spot_img
Home​ຂ່າວທ່ອງທ່ຽວທ່ຽວບ້ານຊົນເຜົ່າ ທີ່ອຸທິຍານບາຈຽງ

ທ່ຽວບ້ານຊົນເຜົ່າ ທີ່ອຸທິຍານບາຈຽງ

Published on

tadpasuam01

ມີນັກທ່ອງທ່ຽວຈາກປະເທດໄທທ່ານໜຶ່ງ ພາຍຫຼັງທີ່ກັບຈາກການທ່ອງທ່ຽວ ແລ້ວໄດ້ຂຽນລົງເວັບບລັອກຂອງໂຕເອງວ່າ “ລາວເປັນປະເທດທີ່ເອີ້ນໄດ້ວ່າ ມີມົນສະເໜ່ຂອງຄວາມສະຫງົບ ລຽບງ່າຍ ແຖມລາວເອງກໍຍັງມີທຳມະຊາດ ທ່າມກາງພູຜາປ່າດົງ ທີ່ສວຍສົດງົດງາມ ພ້ອມທັງຍັງອະນຸລັກວັດທະນະທຳລາວ ໃຫ້ຄົງໄວ້ໄດ້ຢ່າງໜ້າອິດສາເລີຍ ເປັນອີກໜຶ່ງປະເທດທີ່ໜ້າທ່ອງທ່ຽວທີ່ສຸດ, ລາວນັ້ນມີເມືອງສວຍງາມ ປະຊາຊົນກໍໜ້າຮັກ ແລະຍ້ອນເປັນເມືອງທີ່ໜ້າທ່ອງທ່ຽວແບບນີ້ ນັກທ່ອງທ່ຽວຄືເຮົາໆ ທ່ານໆ ເອງ ຍິ່ງບໍ່ຄວນພາດຢ່າງເດັດຂາດເລີຍ ໄປສຳຜັດວັດທະນະທຳທີ່ຫາເບິ່ງໄດ້ຍາກ ພ້ອມໆ ກັນ”.

23

ເຫັນບໍທ່ານຜູ້ອ່ານ ການອະນຸລັກຮັກສາສິ່ງແວດລ້ອມ ແລະວັດທະນະທຳມີຄວາມສຳຄັນແມ່ນບໍ? ແລະມື້ນີ້ ຈະພາໄປທ່ອງທ່ຽວ ອຸທິຍານບາຈຽງ ເຊິ່ງຕັ້ງຢູ່ໃກໆ ກັບນ້ຳຕົກຕາດຜາສ້ວມ ທີ່ຫຼາຍໆ ຄົນຮູ້ຈັກດີ ທີ່ແຂວງຈຳປາສັກ ແຕ່ຖ້າໄດ້ໄປທ່ຽວຕາດຜາສ້ວມແລ້ວ ຢ່າພາດຕ້ອງໄປທ່ຽວບ້ານຊົນເຜົ່າແຫ່ງນີ້ໃຫ້ໄດ້ເດີ!

picture-164254721210

ພາຍໃນໂຄງການແຫ່ງນີ້ໄດ້ລວມເອົາ ບ້ານບູຮານຫຼາຍຊົນເຜົ່າທີ່ມີເອກະລັກເຫຼືອຢູ່ ພ້ອມທັງຈັດທຳພິພິທະພັນ ຊົນເຜົ່າ ເອົາໄວ້ນຳພ້ອມ ເຮືອນພັກຂອງໂຄງການນັ້ນ ຖືກດັດແປງມາຈາກເຮືອນຕົ້ນແບບ ຂອງຊົນເຜົ່າຕ່າງໆ ໄວ້ຕ້ອນຮັບນັກທ່ອງທ່ຽວ.

1299738155

1388394365-6-o

E10682529-34

qwb_image922554195209

resize

tadphasuam004

อุทยานบาเจียง1

ພະນັກງານໃນໂຄງການແຫ່ງນີ້ ປະກອບໄປດ້ວຍຊົນເຜົ່າປະມານ 8 ຊົນເຜົ່າ ຮ່ວມໃຈກັນບໍລິຫານແຂກທີ່ມາຢ້ຽມຢາມ ນ້ຳຕົກຕາດຜາສ້ວມ ແລະອຸທິຍານບາຈຽງ. ພາຍໃນຈະເນັ້ນຄວາມສະອາດຂອງຫ້ອງນ້ຳ ສະຖານທີ່ຕ່າງໆ ເປັນພິເສດ ມີເຮືອນພັກ 18 ຫ້ອງ ບາງຫຼັງຢູ່ຕໍ່ໜ້ານ້ຳຕົກຕາດເລີຍ ບາງຫຼັງຢູ່ເທິງຕົ້ນໄມ້ໃຫຍ່ ບາງຫຼັງຢູ່ແຄມແມ່ນ້ຳສວຍງາມ ທຸກຫຼັງມີຫ້ອງນ້ຳທີ່ບໍ່ມີຫຼັງຄາ ແຕ່ພັດມີສຸຂະພັນມາດຖານສາກົນ ຕາມທາງຍ່າງລະຫວ່າງເຮືອນພັກປູດ້ວຍໄມ້ ເຮັດໃຫ້ຈິດໃຈຜ່ອນຄາຍ ແຕ່ລະຫຼັງບໍ່ມີໂທລະສັບ ບໍ່ມີໂທລະພາບ ບໍ່ມີຕູ້ເຢັນ ບໍ່ມີອິນເຕີເນັດ ມີແຕ່ນົກຮ້ອງແລະສຽງນ້ຳຕົກຕາດ.

1210505669

ເຮືອນຊົນເຜົ່ານັ້ນຈະປຸກສ້າງຕາມ ລັກສະນະຂອງເຜົ່າທີ່ບໍ່ຄືກັນ 8 ເຜົ່່າ ທຳອິດແມ່ນເຮືອນເຜົ່າກະລ່ຽງ ເຮືອນເຜົ່ານີ້ຈະເປັນເຮືອນເຕ້ຍໆ ຫຼັງຄາເປັນຮູບຈອມຄືກຸບ ຊົນເຜົ່ານີ້ຈະມີການຕ່ຳແຜ່ນແພພື້ນເມືອງ ເມື່ອທ່ານໄດ້ໄປທ່ຽວແລ້ວຢ່າລືມອຸດໜຸນ ຂອງທີ່ລະນຶກແດ່ເດີ.

ເຮືອນເຜົ່າອາລັກ

เรือนเผ่าอาลัก1

ເຮືອນຂອງຊົນເຜົ່ານີ້ ຈະສູງຂຶ້ນມາແດ່ ມີຂັ້ນໄດຂຶ້ນເຮືອນ ເສົາເຮືອນໜ້າເຮືອນຈະມີການແກະສະຫຼັກ ມີການຕ່ຳແຜ່ນແພເຊັ່ນກັນ.

ເຮືອນເຜົ່າກະຕູ

DSC00316_resize E8737828-25

ພໍ່ເຖົ້າເຜົ່າກະຕູໄດ້ສາທິດການຫຼິ້ນດົນຕີ ຈາກໄມ້ແລະຂອງຫຼິ້ນຈາກໄມ້ ເຜົ່າກະຕູນີ້ ຜູ້ຊາຍສາມາດມີເມຍໄດ້ເຖິງ 7 ຄົນ ແຕ່ຈະມີໄດ້ນັ້ນເມຍຫຼວງຈະຕ້ອງ ເປັນຜູ້ສູ່ຂໍໃຫ້.

ຕໍ່ມາເປັນເຜົ່າລະແວ ເຮືອນຢູ່ອາໄສຂອງເຜົ່າລະແວ ຈະເປັນເຮືອນຮ້ານພື້ນບໍ່ສູງປານໃດ ຈະມີການເຈາະປ່ອງໄວ້ຕາມຝາເຮືອນ ບໍລິເວນຫ້ອງນອນຂອງລູກສາວ ປ່ອງນີ້ມີໄວ້ໃຫ້ຜູ້ບ່າວ ຈົກມືຫາຍິງສາວ ເປັນປະເພນີກິ້ງຄົກຈົກສາວ ວ່າຈັ່ງຊັ້ນ

เผ่าละแว

ຜູ້ນຳທ່ຽວບອກວ່າ ພື້ນເຮືອນສູງກາຍຫົວ ເວລາໄປລົມສາວຕ້ອງໄດ້ແຫງນຄໍ ເຂົາກໍເລີຍໄປກິ້ງເອົາຄົກຕຳເຂົ້າ ມາໝູນເພື່ອຂຶ້ນຢືນໃຫ້ມືຢື້ຮອດປ່ອງ ຈົກເຂົ້າໄປໃນປ່ອງໄດ້ ເຂົາຈະມອບຂອງຝາກຂອງຂວັນໃຫ້ກັນໄດ້… ບ່າວສາວຈະສາມາດຈັບມືກັນໄດ້  ຖ້າຜູ້ບ່າວຜູ້ໃດມືຊາໆ ຖືວ່າເປັນຄົນດຸໝັ່ນ ເພາະຖືວ່າຜ່ານການເຮັດວຽກມາ ຄືຊິເປັນຄົນດຸໝັ່ນ ສ່ວນຜູ້ໃດມືນຸ້ມໆ ກໍຄົງຈະເປັນຄົນຂີ້ຄ້ານເຮັດວຽກ.

1248486353

ນອກນັ້ນ ເຜົ່າລະແວ ຍັງມີເຮືອນເສົາດຽວ ທີ່ມີຄວາມສູງປະມານ 6-7 ແມັດ ເຮືອນຫຼັງນີ້ເຂົາບອກວ່າມີໄວ້ສຳລັບເປັນຫໍ ເຝົ້າລະວັງຫຼືໄວ້ສຳລັບຕ້ອນຮັບແຂກ ແລະໄວ້ໃຊ້ສຳລັບໃຫ້ໜຸ່ມສາວເຜົ່າລະແວສ້າງຄວາມຮູ້ຈັກມັກຄຸ້ນກັນ 2 ຕໍ່ 2 ໂດຍຕ້ອງບໍ່ລ່ວງເກີນກັນ ເຫັນວ່າຖ້າຈະຕົກລົງປົງໃຈກັນແລ້ວ ຈະຕ້ອງຢູ່ເທິງເຮືອນຫຼັງນີ້ນຳກັນ ເປັນເວລາສາມມື້ສາມຄືນ ກ່ອນຈະມີການແຕ່ງງານ.

1375530915

ແລະຍັງມີຫຼາຍເຜົ່າອີກຫຼວງຫຼາຍ ທີ່ຍັງລໍຄອຍໃຫ້ນັກທ່ອງທ່ຽວ ເດິນທາງໄປຢ້າມຢາມ ບັນຍາກາດຢູ່ບ່ອນນີ້ດີຫຼາຍ ຮົ່ມເຢັນ ພ້ອມກັນນັ້ນ ບັນດາທ່ານ ກໍສາມາດທີ່ຈະຖ່າຍຮູບກັບຊົນເຜົ່າໄດ້ ຫຼືຈະອຸດໜຸນສີໄມ້ລາຍມືກໍດີ ເຊີນທ່ານໄປທ່ອງທ່ຽວໄດ້ ຮັບຮອງວ່າທ່ານບໍ່ຜິດຫວັງ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...