spot_img
Homeຂ່າວພາຍ​ໃນ9 ເດືອນຕົ້ນປີ 2023 ມູນຄ່າການສົ່ງອອກສິນຄ້າ 5.954 ລ້ານໂດລາ

9 ເດືອນຕົ້ນປີ 2023 ມູນຄ່າການສົ່ງອອກສິນຄ້າ 5.954 ລ້ານໂດລາ

Published on

9 ເດືອນຕົ້ນປີ 2023 ນີ້, ມູນຄ່າການສົ່ງອອກສິນຄ້າ ປະຕິບັດໄດ້ 5.954,75 ລ້ານໂດລາສະຫະລັດ, ເທົ່າກັບ 72,94% ຂອງແຜນການ, ຄາດວ່າໝົດປີຈະປະຕິບັດໄດ້ 8.036,99 ລ້ານໂດລາສະຫະລັດ, ເທົ່າກັບ 97,71% ຂອງແຜນການ; ສຳລັບມູນຄ່າການນໍາເຂົ້າ ປະຕິບັດໄດ້ 5.010,97 ລ້ານໂດລາສະຫະລັດ, ເທົ່າກັບ 70,58% ຂອງແຜນການ ແລະ ຄາດຄະເນໝົດປີ ຈະປະຕິບັດໄດ້ 6.937,08 ລ້ານໂດລາສະຫະລັດ, ເທົ່າກັບ 97,71% ຂອງແຜນການ.

ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 31 ຕຸລາ 2023 ວ່າ: ການລົງທຶນລວມທັງໝົດໃນ 9 ເດືອນຜ່ານມາ ສາມາດປະຕິບັດໄດ້ 78.693,90 ຕື້ກີບ ເທົ່າກັບ 151,05% ຂອງແຜນການ, ຄາດຄະເນໝົດປີຈະສາມາດບັນລຸໄດ້ 90.838,00 ຕື້ກີບ ເທົ່າກັບ 174,36% ຂອງແຜນການ (ມະຕິສະພາ 52.098 ຕື້ກີບ) ລື່ນແຜນເນື່ອງຈາກການລົງທຶນຂອງເອກະຊົນມີທ່າອ່ຽງເພີ່ມຂຶ້ນ. ສ່ວນການລົງທຶນຈາກງົບປະມານພາຍໃນ ເບີກຈ່າຍໄດ້ 2.418,08 ຕື້ກີບ ເທົ່າກັບ 56,00% ຂອງແຜນການ, ໝົດປີຄາດວ່າຈະປະຕິບັດໄດ້ 4.268 ຕື້ກີບ ເທົ່າກັບ 98,84% ຂອງແຜນການ ສາເຫດແມ່ນຍ້ອນການອະນຸມັດແຜນຊັກຊ້າ; ສຳລັບການລົງທຶນຈາກການຊ່ວຍເຫລືອທາງການເພື່ອການພັດທະນາ ປະຕິບັດໄດ້ 8.277,7 ຕື້ກີບ ເທົ່າກັບ 66% ຂອງແຜນການ, ໝົດປີຄາດວ່າຈະປະຕິບັດໄດ້ 9.770 ຕື້ກີບ ຫລື ປະມານ 508,90 ລ້ານໂດລາສະຫະລັດ, ເທົ່າກັບ 75% ຂອງແຜນການ (12.990 ຕື້ກີບ); ການລົງທຶນຈາກພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ ທີ່ເປັນທຶນນໍາເຂົ້າຕົວຈິງ ປະຕິບັດໄດ້ 67.998,22 ຕື້ກີບ ຫລື 3.673,98 ລ້ານໂດລາສະຫະລັດ, ລື່ນແຜນ 120,13%, ຄາດຄະເນ ໝົດປີ ຈະປະຕິບັດໄດ້ປະມານ 76.800 ຕື້ກີບ ຫລື ເທົ່າກັບ 4 ຕື້ໂລດາສະຫະລັດ, ລື່ນແຜນ 148,62%. ໃນນີ້, ການນຳເຂົ້າເປັນພາຫານະ ແລະ ວັດຖຸອຸປະກອນ ກວມປະມານ 70% ຂອງທຶນນຳເຂົ້າຕົວຈິງທັງໝົດ.

ທ່ານ ຄຳເຈນ ວົງໂພສີ ຍັງໃຫ້ຮູ້ອີກວ່າ 9 ເດືອນຕົ້ນປີ 2023, ເສດຖະກິດລາວຂະຫຍາຍຕົວຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນ:

  • ຂະແໜງກະສິກຳ-ປ່າໄມ້ ສາມາດຂະຫຍາຍຕົວໃນລະດັບ 3,4% ກວມ 17,3% ຂອງ GDP ແລະ ໝົດປີຄາດຄະເນຂະຫຍາຍຕົວ 3,4% ກວມ 21,4% ຂອງ GDP (ແຜນການ ຂະຫຍາຍຕົວ 2,5%, ກວມ 17,20% ຂອງ GDP);
  • ຂະແໜງອຸດສາຫະກຳ ຂະຫຍາຍຕົວໃນລະດັບ 3,5% ກວມ 34,5% ຂອງ GDP ແລະ ໝົດປີຄາດຄະເນຂະຫຍາຍຕົວ 3,1% ກວມ 32,2% ຂອງ GDP (ແຜນການ: ຂະຫຍາຍຕົວ 5,0%, ກວມ 34,20% ຂອງ GDP);
  • ສ່ວນຂະແໜງບໍລິການ, ຂະຫຍາຍຕົວໃນລະດັບ 5,6% ກວມ 37,2% ຂອງ GDP ແລະ ໝົດປີຄາດຄະເນຂະຫຍາຍຕົວ 5,6% ກວມ 35,9% ຂອງ GDP (ແຜນການຂະຫຍາຍຕົວ 4,7%, ກວມ 37,50% ຂອງ GDP);
  • ຂະແໜງພາສີ-ອາກອນຜະລິດຕະພັນ ຂະຫຍາຍຕົວໃນລະດັບ 3,9% ກວມ 10,6% ຂອງ GDP ແລະ ໝົດປີຄາດຄະເນຂະຫຍາຍຕົວ 3,8% ກວມ 11,0% ຂອງ GDP (ແຜນການ: ຂະຫຍາຍຕົວ 4,3%, ກວມ 11,10% ຂອງ GDP).

ສ່ວນປັດໄຈ ທີ່ເຮັດໃຫ້ການຂະຫຍາຍຕົວເສດຖະກິດ ບໍ່ບັນລຸຄາດໝາຍນັ້ນ, ປະກອບມີຕົ້ນທຶນການຜະລິດເພີ່ມຂຶ້ນ, ການຜະລິດໃນຂະແໜງພະລັງງານ ກໍມີທ່າອ່ຽງຫລຸດລົງເຊັ່ນກັນ ເນື່ອງຈາກໄດ້ຮັບຜົນກະທົບຈາກໄພທຳມະຊາດແຫ້ງແລ້ງ ເຮັດໃຫ້ເຂື່ອນໄຟຟ້າຈຳນວນໜຶ່ງບໍ່ສາມາດຜະລິດກະແສໄຟຟ້າໄດ້ຕາມແຜນກໍານົດໄວ້.

ເຖິງແນວໃດກໍຕາມ ຂະແໜງບໍລິການ ກໍຍັງສືບຕໍ່ເປັນປັດໄຈສຳຄັນປະກອບສ່ວນ ເຂົ້າໃນການຂະຫຍາຍຕົວເສດຖະກິດຂອງຊາດ ໂດຍສະເພາະ ການຂາຍຍົກຂາຍຍ່ອຍ, ຂະແໜງຂົນສົ່ງ ແລະ ຂະແໜງທີ່ພັກອາໄສ ແລະ ອາຫານ (ຂະແໜງທ່ອງທ່ຽວ) ທີ່ມີການຂະຫຍາຍຕົວດີພໍສົມຄວນ ແລະ ຂະແໜງກະສິກຳ ກໍເປັນອີກຂະແໜງການໜຶ່ງ ທີ່ສືບຕໍ່ຂະຫຍາຍຕົວດີ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...