Home​ຂ່າວບັນເທິງສາວມົ້ງຄົນທຳອິດທີ່ເປີດໂຕໃນວົງການ KPOP

ສາວມົ້ງຄົນທຳອິດທີ່ເປີດໂຕໃນວົງການ KPOP

Published on

ສາວມົ້ງຄົນທຳອິດທີ່ເປີດໂຕໃນວົງການເພງຂອງເກົາຫຼີ ຫຼື ເອີ້ນໄດ້ວ່າ KPOP ໂດຍເປີດໂຕໃນວົງ VCHA ວົງເກີລກຣຸບໃໝ່ຈາກ JYP ທີ່ຮ່ວມກັບ Republic Records ທີ່ໄດ້ປະກາດສະມາຊິກວົງທັງໝົດ 6 ຄົນ ຈາກການແຂ່ງຂັນຮອບສຸດທ້າຍຂອງລາຍການ A2K ເຊິ່ງອັນດັບ 1 ຂອງລາຍການນັ້ນກໍແມ່ນ ເລັກຊັດ ວ່າງ (Lexus Vang) ອາຍຸ 16 ປີ ຈາກລັດວິສຄອນຊິນ ສະຫະລັດອາເມຣິກາ.

ໂດຍ ເລັກຊັດ ວ່າງ ມີອາຍຸພຽງ 16 ປີ ຈາກນາມສະກຸນ “ວ່າງ” ທີ່ເຮັດໃຫ້ ພັກຈິນຢອງ ເຈົ້າຂອງຄ່າຍ JYP ຕ້ອງປະຫຼາດໃຈເພາະບໍ່ຄ່ອຍເຫັນນາມສະກຸນນີ້ ໃນອາເມຣິກາ.

ເຊິ່ງ ເລັກຊັດ ກໍໄດ້ອະທິບາຍວ່າ “ວ່າງ” ແມ່ນຊື່ຂອງຊົນເຜົ່າມົ້ງ ທີ່ຊົນເຜົ່າໄດ້ຂຶ້ນກັບປະເທດໄທ ແລະ ລາວ.

ນອກນີ້ ເລັກຊັດ ກໍຍັງໄດ້ກ່າວຕື່ມວ່າ ຕົນເລີ່ມຮຽນບັນເລຕັ້ງແຕ່ອາຍຸ 4 ປີ ຈົນມາຮອດ 16 ປີ ການເຊົາເຕັ້ນບັນເລຈຶ່ງເປັນເລື່ອງຍາກ ແລະ ຢ້ານທີ່ຈະເຊົາມັນ ແລະ ກໍເປັນຄຳຖາມສຳລັບຕົນເອງວ່າ ຄວນເຮັດຕໍ່ໄປ ຫຼື ເຊົາ ແຕ່ສຸດທ້າຍ KPOP ເຮັດໃຫ້ຕົນໄດ້ພົບກັບຄວາມຝັນໃໝ່.

ຈາກຄວາມສາມາດທີ່ ເລັກຊັດ ວ່າງ ໄດ້ສະແດງໃຫ້ເຫັນເຖິງການຮ້ອງເພງ ແລະ ເຕັ້ນ ຈຶ່ງເຮັດໃຫ້ ພັກຈິນຢອງ ໄດ້ເຫັນໂອກາດທີ່ ເລັກຊັດ ຈະສາມາດພັດທະນາໄປໄດ້ ແລະ ທີ່ສຸດແລ້ວ ເລັກຊັດ ກໍສາມາດຜ່ານເຂົ້າຮອບສຸດທ້າຍຂອງລາຍການ A2K ແລະ ໄດ້ມາເປີດໂຕຂອງເກີລກຣຸບໃໝ່ໃນຄ່າຍ JYP ໂດຍມີຊື່ວົງວ່າ VCHA.

ພ້ອມນີ້ ຍັງມີຜົນງານເພງໃຫ້ໄດ້ຟັງ ຊື່ວ່າ “Y.O.Universe” ທີ່ຫາກໍເຜີຍແຜ່ໃນວັນທີ 22 ກັນຍາ 2023 ທີ່ຜ່ານມານີ້ ໃນເວລາພຽງ 3 ມື້ ກໍມີຄົນເຂົ້າຟັງເພງເຖິງ 3 ລ້ານຄັ້ງແລ້ວ.

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...