາການ​ໄອ ຈາມ ​ເຈັບຫົວ  ລະ​ຄາຍ​ເຄືອງ​ຕາ​ໄດ້​ນໍາອີກ​ ຈຶ່ງ​ຄວນ​ຕັ້ງ​ເເຄື່ອງ​ຖ່າຍ​ເອກະສານ​ໃນ​ທີ່​ໆ​ມີ​ການ​ລະບາຍ​ອາ​ກາດ​ທີ່ດີ

ລັງສີ​ຢູ​ວີ ຈາກ​ຫລອດ​ໄຟ​ຊະນິດ​ຕ່າງໆ

ຫລອດ​ໄຟ​ແຕ່​ລະ​ປະ​ເພດ​ກໍ​ສາມາດ​ປ່ອຍ​ລັງສີ​ອອກ​ມາ​ໄດ້​ເຊັ່ນ​ກັນ ແຕ່​ວ່າ​ຫລາຍ ​ຫລື​ໜ້ອຍ​ນັ້ນ​ຂຶ້ນ​ຢູ່​ກັບ​ຊະນິດ ບາງ​ຊະນິດ​ກໍ​ມີ​ອັນຕະລາຍ​ຫລາຍ ແຕ່​ບາງ​ຊະນິດ​ກໍ​ບໍ່​ມີ​ອັນຕະລາຍ ແລະ ​ກໍ່ປະຕິເສດ​ບໍ່​ໄດ້​ວ່າ ​ໃນ​ຊີວິດ​ປະຈຳວັນ​ຂອງ​ເຮົາ​ມັກ​ພົບ​ກັບ​ຫລອດ​ໄຟ​ຫລາກ​ຫລາຍ​ຊະນິດ ໄປ​ເບິ່ງ​ກັນ​ດີກວ່າ​​ວ່າ ຫລອດ​ໄຟ​ແຕ່​ລະ​ຊະນິດ ມີ​ອັນຕະລາຍ​ຫລາຍ​ໜ້ອຍ​ພຽງໃດ

ຫລອດ​ໄສ້  (Incandescent Light Bulb) ອາໄສ​ກະ​ແສ​ໄຟ​ຟ້າ​ແລ່ນ​ຜ່ານ​ໄສ້​ທັງ​ສະ​ເຕນ​ຈົນ​ເກີດ​ຄວາມ​ຮ້ອນ ແລະ ​ແສງ​ສະຫວ່າງ ໃຫ້​ແສງ​ເຫລືອງ​ສົ້ມ ອາ​ຍຸ​ການ​ໃຊ້​ງານ​ສັ້ນ ​ແລະ ​ເປືອງ​ໄຟ ແຕ່​ມີ ລັງສີ​ຢູ​ວີ ຕ່ຳ​ຫລາຍ ຈຶ່ງ​ບໍ່​ຄ່ອຍ​ມີ​ຜົນ​ກະທົບ​ຕໍ່​ສຸຂະ​ພາບ

ຫລອດ​ຟ​ລູ​ໂອ​ເລດ​ເຊນ  (Fluorescent Light) ຫລື ທີ່​ເອີ້ນ​ກັນ​ວ່າ ​ຫລອດ​ນີ​ອອນ ​ຄື ຫລອດ​ແກ້ວ​ສູນ​ຍາ​ກາດ​ທີ່​ໃສ່​ໄອ​ປອດ​ໄວ້ ເມື່ອ​ຜ່ານ​ກະ​ແສ​ໄຟ​ຈະ​ເຮັດໃຫ້​ໄອ​ປອດ​ປ່ອຍ​ພະລັງ​ງານ​ໃນ​ຮູບ ລັງສີ​ຢູວີ ຄວາມ​ຍາວ​ຄື້ນ 254 ນາ​ໂນ​ແມັດ​ໄປ​ກະທົບ​ສານ​ເຮືອງ​ແສງ​ຟອດ​ຟໍ​ລັດ ​ທີ່​ຢູ່ດ້ານ​ໃນ​ຫລອດ ສານ​ເຮືອງ​ແສງ​ຈະ​ດູດ​ຊັບ ລັງສີ​ຢູວີ ແລ້ວ​ເປັ່ງ​ແສງ​ໃນ​ຄວາມ​ຍາວ​ຄື້ນ​ທີ່​ຕາ​ເບິ່ງເຫັນ​ແທນ ຫລອດ​ຊະນິດ​ນີ້​ອາດ​ມີ ລັງສີ​ຢູ​ວີ ຫລຸດ​ລອດ​ອອກ​ມາ​ໄດ້​ນຳ​ໃນ​ລະ​ດັບ​ທີ່​ບໍ່​ເປັນ​ອັນ​ຕາຍ

ຫລອດ​ຮາ​ໂລ​ເຈນ  (Halogen Lamp) ໃຊ້​ກະ​ແສ​ໄຟ​ຟ້າ​ຜ່ານ​ໄສ້​ທັງ​ສະ​ເຕນ​ແບບ​ຫລອດ​ໄສ້ ແຕ່​ມີ​ໄອ​ຂອງ​ທາດ​ ຮາ​ໂລ​ເຈນ ເຊັ່ນ ຄໍ​ລີນ ຟລູ​ໂອ​ລີນ​ ໃນ​ຫລອດ​ແກ້ວ ເພື່ອ​ໃຫ້​ໄດ້​ແສງ​ສີ​ຂາວ ມີ​ການ​ແຜ່ ລັງສີ​ຢູ​ວີ ໃນ​ລະ​ດັບ​ທີ່​ປອດ​ໄພ​ຫລອດ​ເມ​ທັນ​ຮາ​ໄລ  (Metal Halide Lamp) ເປັນ​ຫລອດ​ທີ່​ໃຫ້​ຄວາມ​ເຂັ້ມ​ແສງ​ສູງ ​ແລະ ​ຄວາມ​ຖືກ​ຕ້ອງ​ຂອງ​ສີ​ໃກ້​ຄຽງ​ແສງ​ແດດ ມັກ​ໃຊ້​ໃນ​ສະ​ໜາມ​ກິລາ ​ຫລື ງານ​ໂທລະພາບ ມີ​ການ​ແຜ່ ລັງສີ​ຢູ​ວີ ໃນ​ລະ​ດັບ​ສູງ​ທີ່​ອາດ​ເກີດ​ອັນຕະລາຍ ​ກັບ ​ດວງ​ຕາ​ໄດ້

ຫລອດ LED (Light Emitting Diode) ແສງ​ສະຫວ່າງ​ມາ​ຈາກ​ການ​ເຄື່ອນ​ທີ່​ຂອງ ​ອິ​ເລັກ​ໂທ​ນິກໃນ ​ເຊ​ມິ​ຄອນ​ດັກ​ເຕີ ຈຶ່ງ​ບໍ່​ມີ​ການ​ແຜ່ ລັງສີ​ຢູວີ ແລະ ​ຄວາມ​ຮ້ອນ​ປອດ​ໄພ​ຈາກ​ສານ​ຫລອດ ຈຶ່ງ​ບໍ່​ອັນຕະລາຍ​ຕໍ່​ສຸຂະ​ພາບ

ຫລອດ​(Black Light) ຫລັກ​ການ​ຄືຫລອດ​ນີ​ອອນ ​ແຕ່​ບໍ່​ໄດ້​ເຄືອບ​ຟອດ​ຟໍ​ລັດ​ໄວ້​ທາງໃນ​ຫລອດ ແຜ່​ລັງສີ UVA ຄວາມ​ຍາວ​ຄື້ນ 345-400 nm ເຊິ່ງ​ໃກ້​ຄຽງ​ກັບ​ແສງ​​ທີ່​ຕາ​ເບິ່ງເຫັນ ຈຶ່ງ​ມີ​ອັນຕະລາຍ​ໜ້ອຍ​ເມື່ອ​ເປີດ​ໃຊ້​ງານ​ໃນ​ບ່ອນມືດ​ຈະ​ເຫັນ​ເປັນ​ສີ​ມ້ວງ​ຈາງໆ ສິ່ງ​ຂອງ​ທີ່​ມີ ​ຟອດ​ຟໍ​ລັດ
ເຮືອງ​ແສງ​ຂຶ້ນ

ຫລອດ​ ຢູວີ ​ຂ້າ​ເຊື້ອ​ພະຍາດ  (Germicide Lamp) ແຜ່​ລັງສີ UVC ໃຊ້​ເພື່ອ​ຂ້າ​ເຊື້ອ​ພະຍາດ​ໃນ​ນ້ຳ​ ຫລື​ ໃນ​ໂຮງໝໍ ມີ​ອັນຕະລາຍ ອາດ​ເຮັດໃຫ້​ເກີດ​ຜິວ​ໜັງ​ໄໝ້ ​ແລະ ​ເຍື່ອ​ຕາ​ອັກ​ເສບ​ຖ້າ​ສຳ​ຜັດ​ໂດຍ​ກົງ​ເຄື່ອງ​ຖ່າຍ​ເອກະສານ ໃຊ້​ ຫລອດ​ຟ​ລູ​ໂອ​ເລດ​ເຊນ​ ຄວາມ​ເຂັ້ມ​ສູງ ​ຫລື ​ຫລອດ​ຮາ​ໂລ​ເຈນ ອາດ​ມີ ລັງສີ​ຢູ​ວີ ໄດ້​ນຳ ຈຶ່ງ​ຄວນ​ໃຊ້​ຢ່າງ​ລະ​ມັດ​ລະ​ວັງ

ລັງສີ​ຢູ​ວີ ​ຈາກ​ຈໍ​ໂທລະພາບ

ຈໍ​ໂທລະພາບ​ແບບ CRT (Cathode Ray Tube) ຄື ຈໍ​ແກ້ວ​ແບບ​ໂຄ້ງ ທີ່​ພົບ​ໃນ​ໂທລະພາບ​ລຸ້ນ​ເກົ່າ​ໆນັ້ນ​​ ຈໍ​ຊະນິດ​ນີ້​ແຜ່ ລັງສີ​ຢູ​ວີ ພຽງ​ເລັກນ້ອຍ​ບໍ່​ເຮັດ​ອັນຕະລາຍ​ຕໍ່​ສາຍ​ຕາ ຫລື ເຮັດໃຫ້​ຜິວ​ໝອງ​ຄ້ຳ ແຕ່​ຖ້າ​ເພງ​ຫລາຍ​ໆ ອາດ​ເຮັດໃຫ້​ຕາ​ເມື່ອຍ​ລ້າ ປວດ​ຫົວ​ໄດ້ ຍົກ​ເວັ້ນ​ແຕ່​ວ່າ​ ໃນ​ຜູ້​ປ່ວຍ​ພະຍາດ​ບາງ​ຊະນິດ​ທີ່​ມີ​ອາການ​ຜິວ​ໄວ​ແສງ​ຄວນ​ຫລີກ​ລ້ຽງ​ຈໍ​ຊະນິດນີ້

ຈໍ​ໂທລະພາບ​ແບບ LCD (Liquid Crystal Display) ແລະ Plasma ບໍ່​ແຜ່ ລັງສີ​ຢູວີ ແຕ່​ຈໍ​ຍິ່ງ​ໃຫຍ່​ຈະ​ມີ​ຄວາມ​ຮ້ອນ​ສູງ

ລັງສີ​ຢູ​ວີ ​ຈາກ​ຈໍ​ຄອມພິວເຕີ​ ແລະ ​ຈໍ​ໂທລະພາບໄດ້

ຈໍ​ຄອມພິວເຕີ​ ແລະ ​ຈໍ​ໂທລະ​ສັບ​ກໍ​ມີ ລັງສີ​ຢູວີ ອອກ​ມາ​ເຊັ່ນ​ກັນ ແຕ່​ໂດຍ​ທົ່ວ​ໄປ​ແລ້ວ​ຜູ້​ຜະລິດ​ກໍ​ຈະ​ຄວບ​ຄຸມ​ການ​ຜະລິດ​ໃຫ້​ຢູ່ໃນ​ລະ​ດັບ​ທີ່​ປອດ​ໄພ ແຕ່​ຖ້າຫາກ​ເຮົາ​ໃຊ້​ຄອມພິວເຕີ​ ຫລື​ ໂທລະ​ສັບ ຢ່າງ​ຜິດ​ວິທີ ເຊັ່ນ ຫລິ້ນ​ໂທລະສັບ​ໃນ​ບ່ອນ​ມືດ ປິດ​ໄຟ ​ເບິ່ງ​ໂທລະສັບ​ ລ້ວນ​ເປັນ​ປັດ​ໄຈ​ສ່ຽງ​ທີ່​ຈະ​ໄດ້ຮັບ​ລັງສີ​ເພີ່ມ​ຫລາຍ​ຂຶ້ນ ຄົົນທີ່​ມີ​ພຶດຕິກຳ​ການ​ໃຊ້​ຄອມພິວເຕີ ໂທລະສັບ​ສະມາດ​ໂຟນ ແທັບ​ເລັດ ຕິດ​ຕໍ່​ກັນ​ເປັນ​ເວລາ​ດົນ​ໆ ຈະ​ເຮັດໃຫ້​ຕາ​ແຫ້ງ ​ແລະ ​ພັບ​ຕາ​ນ້ອຍ​ລົງ ເກີດ​ການ​ແສບ​ຕາ ການ​ເບິ່ງເຫັນ​ເລີ່ມ​ຜິດ​ປົກກະຕິ ເຫັນ​ພາບ​ຊ້ອນ ເບິ່ງບໍ່​ແຈ້ງ ເຈັບເບົ້າ​ຕາ ກ້າມ​ຊີ້ນ​ຕາ​ອ່ອນ​ແຮງ ເປັນ​ອາການ​ເລີ່ມ​ຕົ້ນ​ຂອງ​ພະຍາດ​ຄອມພິວເຕີ ​ວິ​ຊັ່ນ​ຊິນ​ໂດ​ລົມ​ ແລະ ​ເປັນ​ການ​ກະຕຸ້ນ​ໃຫ້​ ຈໍ​ປະສາດ​ຕາ​ເສື່ອມ​ໄວ​ຂຶ້ນ​ດ້ວຍ ທາງ​ທີ່​ດີ​ຄວນ​ເປີດ​ໄຟ​ເບິ່ງ​ໂທລະສັບ ຫລື ​ໃຊ້​ໂທລະສັບ ປັບ​ໄຟ​ໜ້າ​ຈໍ​ໃຫ້​ເໝາະ​ສົມ​ ແລະ ​ບໍ່​ໃຊ້​ຕິດ​ຕໍ່​ກັນ​ເປັນ​ເວລາ​ດົນ​ເກີນ​ໄປ ຄວນ​ພັກ​ສາຍ​ຕາ​ດ້ວຍ​ການ​ເບິ່ງ​ໄປ​ທີ່​ອື່ນ​ນຳ ກໍ​ຈະ​ເຮັດໃຫ້ເຊົາເມື່ອຍ​ຕາ​ໄດ້

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...