spot_img
Homeຂ່າວພາຍ​ໃນປະທານປະເທດ ສຳເລັດການເຂົ້າຮ່ວມກອງປະຊຸມ "ໜຶ່ງແລວ ໜຶ່ງເສັ້ນທາງ" ເພື່ອການຮ່ວມມືສາກົນ ຄັ້ງທີ 3

ປະທານປະເທດ ສຳເລັດການເຂົ້າຮ່ວມກອງປະຊຸມ “ໜຶ່ງແລວ ໜຶ່ງເສັ້ນທາງ” ເພື່ອການຮ່ວມມືສາກົນ ຄັ້ງທີ 3

Published on

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມ “ໜຶ່ງແລວໜຶ່ງເສັ້ນທາງ” ເພື່ອການຮ່ວມມືສາກົນ ຄັ້ງທີ 3 ທີ່ນະຄອນຫລວງປັກກິ່ງ, ສປ ຈີນ ໃນວັນທີ 17-18 ຕຸລາ 2023, ພາຍໃຕ້ຫົວຂໍ້: “ການຮ່ວມມື ທີ່ມີຄຸນນະພາບສູງ ຂອບໜຶ່ງແລວ ໜຶ່ງເສັ້ນທາງ: ຮ່ວມກັນເພື່ອພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງ ຮ່ວມກັນ ຊຶ່ງກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນໃນໂອກາດຄົບຮອບ 10 ປີ (2013-2023) ຂອງຂໍ້ລິເລີ່ມດັ່ງກ່າວ ໂດຍມີບັນດາຄະນະຜູ້ແທນຂັ້ນສູງຈາກບັນດາປະເທດ ແລະ ອົງການຈັດຕັ້ງສາກົນ ທີ່ເປັນຄູ່ຮ່ວມມືຂອງຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ຫຼາຍກວ່າ 150 ປະເທດ ແລະ 30 ອົງການຈັດຕັ້ງສາກົນ ເຂົ້າຮ່ວມ ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ຮ່ວມກັນເພື່ອຊອກຫາຊ່ອງທາງ ແລະ ກາລະໂອກາດໃນການສົ່ງເສີມການຮ່ວມມື ເພື່ອຟື້ນຟູເສດຖະກິດ ຂອງແຕ່ລະປະເທດ ກໍຄື ຟື້ນຟູເສດຖະກິດໂລກ ພາຍຫລັງການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຜ່ອນຄາຍລົງ, ໂດຍໄດ້ປຶກສາຫາລືກັນ ໃນ 3 ຫົວຂໍ້ສຳຄັນ ຄື: ການເຊື່ອມຈອດໃນເສດຖະກິດໂລກແບບເປີດກ້ວາງ; ເສັ້ນທາງສາຍໄໝສີຂຽວ ເພື່ອຄວາມກົມກຽວກັບທຳມະຊາດ ແລະ ເສດຖະກິດດິຈິຕອນ ເປັນແຫລ່ງຂອງການຂະຫຍາຍຕົວໃໝ່.

ກອງປະຊຸມຄັ້ງນີ້, ມີຄະນະຜູ້ແທນ ຈາກບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຂອງ ສປປ ລາວ ເຂົ້າຮ່ວມບັນດາກອງປະຊຸມປິ່ນອ້ອມຕ່າງໆ ທີ່ຕິດພັນກັບຂະແໜງການຂອງຕົນ ທີ່ໄດ້ຈັດຂຶ້ນຄຽງຄູ່ກອງປະຊຸມ ເຊິ່ງໃນພິທີເປີດ ທ່ານ ປະທານ ສີ ຈິ້ນຜິງ ໄດ້ກ່າວຄໍາເຫັນ ໂດຍໄດ້ເນັ້ນການກໍ່ສ້າງ ໜຶ່ງແລວ ໜຶ່ງເສັ້ນທາງ ແມ່ນເປັນໄປຕາມ 3 ຫລັກການ ຄື: ການປຶກສາຫາລືຢ່າງກວ້າງຂວ້າງ, ການປະ ກອບສ່ວນຮ່ວມ ແລະ ມີຜົນປະໂຫຍດຮ່ວມກັນ. ພ້ອມກັນນີ້, ທ່ານປະທານ ຍັງໄດ້ປະກາດ 8 ແຜນປະຕິບັດງານ ຮ່ວມມືກັບປະເທດຕ່າງໆໃນຕໍ່ໜ້າ ເພື່ອຊຸກຍູ້ການຮ່ວມມື ໜຶ່ງແລວ ໜຶ່ງເສັ້ນທາງ ໃຫ້ມີຄຸນນະພາບສູງຂຶ້ນ ຄື:

1. ການສ້າງເຄືອຂ່າຍການເຊື່ອມຈອດຫລາຍມິ ຂອງໜຶ່ງແລວ ໜຶ່ງເສັ້ນທາງ;

2. ການສ້າງເສດຖະກິດໂລກແບບເປີດກວ້າງ;

3. ສ້າງກົນໄກການຮ່ວມມືທີ່ເປັນຮູບປະທໍາ ໃນການສະໜັບສະໜູນ ສ້າງໜຶ່ງແລວ ໜຶ່ງເສັ້ນທາງທີ່ມີຄຸນນະພາບສູງ;

4. ສົ່ງເສີມການພັດທະນາສີຂຽວ;

5. ຊຸກຍູ້ວິທະຍາສາດ ແລະ ເຕັກໂນໂລຊີນະວັດຕະກໍາ;

6. ສົ່ງເສີມການແລກປ່ຽນລະຫວ່າງປະຊາຊົນກັບປະຊາຊົນ;

7. ສ້າງຂອບການຮ່ວມມື ໜຶ່ງແລວ ໜຶ່ງເສັ້ນທາງ ທີ່ມີຄວາມເຊື່ອຖື 

8. ສ້າງຄວາມເຂັ້ມແຂງໃນການສ້າງສະຖາບັນ ເພື່ອການຮ່ວມມືສາກົນ ໜຶ່ງແລວ ໜຶ່ງເສັ້ນທາງ.

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານປະທານປະເທດ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມ ດັ່ງກ່າວ ໃນພາກເວທີປຶກສາຫາລືລະດັບສູງ ພາຍໃຕ້ຫົວຂໍ້:“ການເຊື່ອມຈອດ ໃນເສດຖະກິດໂລກແບບເປີດກວ້າງ” ໂດຍໄດ້ເນັ້ນໃສ່ຄວາມສໍາຄັນ ແລະ ຜົນສໍາເລັດຂອງການຮ່ວມມື ພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ໃນໄລຍະ 10 ປີຜ່ານມາ, ເຊິ່ງເຫັນວ່າ ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ໄດ້ມີບົດ ບາດສຳຄັນ ໃນການສົ່ງເສີມການຮ່ວມມືດ້ານການພັດທະນາ, ສົ່ງເສີມກົນໄກການຮ່ວມມືຫລາຍຝ່າຍ ໃນລະດັບສາກົນ ແລະ ພາກພື້ນຢ່າງມີປະສິດທິຜົນ; ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ໄດ້ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການພັດທະນາໃນຫລາຍດ້ານ ອັນພົ້ນເດັ່ນ ກໍແມ່ນການພັດທະນາພື້ນຖານໂຄງລ່າງເຊື່ອມໂຍງ-ເຊື່ອມຈອດໃຫ້ເຫັນຢ່າງເປັນຮູບປະທຳ ທີ່ປະເທດກຳລັງພັດທະນາ ລວມທັງ ສປປ ລາວ, ໂດຍສະເພາະ ສປປ ລາວ ໄດ້ປະຕິບັດໂຄງການດັ່ງກ່າວຢ່າງເປັນຮູບປະທໍາ ເຊັ່ນ: ໂຄງການທາງລົດໄຟ ລາວ-ຈີນ, ໂຄງການທາງດ່ວນໃນປະເທດ, ໂຄງການພັດທະນາແລວເສດຖະກິດ ລາວ-ຈີນ, ການຄ້າໃນຂົງ ເຂດກະສິກຳ, ພະລັງງານສະອາດ ແລະ ອື່ນໆ ເຊິ່ງເຫັນວ່າ ເປັນການຊຸກຍູ້, ສົ່ງເສີມ ແລະ ຂະ ຫຍາຍການຮ່ວມມື ດ້ານເສດຖະກິດ, ການຄ້າ, ການລົງທຶນຕະຫລອດຮອດການຖ່າຍທອດເຕັກໂນໂລຊີ ທີ່ກ້າວໜ້າ, ການແລກປ່ຽນວັດທະນະທຳ-ສັງຄົມ ກໍຄື ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນ ກັບ ປະຊາຊົນ, ອັນເປັນການສົ່ງເສີມອຸດສາຫະກຳທ່ອງທ່ຽວ, ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນໃຫ້ນັບມື້ນັບເລິກເຊິ່ງຍິ່ງຂຶ້ນ. ສປປ ລາວ ຕີລາຄາສູງຕໍ່ຄວາມສຳຄັນ ແລະ ສະໜັບສະໜູນຍຸດທະສາດ ໜຶ່ງແລວ ໜຶ່ງເສັ້ນທາງ ໃນການເພີ່ມທະວີການເຊື່ອມຈອດ ລວມທັງ 8 ແຜນປະຕິບັດງານ ທີ່ ປະທານ ສີ ຈິ້ນຜິງ ໄດ້ປະກາດໃນພິທີເປີດດັ່ງກ່າວ. ສປປ ລາວ ພ້ອມແລ້ວທີ່ຈະຮ່ວມມືກັບປະເທດເພື່ອນມິດ ໃນການປະຕິບັດ ໂຄງການຕ່າງໆ ຕາມຄວາມສາມາດຂອງຕົນ.

ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ (BRI) ແມ່ນຖືກນໍາສະເໜີຂຶ້ນໃນປີ 2013 ໂດຍທ່ານ ປະທານ ສີ ຈິ້ນຜີງ ດ້ວຍວິໄສທັດໃນການສານຕໍ່ເນື້ອໃນຈິດໃຈ ຂອງເສັ້ນທາງສາຍໄໝບູຮານ ໂດຍກໍານົດເອົາການເສີມຂະຫຍາຍການເຊື່ອມຈອດໃຫ້ເປັນຫົວຂໍ້ ຂອງຂໍ້ລິເລີ່ມດັ່ງກ່າວ, ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ມີເປົ້າໝາຍແນ່ໃສ່ຊຸກຍູ້ສົ່ງເສີມການເຊື່ອມຈອດ ລະຫວ່າງບັນດາປະເທດໃນດ້ານນະໂຍ ບາຍ, ພື້ນຖານໂຄງລ່າງ, ການຄ້າ, ການເງິນ ແລະ ການແລກປ່ຽນລະຫວ່າງຄົນກັບຄົນ ໃຫ້ດີຂຶ້ນກວ່າເກົ່າ. ຂໍ້ລິເລີ່ມດັ່ງກ່າວ ເປັນສ່ວນໜຶ່ງຂອງຄວາມພະຍາຍາມຮ່ວມກັນ ຂອງບັນດາປະເທດຄູ່ຮ່ວມມືເພື່ອສ້າງພື້ນຖານໃໝ່ ໃຫ້ແກ່ການເຕີບໂຕຂອງເສດຖະກິດໂລກ, ເພີ່ມກຳລັງແຮງໃໝ່ ໃຫ້ແກ່ການຮ່ວມມືດ້ານເສດຖະກິດສາກົນ ແລະ ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງໂລກ.

ແຫຼ່ງຂ່າວ ກົມຂ່າວກະຊວງການຕ່າງປະເທດ

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...