spot_img
Homeຂ່າວພາຍ​ໃນລັດຖະມົນຕີກະຊວງການເງິນລາຍງານການຈັດຕັ້ງປະຕິບັດແຜນງົບປະມານ

ລັດຖະມົນຕີກະຊວງການເງິນລາຍງານການຈັດຕັ້ງປະຕິບັດແຜນງົບປະມານ

Published on

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ກາງສະໄໝ 5 ປີ (2021-2025) ແລະ ແຜນການທ້າຍສະໄໝ ຮອດປີ 2025, ການຈັດຕັ້ງປະຕິບັດແຜນການປະຈໍາປີ 2023 ແລະ ແຜນການປະຈຳປີ 2024 ຂອງລັດຖະບານ ໃນມື້ວານນີ້ວ່າ: ດ້ານລາຍຮັບ ຈະສູ້ຊົນເກັບລາຍຮັບບໍ່ໃຫ້ຫຼຸດ 179.500 ຕື້ກີບ ເທົ່າກັບ 17% ຂອງ GDP (ມູນຄ່າ GDP ລວມ 5 ປີ 1.056.692 ຕື້ກີບ) ໃນນັ້ນ ລາຍຮັບພາຍໃນ 166.753 ຕືື້ກີບ, ເທົ່າກັບ 16,8% ຂອງ GDP, ລາຍຮັບ ພາສີ-ອາກອນ 144.776 ຕື້ກີບ, ເທົ່າກັບ 13,7% ຂອງ GDP, ລາຍຮັບທີ່ບໍ່ແມ່ນພາສີ-ອາກອນ 21.977 ຕື້ກີບ, ເທົ່າກັບ 2,1% ຂອງ GDP, ລາຍຮັບຈາກການຊ່ວຍເຫຼືອ 12,410 ຕື້ກີບ, ເທົ່າກັບ 1,2% ຂອງ GDP, ດ້ານລາຍຈ່າຍ ຄາດໝາຍຈ່າຍທັງໝົດໃນໄລຍະ 5 ປີ (2021-2025) ບໍ່ໃຫ້ເກີນ 190.000 ຕື້ກີບ ເທົ່າກັບ 18% ຂອງ GDP, ໃນນັ້ນ ລາຍຈ່າຍບໍລິຫານປົກກະຕິ 130.500 ຕື້ກີບ ເທົ່າກັບ 12,3% ຂອງ GDP, ລາຍຈ່າຍການລົງທຶນຂອງລັດ 59.500 ຕື້ກີບ ເທົ່າກັບ 5,6% ຂອງ GDP ໃນນັ້ນ ລົງທຶນພາຍໃນ 22.950 ຕື້ກີບ ເທົ່າກັບ 11% ຂອງການລົງທຶນລວມ, ລວມມີການລົງທຶນປົກກະຕິ 11. 400 ຕື້ກີບ, ຈົດຮັບ-ຈົດຈ່າຍ ແລະ ອື່ນໆ 11.500 ຕື້ກີບ, ຄາດຄະເນງົບປະມານ ຂາດດຸນ ສະເລ່ຍໃນ 5 ປີ 10.500 ຕື້ກີບ ເທົ່າກັບ 1% ຂອງ GDP, ສູ້ຊົນສູງສຸດບໍໍ່ໃຫ້ຂາດດຸນເກີນ 2% ຂອງ GDP ສໍາລັບແຫຼ່ງດຸ່ນດ່ຽງ ແມ່ນສຸມໃສ່ລະດົມພາຍໃນ ແລະ ຕ່າງປະເທດ ລວມທັງການເກັບຄືນຕົ້ນທຶນບ້ວງເງິນໃຫ້ກູ້ຢືມແກ່ບັນດາລັດວິສາຫະກິດ ບຸກຄົນ ແລະ ນິຕິບຸກຄົນ, ການຫັນຊັບສິນເປັນທຶນ ແລະ ແລ່ງລາຍຮັບອື່ນ.

ສຳລັບການຈັດຕັ້ງປະຕິບັດແຜນງົບປະມານ ກາງສະໄໝ 5 ປີ (2021-2025) ແມ່ນປະຕິບັດລາຍຮັບໄດ້ທັງໝົດ 80.704 ຕື້ກີບ ເທົ່າກັບ 44,96% ຂອງແຜນການ 5 ປີ (ແຜນ 5 ປີ 179.500 ຕື້ກີບ), ທຽບໃສ່ໄລຍະກາງສະໄໝ 5 ປີ ຄັ້ງທີ VIII (2016-2020), ເພີ່ມຂຶ້ນ 40% ຫຼື ເປັນເງິນ 23.554 ຕື້ກີບ ຊຶ່ງໃນນັ້ນ ລາຍຮັບພາຍໃນປະຕິບັດໄດ້ 52.023 ຕື້ກີບ ເທົ່າກັບ 31,2% ຂອງແຜນການ 5 ປີ (ແຜນ 5 ປີ 166.753 ຕື້ກີບ), ລາຍໄດ້ທັງໝົດປະຕິບັດໄດ້ 75.746 ຕື້ກັບ ເທົ່າກັບ 39,9% ຂອງແຜນການ 5 ປີ (ແຜນ 5 ປີ 190.000 ຕື້ກີບ), ທຽບໃສ່ໄລຍະກາງສະໄໝ 5 ປີ ຄັ້ງທີ VIII (2016-2020), ຫຼຸດລົງ 0,6% ຫຼື ມູນຄ່າ 467 ຕື້ກີບ ແລະ ດຸນງົບປະມານ ເຫັນວ່າເກີນດຸນ 4.958 ຕື້ກີບ (ແຜນ 5 ປີ ຂາດດຸນ 10.500 ຕື້ກີບ). ສິ່ງທີພົ້ນເດັ່ນໄດ້ສຳເລັດການຄົ້ນຄວ້ານະໂຍບາຍການເງິນ ແລະ ນິຕິກໍາ ເພື່ອຍົກສູງປະສິດທິພາບການຄຸ້ມຄອງລາຍຮັບ – ລາຍຈ່າຍງົບປະມານ ແນໃສ່ຮັບປະກັນສະຖຽນລະພາບຂອງງົບປະມານແຫ່ງລັດ ດ້ວຍການສ້າງ ແລະ ປັບປຸງກົດໝາຍ, ສ້າງດຳລັດໃນຂົງເຂດລາຍຮັບ (ພາສີ-ອາກອນ ແລະ ຊັບສິນຂອງລັດ) ປັບປຸງລັດຖະບັນຍັດຂອງປະທານປະເທດ ແລະ ຄຳສັງຂອງນາຍົກ, ສຳເລັດການສ້າງດຳລັດວ່າດ້ວຍການສ້າງແຜນງົບປະມານແຫ່ງລັດ.

ສຳເລັດ 6 ວຽກຈຸດສຸມເປັນສ່ວນໃຫຍ່ຫັນກົນໄກການຄຸ້ມຄອງງົບປະມານແຫ່ງລັດເປັນທັນສະໄໝ ແລະ ກ້າວໄປສູ້ລະບົບດີຈີຕອນ ຄື ການພັດທະນາ, ປັບປຸງລະບົບຄຸ້ມຄອງລາຍຈ່າຍ, ລະບົບຄຸ້ມຄອງໜີ້ສິນ ແລະ ວິໄຈການເງິນ (FMIS.GFIS.and DMFAS) ປັບປຸງ ແລະ ຜັນຂະຫຍາຍລະບົບຄຸ້ມຄອງຂໍ້ມູນຂ່າວສານລາຍຮັບ(TaxRIS.ASYCUDA.Easy Pass.AMIS) ຍົກລະດັບການເຊື່ອມຕໍ່ຂໍ້ມູນຂ່າວສານ (Easy TaxF Smart Cash.LaPASS.LNSW) ພັດທະນາລະບົບວິເຄາະ-ວິໄຈຂໍ້ມູນ ແລະ ກວດສອບ (Data Warehouse.Business Intelligence and Data Analytics.MOFAPI.e-Audit) ປັບປຸງ ແລະ ຜັນຂະຫຍາຍລະບົບບໍລິການຫ້ອງການ ແລະ ເຜີຍແຜ່ຂໍ້ມູນ (i-Office) ແລະ ຍົກລະດັບລະບົບພື້ນຖານໂຄງລ່າງເຄືອຂ່າຍ ແລະ ຄວາມປອດໄພຂໍ້ມູນຂະແໜງການເງິນພາກລັດ.

ພ້ອມນັ້ນ ກໍສໍາເລັດການປະເມີນ ແລະ ຄົ້ນຄວ້າປັບປຸງກັດໝາຍວ່າດ້ວຍການບັນຊີ ແລະ ກົດ ໝາຍວ່າດ້ວຍການກວດສອບອິດສະລະ ແລະ ຄາດວ່າຈະນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ທ້າຍປີ 2023 ຊຶ່ງສະແດງອອກໃນປີ 2021 ສາມາດປະຕິບັດລາຍຮັບໄດ້ເກີນແຜນ 4,62% ເປັນເງິນ 1.264 ຕື້ກີບ (ມີ 10 ແຂວງເກີນແຜນ 722 ຕື້ກີບ), ລາຍຈ່າຍສາມາດຫຼຸດຜ່ອນໄດ້ 2.076 ຕື້ກີບ ແລະ ການຂາດດຸນຫຼຸດລົງ ຈາກ 2,17% ມາເປັນ 1,84% ຂອງ GDP, ປີ 2022 ເກີນແຜນ 3% ເປັນເງິນ 947 ຕືື້ກີບ (ມີ 16 ແຂວງເກີນແຜນ 1.464 ຕື້ກີບ) ລາຍຈ່າຍສາມາດຫຼຸດຜ່ອນໄດ້ 3.131 ຕື້ກີບ ແລະ ການຂາດດຸນຫຼຸດລົງຈາກ 1,80% ມາເປັນເກີນດຸນ 0,12% ຂອງ GDP, ຄາດວ່າປີ 2023 ຈະສາມາດປະຕິບັດລາຍຮັບໄດ້ລື່ນແຜນເປັນປີທີ 3.

ແຫຼ່ງຂ່າວ ວຽງຈັນທາຍ

ບົດຄວາມຫຼ້າສຸດ

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...