Homeຂ່າວພາຍ​ໃນການສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດລະບຽບແຫຼ່ງກໍາເນີດສິນຄ້າຂອງຂອບສັນຍາເຂດການຄ້າເສລີອາຊຽນ - ສ.ເກົາຫຼີ

ການສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດລະບຽບແຫຼ່ງກໍາເນີດສິນຄ້າຂອງຂອບສັນຍາເຂດການຄ້າເສລີອາຊຽນ – ສ.ເກົາຫຼີ

Published on

ໃນລະຫວ່າງວັນທີ 10 ຫາ 11 ຕຸລາ 2023 ທີ່ຫ້ອງປະຊຸມຂອງ ໂຮງແຮມແລນມາກແມ່ຂອງລີເວີໄຊ, ນະຄອນຫຼວງວຽງຈັນ, ສປປ ລາວ ໄດ້ຈັດກອງປະຊຸມຝຶກອົບຮົມ ພາຍໃຕ້ຫົວຂໍ້ “ການສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດລະບຽບແຫຼ່ງກໍາເນີດສິນຄ້າຂອງຂອບສັນຍາເຂດການຄ້າເສລີອາຊຽນ – ສ.ເກົາຫຼີ” ໃຫ້ພະນັກງານທັງພາກລັດ ແລະ ຜູ້ປະກອບການ SME ຂອງ 03 ປະເທດຄື: ກຳປູເຈຍ, ສປປ ລາວ ແລະ ມຽນມາ. ກອງປະຊຸມຝຶກອົບຮົມຄັ້ງນີ້ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ນາງ ມະນີວອນ ວົງໄຊ ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ, ມີຜູ້ເຂົ້າຮ່ວມທັງໝົດຈຳນວນ 51 ທ່ານ, ໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກ ໂຄງການອາຊຽນ – ສ.ເກົາຫຼີ (Capacity building in implementing AKROO for the frontline officers and SMEs of Cambodia, Lao PDR, and Myanmar).

ຈຸດປະສົງຂອງການຝຶກອົບຮົມ ແມ່ນເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ແກ່ເຈົ້າໜ້າທີ່ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ແລະ ຜູ້ປະກອບການຂອງ ກຳປູເຈຍ, ສປປ ລາວ ແລະ ມຽນມາ, ໃຫ້ມີຄວາມເຂົ້າໃຈ ກ່ຽວກັບ ລະບຽບແຫຼ່ງກຳເນີດສິນຄ້າ ແລະ ຂັ້ນຕອນການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າໃນການສົ່ງອອກໄປຍັງ ປະເທດສະມາຊິກອາຊຽນດ້ວຍກັນ ແລະ ສ.ເກົາຫຼີ ພາຍໃຕ້ສັນຍາເຂດການຄ້າເສລີອາຊຽນ – ສ.ເກົາຫຼີ (ASEAN Korea Free Trade Area: AKFTA) ທີ່ໄດ້ມີການເຈລະຈາຫຼຸດອັດຕາພາສີຂາເຂົ້າ 0% ຂອງລາຍການສິນຄ້າທັງໝົດ.

ເນື້ອໃນການຝຶກອົບຮົມຄັ້ງນີ້ປະກອບມີ: ຄວາມເປັນມາ, ເນື້ອໃນ, ລະບຽບການຂອງສັນຍາ ແລະ ຜົນປະໂຫຍດຂອງຜູ້ປະກອບການທີ່ໄດ້ຮັບ ຈາກສັນຍາ AKFTA ເຊັ່ນ: 1) ລະບຽບແຫຼ່ງກຳເນີດສິນຄ້າ ເຊິ່ງແມ່ນສິນຄ້າທີ່ໄດ້ມາ ຫຼື ຜະລິດຂຶ້ນໂດຍນຳໃຊ້ວັດຖຸດິບພາຍໃນປະເທດທັງໝົດ ຫຼື ສິນຄ້າທີ່ໄດ້ມາ ຫຼື ຜະລິດຂຶ້ນໂດຍບໍ່ໄດ້ນຳໃຊ້ວັດຖຸດິບພາຍໃນປະເທດທັງໝົດ, ການປ່ຽນລະຫັດພາສີ (Change in Tariff Classification: CTC), ການສ້າງມູນຄ່າເພີ່ມພາຍໃນພາກພື້ນບໍ່ຫຼຸດ 40% (Regional Value content 40%: RVC 40%) ແລະ ລະບຽບແຫຼ່ງກຳເນີດສິນຄ້າສະເພາະຜະລິດຕະພັນ (Products Specific Rule: PSR), 2) ການກຳນົດເງື່ອນໄຂແຫຼ່ງກຳເນີດສິນຄ້າ ແລະ 3) ແລກປ່ຽນການຈັດຕັ້ງປະຕິບັດການອອກ ແລະ ຮັບໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ (Form AK) ກັບເຈົ້າໜ້າທີ່ພາສີ, ເຈົ້າໜ້າທີ່ອອກ Form AK ທີ່ມາຈາກ ກະຊວງອຸດສາຫະກໍາ ແລະ ການຄ້າ ຂອງປະເທດກໍາປູເຈຍ, ມຽນມາ, ສ.ເກົາຫຼີ ແລະ ຊ່ຽວຊານຈາກກອງເລຂາອາຊຽນ.

ນອກຈາກນັ້ນ, ເພື່ອໃຫ້ມີຄວາມເຂົ້າໃຈລະອຽດຕື່ມໃນການນຳໃຊ້ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າໃນຂອບສັນຍານີ້, ກອງປະຊຸມສໍາມະນາໄດ້ມີການແລກປ່ຽນບົດຮຽນຂອງເຈົ້າໜ້າທີ່ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ຊຶ່ງກັນ ແລະ ກັນ ເຊັ່ນ: ການກຳນົດເງື່ອນໄຂແຫຼ່ງກຳເນີດສິນຄ້າ, ການກວດກາຄືນແຫຼ່ງກຳເນີດສິນຄ້າ, ການປະຕິເສດ Form AK ຂອງເຈົ້າໜ້າທີ່ພາສີປະເທດຜູ້ນຳເຂົ້າ ແລະ ອື່ນໆ.

ແຫຼ່ງຂ່າວ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...