ຜົນກອງປະຊຸມສະໄໝສາມັນ ລັດຖະບານແຫ່ງ ສປປ ລາວ ປະຈຳເດືອນຕຸລາ 2023

0
459

ໃນວັນທີ 17 ຕຸລາ 2023 ໄດ້ຈັດກອງປະຊຸມສະໄໝສາມັນ ລັດຖະບານແຫ່ງ ສປປລາວ ປະຈຳເດືອນຕຸລາ 2023 ໂດຍກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ ຕໍ່ 3 ວາລະ ແລະ ຫົວຂໍ້ສຳຄັນ ດັ່ງນີ້:

ວາລະທີ 1: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາບັນດາບົດລາຍງານ ກ່ຽວກັບຄວາມຄືບໜ້າ ໃນການກະກຽມຫົວຂໍ້ ກໍຄື ເນື້ອໃນ ທີ່ລັດຖະບານຈະລາຍງານຕໍ່ກອງປະຊຸມຄົບຄະນະສູນກາງພັກ ຄັ້ງທີ 7 ສະໄໝທີ XI ແລະ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX, ໃນນັ້ນ ປະກອບມີ:

  1. ຕີລາຄາການເຄື່ອນໄຫວວຽກງານປ້ອງກັນຊາດ;
  2. ຕີລາຄາການເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບ;
  3. ຕີລາຄາການເຄື່ອນໄຫວວຽກງານຕ່າງປະເທດ;
  4. ການກະກຽມບົດສະຫຼຸບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024, ຕິດພັນກັບການສະຫຼຸບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ;
  5. ການຈັດຕັ້ງປະຕິບັດການແກ້ໄຂວຽກງານພົ້ນເດັ່ນ ຂອງຄະນະສະເພາະກິດ ຕາມມະຕິ 19/ກມສພ ໃນໄລຍະ 03 ເດືອນຜ່ານມາ ແລະ ສະເໜີທິດທາງແຜນການໃນຕໍ່ໜ້າ;
  6. ສະພາບວຽກງານຄຸ້ມຄອງລັດຖະກອນ ປີ 2023 ແລະ ແຜນຄວາມຕ້ອງການລັດຖະກອນໃໝ່ ປີ 2024.

ກອງປະຊຸມມອບ ໃຫ້ບັນດາຂະແໜງການ ທີ່ຮັບຜິດຊອບກະກຽມບົດລາຍງານດັ່ງກ່າວ ປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ແລະ ມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສືບຕໍ່ເປັນໃຈກາງປະສານສົມທົບກັບພາກສ່ວນກ່ຽວຂ້ອງ ສັງລວມເອົາບັນດາເນື້ອໃນສຳຄັນ ຂອງບັນດາບົດລາຍງານດັ່ງ ກ່າວ ເພື່ອນຳໄປລາຍງານ ຕໍ່ກອງປະຊຸມຄົບຄະນະສູນກາງພັກ ຄັ້ງທີ 7 ສະໄໝທີ XI ແລະ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ທັນຕາມກໍານົດເວລາ, ໂດຍໃຫ້ເອົາໃຈໃສ່ຕື່ມບາງຈຸດ ເປັນຕົ້ນການສະຫຼຸບ ແລະ ກໍານົດຕົວເລກຕ່າງໆ ຂອງບັນດາຂະແໜງການ ໃຫ້ມີຄວາມກົມກຽວ ແລະ ເປັນເອກະພາບກັນ.

ເນື້ອໃນບົດລາຍງານລວມ ໃຫ້ກວມເອົາບັນຫາພົ້ນເດັ່ນຂອງທຸກຂົງເຂດວຽກງານ, ໃຫ້ສາມາດເຫັນໄດ້ ສາເຫດຂອງຜົນສຳເລັດ ແລະ ຂໍ້ຄົງຄ້າງຕ່າງໆ ໂດຍອີງໃສ່ທິດຊີ້ນຳຂອງສູນກາງພັກ ແລະ ຄາດໝາຍຕ່າງໆ ທີ່ກຳນົດໄວ້. ສຳລັບບັນດາຈຸດທີ່ບໍ່ທັນເອກະພາບກັນ ແມ່ນໃຫ້ສືບຕໍ່ຄົ້ນຄວ້າປຶກສາຫາລື ຫຼື ຈັດສຳມະນາຮ່ວມກັນ.

ວາລະທີ 2: ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາບົດລາຍງານ ກ່ຽວກັບແຜນການສ້າງ ແລະ ປັບປຸງ ກົດໝາຍ ປີ 2024 ແລະ ໄດ້ຊີ້ນຳກະຊວງຍຸຕິທຳ ໃຫ້ສົມທົບກັບກະຊວງ, ອົງການ ທີ່ເປັນຜູ້ຮັບຜິດຊອບສ້າງ ແລະ ປັບປຸງກົດໝາຍ ປັບປຸງແຜນດັ່ງກ່າວ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໂດຍສະເພາະ ຈັດສັນບັນດາກົດໝາຍ ທີ່ເລື່ອນມາຈາກ ປີ 2023, ເລັ່ງປັບປຸງກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ໃນບາງມາດຕາ, ຄົ້ນຄວ້າສ້າງບາງດຳລັດ ໃຫ້ສອດຄ່ອງກັບສະພາບຕົວຈິງ.

ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສົມທົບກັບກະຊວງຍຸຕິທຳ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງ ແລະ ຮຽບຮຽງສຸດທ້າຍບັນດາຮ່າງກົດໝາຍ ເພື່ອນໍາສະເໜີຕໍ່ສະພາແຫ່ງຊາດ ໃຫ້ທັນຕາມກຳນົດເວລາ.

ວາລະທີ 3: ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດຳລັດ 3 ສະບັບ ຄື:

(1). ຮ່າງດຳລັດ ວ່າດ້ວຍການປັບໃໝ ແລະ ການນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບແຮ່ທາດ:

ກອງປະຊຸມ ໄດ້ຊີ້ນຳກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຮ່າງດຳລັດດັ່ງກ່າວ ຕາມຄຳເຫັນຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນລະອຽດ, ຄົບຖ້ວນສົມບູນ, ຮັດກຸມ ເປັນຕົ້ນ ການໃຫ້ນິຍາມເພີ່ມຕື່ມບາງຄຳສັບ, ການກຳນົດຈຸດປະສົງ ແລະ ເງື່ອນໄຂ ໃນການປັບໃໝ ໃຫ້ລະອຽດຈະແຈ້ງຕື່ມ ແລະ ເໝາະສົມຕື່ມ, ການກຳນົດອັດຕາຄ່າປັບໄໝ ໃຫ້ສອດຄ່ອງກັບນິຕິກຳກ່ຽວຂ້ອງ ທີ່ໄດ້ປະກາດນຳໃຊ້ແລ້ວ.

(2). ຮ່າງດຳລັດ ວ່າດ້ວຍຄອນໂດມີນຽມ:

ກອງປະຊຸມ ໄດ້ຊີ້ນຳກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຮ່າງດຳລັດດັ່ງກ່າວ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ພິຈາລະນາຄືນ ການກຳນົດຊື່ຮ່າງດຳລັດ ຄວນໃຫ້ສະແດງອອກເປັນພາສາລາວ, ການກຳນົດເງື່ອນໄຂ ກໍ່ຄືນະໂຍບາຍ ຕໍ່ບຸກຄົນ ທີ່ສາມາດອາໃສຢູ່ຄອນໂດມີນຽມ, ການຄຸ້ມຄອງ ແລະ ນຳໃຊ້ອາຄານ, ລວມທັງ ການກຳນົດສິດ ຜູ້ນຳໃຊ້ອາຄານ ໃຫ້ມີຄວາມລະອຽດ, ຈະແຈ້ງ ແລະ ຮັດກຸມ ກວ່າເກົ່າ.

(3). ຮ່າງດຳລັດ ວ່າດ້ວຍທີ່ດິນບໍລິເວນນ້ຳ:

ກອງປະຊຸມ ໄດ້ຊີ້ນໍາກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຮ່າງດຳລັດດັ່ງກ່າວ ຕາມຄຳເຫັນຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນລະອຽດ, ຈະແຈ້ງ, ຄົບຖ້ວນສົມບູນ, ຮັດກຸມ ເປັນຕົ້ນ ປັບປຸງບາງຄຳສັບ ໃຫ້ສອດຄ່ອງກັບຕົວຈິງກວ່າເກົ່າ, ກຳນົດໃຫ້ຈະແຈ້ງຕື່ມ ສິດຂອງບັນດາພາກສ່ວນທີ່ຮັບຜິດຊອບຄຸ້ມຄອງດິນບໍລິເວນນໍ້າ, ການກຳນົດພັນທະ ໃນການນຳໃຊ້ດິນບໍລິເວນນໍ້າ ແລະ ໃຫ້ສອດຄ່ອງກັບນິຕິກຳກ່ຽວຂ້ອງ ທີ່ໄດ້ປະກາດນຳໃຊ້ແລ້ວ ເພື່ອຫຼີກລ່ຽງການກຳນົດຊໍ້າຊ້ອນ ແລະ ເນື້ອໃນທີ່ບໍ່ສອດຄ່ອງກັນ.

ກອງປະຊຸມ, ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສົມທົບກັບກະຊວງຍຸຕິທໍາ ແລະ ຄະນະຮັບຜິດຊອບຮ່າງບັນດາດຳລັດດັ່ງກ່າວ ປັບປຸງ ແລະ ຮຽບຮຽງສຸດທ້າຍ ເພື່ອນໍາສະເໜີທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດການປົກຄອງ ແລະ ວັດທະນະທຳ-ສັງຄົມ ມີຄໍາເຫັນ ແລ້ວນໍາສະເໜີທ່ານນາຍົກລັດຖະມົນຕີ ພິຈາລະນາລົງລາຍປະກາດໃຊ້ ໃນຂັ້ນຕໍ່ໄປ.

ສຳລັບແຜນວຽກຈຸດສຸມໃນທ້າຍເດືອນຕຸລາ ແລະ ເດືອນພະຈິກ 2023, ລັດຖະບານ ຈະຕ້ອງໄດ້ສືບຕໍ່ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ເປັນຕົ້ນ ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ແລະ ແຜນຈຸດສຸມການແກ້ໄຂບັນຫາທີ່ຕິດພັນກັບ 02 ວາລະແຫ່ງຊາດ ກໍຄືແຜນພັດທະນາເສດຖະກິດ-ສັງຄົມ ທ້າຍປີ 2023 ດ້ວຍມາດຕະການ ແລະ ວິທີການຕ່າງໆ ທີ່ສອດຄ່ອງ, ໃນນັ້ນ ຈະໄດ້ເລັ່ງປະຕິບັດວຽກງານຈຸດສຸມຕົວຈິງ ດັ່ງນີ້:

1). ໃຫ້ທຸກພາກສ່ວນນຳເອົາເນື້ອໃນຈິດໃຈ ຜົນຂອງກອງປະຊຸມຄັ້ງນີ້ ໄປປັບປຸງຮຽບຮຽງບັນດາເນື້ອໃນ ທີ່ຈະນຳໄປລາຍງານ ຕໍ່ກອງປະຊຸມຄົບຄະນະສູນກາງພັກ ຄັ້ງທີ 07 ສະໄໝທີ XI ແລະ ກອງປະຊຸມສະໄໝສາມັນ ເທື່ອທີ 06 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະໄຂຂຶ້ນໃນທ້າຍເດືອນຕຸລາ 2023, ໂດຍໃຫ້ກະກຽມຂໍ້ມູນ ລະອຽດຊັດເຈນ ແລະ ປັບປຸງບົດລາຍງານ ໃຫ້ແຈ້ງຕື່ມ, ລວມທັງ ການກະກຽມຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ.

2). ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ:

ໃຫ້ສືບຕໍ່ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ເພື່ອຮັບປະກັນສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພຮອບດ້ານ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ.

3). ຂົງເຂດເສດຖະກິດ:

  1. ສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ, ໃນນັ້ນ ໃຫ້ຮີບຮ້ອນຈັດຕັ້ງປະຕິບັດບັນດານິຕິກຳ ທີ່ວາງອອກ ໃຫ້ເປັນຮູບປະທຳ ໂດຍສະເພາະ ການແກ້ໄຂບັນຫາອັດຕາແລກປ່ຽນ ແລະ ການຄຸ້ມຄອງລາຄາສິນຄ້າ;
  2. ສຸມໃສ່ການຈັດຕັ້ງປະຕິບັດ 02 ວາລະແຫ່ງຊາດ ຕາມບັນດາໜ້າວຽກທີ່ໄດ້ວາງໄວ້;
  3. ສຸມໃສ່ຈັດເກັບລາຍຮັບໃຫ້ໄດ້ຕາມແຜນ ຫຼື ລື່ນແຜນ, ພ້ອມກັນນັ້ນ ກໍໃຫ້ສຸມໃສ່ຄຸ້ມຄອງການປະຕິບັດລາຍຈ່າຍ ດ້ວຍມາດຕະການປະຢັດ ແລະ ຕ້ານການຟູມເຟືອຍ ໂດຍສະເພາະ ໃຫ້ເອົາໃຈໃສ່ປະຢັດເງິນຕາຕ່າງ ປະເທດ ດ້ວຍການຈຳກັດການເດີນທາງໄປຕ່າງປະເທດ ທີ່ບໍ່ຈຳເປັນ; ໂຄສະນາ ແລະ ປຸກລະດົມ ໃຫ້ທົ່ວສັງຄົມ ປະຢັດມັດທະຍັດ ໃນການຈັດງານດອງ, ງານບຸນປະເພນີຕ່າງໆ ແລະ ສົ່ງເສີມໃຊ້ຜະລິດຕະພັນພາຍໃນ;
  4. ເອົາໃຈໃສ່ເກັບກ່ຽວຜົນຜະລິດລະດູຝົນ, ສືບຕໍ່ຊຸກການຜະລິດພາຍໃນ ແລະ ສົ່ງເສີມການສົ່ງອອກ ໂດຍສະເພາະ ສິນຄ້າກະສິກຳຂອງ ສປປລາວ ໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້;
  5. ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ ແລະ ສິ່ງກີດຂວາງ ໃນການລົງທຶນຢູ່ ສປປລາວ ເພື່ອສາມາດດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ ໃຫ້ຫຼາຍຂຶ້ນ;
  6. ສືບຕໍ່ປັບປຸງເສັ້ນທາງຫຼວງແຫ່ງຊາດ, ທາງຫຼວງທ້ອງຖິ່ນ ທີ່ເປ່ເພ ໃຫ້ສາມາດໄປມາໄດ້ປົກກະຕິໂດຍໄວ. ພ້ອມກັນນັ້ນ ກໍ່ແກ້ໄຂບັນຄວາມບໍ່ເອກະພາບ ໃນການເກັບຄ່າບໍລິການຄ່ຽນຖ່າຍສິນຄ້າ ຢູ່ດ່ານທ່າບົກ, ບັນຫາຄວາມຫຍຸ້ງຍາກໃນການຄ່ຽນຖ່າຍສິນຄ້າ ໃຫ້ຂາດຕົວໂດຍໄວ.

(4). ຂົງເຂດວຽກງານວັດທະນະທຳ-ສັງຄົມ:

  1. ສືບຕໍ່ເອົາໃຈໃສ່ໂຄສະນາເຜີຍແຜ່ ແນວທາງນະໂຍບາຍ ຂອງພັກ-ລັດຖະບານ ໃຫ້ປະຊາຊົນ ແລະ ສັງຄົມ ຮັບຮູ້ເລິກເຊິ່ງ ແລະ ກວ້າງຂວາງ, ຕ້ານ ແລະ ຕອບໂຕ້ ກຸ່ມຄົນບໍດີ ທີ່ໃສ່ຮ້າຍປ້າຍສີ ດ້ວຍຮູບການ ແລະ ວິທີການຕ່າງໆ;
  2. ສຸມໃສ່ກະກຽມຈັດພິທີເປີດປີທ່ອງທ່ຽວລາວ 2024 ໃນພະຈິກ 2023 ນີ້, ໄປຄຽງຄູ່ກັບການກະກຽມຄວາມພ້ອມຮອບດ້ານ ໃນການສົ່ງເສີມການທ່ອງທ່ຽວ, ລວມທັງ ບຸນປະເພນີອອກພັນສາ ແລະ ບຸນນະມັດສະການພະທາດຫຼວງ ໃຫ້ມີການກະກຽມໃຫ້ດີ ແລະ ໂຄສະນາເຜີຍແຜ່ ສົ່ງເສີມຊຸກຍູ້ການທ່ອງທ່ຽວ ໃຫ້ກວ້າງຂວາງ;
  3. ສືບຕໍ່ເອົາໃຈໃສ່ວຽກງານສາທາລະນະສຸກ ໂດຍສຸມໃສ່ປັບປຸງການບໍລິການປິ່ນປົວຢູ່ບັນດາໂຮງໝໍ, ຊຸກຍູ້ການຜະລິດຢາປົວພະຍາດ ທີ່ປະເທດເຮົາສາມາດຜະລິດໄດ້ໃຫ້ພຽງພໍ ເພື່ອຈຳກັດການນຳເຂົ້າ ແລະ ປະຢັດເງິນຕາຕ່າງປະເທດ;
  4. ເອົາໃຈໃສ່ຕິດຕາມ ແລະ ຄຸ້ມຄອງແຮງງານລາວ ທີ່ໄປອອກແຮງງານຢູ່ຕ່າງປະເທດ, ທັງຄົ້ນຄ້ວາຊອກມາດຕະການ ແລະ ວິທີແກ້ໄຂບັນຫາຂາດເຂີນແຮງງານ ໄປຄຽງຄູ່ກັນການສ້າງ ແລະ ພັດທະນາວິຊາຊີບ ຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ;
  5. ເອົາໃຈໃສ່ແກ້ໄຂບັນຫາການຂາດເຂີນຄູ ຕາມມະຕິຕົກລົງ ສະບັບເລກທີ 09/ລບ ລົງວັນທີ 17 ກໍລະກົດ 2023 ແລະ ເອົາໃຈໃສ່ແກ້ໄຂບັນຫາການປະລະການຮຽນ ໃຫ້ຕາການປະລະການຮຽນຫຼຸດໜ້ອຍລົງ;
  6. ສຸມໃສ່ການແກ້ໄຂບັນຫາເຂດແດນເຊື່ອມຕໍ່ ລະຫວ່າງ ທ້ອງຖິ່ນຕໍ່ທ້ອງຖິ່ນ ຕາມທິດຊີ້ນໍາຜ່ານມາ ໃຫ້ມີຄວາມສະຫງົບປົກກະຕິ.

(5). ວຽກງານນິຕິກຳ:

  1. ສືບຕໍ່ປັບປຸງ ແລະ ກວດກາຄວາມຖືກຕ້ອງ ຂອງກົດໝາຍ ທີ່ຢູ່ໃນຄວາມຮັບຜິດຊອບຂອງລັດຖະບານ ທີ່ຈະນຳໄປຜ່ານ ກອງປະຊຸມສະໄໝສາມັນ ເທື່ອທີ 06 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ດີ ເພື່ອໃຫ້ສາມາດ ຮັບຮອງຈາກກອງປະຊຸມ;
  2. ພ້ອມກັນນັ້ນ ກໍໃຫ້ເລັ່ງປັບປຸງບາງມາດຕາຂອງກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ແລ້ວນຳມາຜ່ານກອງປະຊຸມລັດຖະບານ ພາຍໃນເດືອນທັນວາ 2023, ຈາກນັ້ນ ຈຶ່ງສະເໜີເຂົ້າຜ່ານກອງປະຊຸມ ສະໄໝສາມັນເທື່ອທີ 07 ຂອງສະພາແຫ່ງຊາດ ຊຸດທີ IX ໃນປີ 2024;
  3. ສືບຕໍ່ຄົ້ນຄວ້າສ້າງຮ່າງດໍາລັດ ວ່າດ້ວຍລະບົບກົງຈັກການຈັດຕັ້ງ;
  4. ສືບຕໍ່ປະເມີນການຈັດຕັ້ງປະຕິບັດວຽກດ່ານຊາຍແດນ ແລະ ດ່ານສະໜາມບິນສາກົນ ຕາມດໍາລັດ 558/ລບ;
  5. ຮີບຮ້ອນປັບປຸງ ແລະ ຮຽບຮຽງບັນດາຮ່າງດຳລັດ ທີ່ຜ່ານກອງປະຊຸມຄັ້ງນີ້ ໃຫ້ເອກະພາບ ແລະ ຮັດກຸມ ແລ້ວສະເໜີຂໍລາຍເຊັນປະກາດໃຊ້ໄວ.

(6). ຂົງເຂດວຽກງານການຕ່າງປະເທດ:

  1. ສືບຕໍ່ກະກຽມ ໃຫ້ທ່ານ ນາຍົກລັດຖະມົນຕີ ໃນການໄປຮ່ວມກອງປະຊຸມສຸດຍອດອາຊຽນ-ສະພາຮ່ວມມືເຂດອ່າວ GCC ທີ່ຣີຢັດ, ອາຣັບບີ ຊາອຸດິດ;
  2. ສືບຕໍ່ກະກຽມໃຫ້ແກ່ການມາຢ້ຽມຢາມ ສປປ ລາວ ຂອງທ່ານ ນາຍົກລັດຖະມົນຕີ ຣາຊາອານະຈັກໄທຍ ໃນທ້າຍເດືອນຕຸລານີ້;
  3. ສືບຕໍ່ຕິດຕາມສະພາບພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ໃຫ້ທັນການ ແລະ ສືບຕໍ່ກະກຽມແກ່ການເຄື່ອນໄຫວວຽກງານຕ່າງປະເທດ ຂອງການນຳຂັ້ນສູງ, ເອົາໃຈໃສ່ການຈັດຕັ້ງຜັນຂະຫຍາຍຜົນການເຄື່ອນ ໄຫວວຽກງານຕ່າງປະເທດ ໃຫ້ມີຜົນສຳເລັດ ແລະ ທັນກັບສະພາບການ.

ຂໍ້ມູນຈາກ ກົມປະຊາສຳພັນ ຫສນຍ