spot_img
Homeຂ່າວພາຍ​ໃນບັນດາເນື້ອໃນທີ່ສຳຄັນໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX

ບັນດາເນື້ອໃນທີ່ສຳຄັນໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX

Published on

ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ເປີດຢ່າງເປັນທາງການ ໃນຕອນເຊົ້າວັນທີ 31 ຕຸລາ ປີ 2023 ທີ່ຫ້ອງປະຊຸມສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງ ທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ; ໃຫ້ກຽດເຂົ້າຮ່ວມມີ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ; ມີບັນດາທ່ານຜູ້ນຳຂັ້ນສູງ, ອະດີດຜູ້ນຳຂັ້ນສູງຂອງພັກ-ລັດ, ສະມາຊິກສະພາແຫ່ງຊາດ, ທູດຕານຸທູດ, ຕາງໜ້າອົງການຈັດຕັ້ງສາກົນປະຈຳລາວ ແລະ ແຂກທີ່ມີກຽດເຂົ້າຮ່ວມ.

ທ່ານ ປອ ໄຊສົມພອນ ປະທານສະພາແຫ່ງຊາດ ໄດ້ໃຫ້ຮູ້ວ່າ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງບັນດາເນື້ອໃນທີ່ສຳຄັນດັ່ງນີ້:

1). ບົດລາຍງານໂດຍສັງເຂບຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບສະພາບການເຄື່ອນໄຫວ ວຽກງານພົ້ນເດັ່ນກາງສະໄໝ (2021-2023) ແລະ ແຜນການທ້າຍສະໄໝ (2023- 2025), ການເຄື່ອນໄຫວວຽກງານ ປະຈຳປີ 2023 ແລະ ແຜນການປະ ຈຳປີ 2024;

2). ບົດລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ກາງສະ ໄໝ (2021-2023) ແລະ ທິດທາງແຜນການທ້າຍສະໄໝ (2023-2025), ການຈັດຕັ້ງປະຕິບັດແຜນການ ປະຈຳປີ 2023 ແລະ ແຜນການ ປະຈຳປີ 2024 ຂອງລັດຖະບານ;

3). ບົດລາຍງານການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດກາງສະໄໝ (2021-2023) ແລະ ທິດທາງແຜນການທ້າຍສະໄໝ (2023-2025), ການຈັດຕັ້ງປະຕິບັດແຜນການ ປະຈຳປີ 2023 ແລະ ແຜນການ ປະຈຳປີ 2024 ຂອງລັດຖະບານ;

4). ບົດລາຍງານການຈັດຕັ້ງປະຕິບັດແຜນເງິນຕາ ກາງສະໄໝ (2021-2023) ແລະ ທິດທາງ ແຜນການທ້າຍສະໄໝ (2023-2025), ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2023 ແລະ ແຜນການປະຈຳປີ 2024 ຂອງລັດຖະບານ;

5). ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄລຍະ 3 ປີຜ່ານມາ (2022-2023);

6). ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄລຍະ 3 ປີຜ່ານມາ (2021-2023);

7). ບົດລາຍງານການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ສະບັບ ຄື: ກົດໝາຍ ວ່າດ້ວຍການປ້ອງກັນຊາດ, ກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ແລະ ກົດໝາຍ ວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ;

8). ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ ( 2021- 2023), ທິດທາງແຜນການທ້າຍສະໄໝ ( 2023-2025) ແລະ ການຈັດຕັ້ງປະຕິບັດແຜນການ ປະຈຳປີ 2023 ແລະ ແຜນການ ປະຈຳປີ 2024 ຂອງອົງການກວດກາແຫ່ງລັດ; ບົດລາຍງານຜົນການກວດກາ ຕາມຜົນການກວດສອບ ປະຈຳ ປີ 2021;

9). ບົດລາຍງານການຈັດຕັ້ງປະຕິບັດແຜນການການເຄື່ອນໄຫວວຽກງານກາງສະໄໝ (2021- 2023), ແຜນການທ້າຍສະໄໝ(2023-2025) ການຈັດຕັ້ງປະຕິບັດ ແຜນການປະຈຳປີ 2023 ແລະ ແຜນການ ປະຈຳປີ 2024 ຂອງອົງການກວດສອບແຫ່ງລັດ; ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2022;

10). ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານກາງສະໄໝ (2021-2023) ແລະ ການແຜນການທ້າຍສະໄໝ (2023-2025), ການຈັດຕັ້ງປະຕິ ບັດແຜນການປະຈຳປີ 2023 ແລະ ແຜນການ ປະຈຳປີ 2024 ຂອງສານປະຊາຊົນສູງສຸດ;

11). ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ (2021-2023) ແລະ ແຜນການທ້າຍສະໄໝ (2023-2025), ການຈັດຕັ້ງປະຕິບັດແຜນການ ປະຈຳປີ 2023 ແລະ ແຜນການ ປະຈຳປີ 2024 ຂອງອົງການໄອຍະການປະຊາຊົນສູງສຸດ;

12). ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ 8 ສະບັບ; ໃນນີ້, ມີກົດໝາຍສ້າງໃໝ່ 2 ສະບັບຄື: ຮ່າງກົດໝາຍວ່າດ້ວຍເຂດເສດຖະກິດພິເສດ ແລະ ຮ່າງກົດໝາຍ ວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ; ກົດໝາຍປັບປຸງ 6 ສະບັບຄື: ກົດໝາຍວ່າດ້ວຍການປິ່ນປົວ, ກົດໝາຍ ວ່າດ້ວຍ ຊັບສິນທາງປັນຍາ, ກົດໝາຍ ວ່າດ້ວຍການບັນຊີ, ກົດໝາຍ ວ່າດ້ວຍລະບົບການຊຳລະ, ກົດໝາຍ ວ່າດ້ວຍຜູ້ພິພາກສາ ແລະ ກົດໝາຍວ່າດ້ວຍ ການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ;

13). ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ (2021- 2025) ແລະ ແຜນການທ້າຍສະໄໝ (2023-2025) ແລະ ການຈັດຕັ້ງປະ ຕິບັດແຜນການ ປະຈຳປີ 2023 ແລະ ແຜນການ ປະຈຳປີ 2024 ຂອງສະພາແຫ່ງ ຊາດ;

14). ບົດລາຍງານປະເມີນຜົນຄວາມໄວ້ວາງໃຈ ການປະຕິບັດໜ້າທີ່ວຽກງານຂອງບຸກຄະລາກອນ ທີ່ ສະພາແຫ່ງຊາດ ເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ.

ນອກນັ້ນ, ກອງປະຊຸມຄັ້ງນີ້ຍັງຈະໄດ້ຮັບຟັງການຊີ້ແຈງຂອງສະມາຊິກລັດຖະບານ ແລະ ພາກສ່ວນກ່ຽວຂ້ອງຈຳນວນໜຶ່ງ ຕໍ່ຄຳຊັກຖາມຂອງບັນດາທ່ານສະມາຊິກສະ ພາແຫ່ງຊາດ.

ທ່ານປະທານສະພາແຫ່ງຊາດ ເນັ້ນຕື່ມວ່າ: ເພື່ອເຮັດໃຫ້ການພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ ທີ່ມີຈຳນວນຫຼາຍຄືດັ່ງກ່າວໃຫ້ມີຄຸນນະ ພາບ, ປະສິດທິຜົນ ແລະ ບັນລຸຜົນຕາມແຜນການທີ່ວາງໄວ້, ໃນນາມປະທານກອງປະຊຸມ ຂໍຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງສືບຕໍ່ໃຫ້ການຮ່ວມມື ແລະ ສະໜອງຂໍ້ມູນຕໍ່ບັນດາເນື້ອໃນທີ່ຈະນຳເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມຄັ້ງນີ້, ຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາແຫ່ງຊາດ ຈົ່ງໄດ້ນຳໃຊ້ສິດປະຊາ ທິປະໄຕ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ ໃນການສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າຢ່າງເລິກເຊິ່ງ, ປະກອບຄຳເຫັນຕໍ່ທຸກບັນຫາຢ່າງຖີ່ຖ້ວນ, ສ້າງສັນ, ພາວະວິໄສ, ມີເຫດມີຜົນ, ແທດຕົວຈິງ, ຮັດກຸມ ບົນພື້ນຖານແນວທາງປ່ຽນແປກງໃໝ່ຂອງພັກ, ລັດຖະທຳມະນູນ, ກົດໝາຍຂອງລັດ ແລະ ສະພາບຄວາມ ເປັນຈິງທາງດ້ານເສດຖະກິດ-ສັງຄົມຂອງປະ ເທດເຮົາໃນປັດຈຸບັນ ພ້ອມທັງຊອກຫາວິທີການ, ມາດຕະການແກ້ໄຂບັນດາບັນຫາທີ່ຍັງເປັນຄວາມເປັນຫ່ວງເປັນໄຍຂອງສັງຄົມ, ເປັນບັນຫາຮີບດ່ວນ ແລະ ເຄັ່ງຮ້ອນຂອງສັງຄົມພວກເຮົາໃນປັດຈຸບັນ ເພື່ອສ້າງຄວາມເປັນເອກະພາບສູງ ກັບເນື້ອໃນທີ່ນໍາມາພິຈາລະນາ, ຮັບຮອງໃນກອງປະຊຸມຄັ້ງນີ້ ໃຫ້ມີຄຸນນະພາບ ແລະ ສາມາດນຳໄປຈັດຕັ້ງປະຕິບັດຢ່າງເປັນຮູບປະທຳຢ່າງແທ້ຈິງ.

ແຫຼ່ງຂ່າວ ຄວາມສະຫງົບ Lao Security News

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...