Homeຂ່າວພາຍ​ໃນADB ລາຍງານເສດຖະກິດລາວຂະຫຍາຍຕົວຊ້າກວ່າຄາດໃນປີ 2023

ADB ລາຍງານເສດຖະກິດລາວຂະຫຍາຍຕົວຊ້າກວ່າຄາດໃນປີ 2023

Published on

ທະນາຄານພັດທະນາອາຊີ (ADB) ໄດ້ເຜີຍແຜ່ບົດລາຍງານ ເມື່ອວັນທີ 20 ກັນຍາ ຜ່ານມາ ໂດຍລະບຸວ່າ: ການເຕີບໂຕທາງດ້ານເສດຖະກິດ ຂອງ ສປປ ລາວ ຄາດວ່າຈະຕໍ່າກວ່າທີ່ໄດ້ຄາດຄະເນໄວ້ ເນື່ອງຈາກການຄາດຄະເນການເຕີບໂຕຂອງເສດຖະກິດ ສປ ຈີນ ຕໍ່າກວ່າທີ່ຄາດຄະເນໄວ້ ປະກອບກັບສະພາບອາກາດທີ່ບໍ່ເອື້ອອຳນວຍຈາກລະດູຝົນທີ່ບໍ່ມາຕາມລະດູການ ແລະ ຄວາມກົດດັນຕໍ່ເສດຖະກິດມະຫາພາກທີ່ເພີ່ມຂຶ້ນ ຈາກຄວາມບໍ່ຍືນຍົງຂອງໜີ້ສາທາລະນະ ແລະ ການອ່ອນຄ່າຂອງເງິນກີບ.

ບົດລາຍງານການຄາດຄະເນການພັດທະນາຂອງອາຊີ ສະບັບເດືອນກັນຍາ 2023 ຊຶ່ງເປັນບົດລາຍງານສະບັບປັບປຸງຂອງ ADB, ໄດ້ຫຼຸດອັດຕາການຄາດຄະເນການເຕີບໂຕຂອງ ສປປ ລາວ ໃນປີ 2023 ລົງມາທີ່ 3,7%, ຈາກອັດຕາທີ່ໄດ້ຄາດຄະເນໄວ້ກ່ອນໜ້ານີ້ທີ່ 4,0%. ການຄາດຄະເນອັດຕາການເຕີບໂຕຂອງປີ 2024 ແມ່ນຍັງຮັກສາໄວ້ຢູ່ທີ່ 4,0%. ຄາດວ່າອັດຕາເງິນເຟີ້ ຍັງຄົງຈະຢູ່ໃນລະດັບສູງຈົນຮອດທ້າຍປີນີ້ ຊຶ່ງຈະເຮັດໃຫ້ອັດຕາເງິນເຟີ້ສະເລ່ຍເພີ່ມຂຶ້ນເຖິງຂອງ 28%. ການປັບລາຄາທີ່ຕິດພັນກັບອ່ອນຄ່າຂອງເງິນກີບ ຈະຍັງຮັກສາອັດຕາເງິນເຟີ້ສູງໃນປີ 2024 ໃນອັດຕາ 10%.

ທ່ານ ນາງ ໂຊໂນມິ ທະນາກະ ຫົວໜ້າສຳນັກງານ ADB ປະຈໍາ ສປປ ລາວ ໄດ້ໃຫ້ຮູ້ວ່າ: “ການເພີ່ມຂຶ້ນຂອງລາຄາອາຫານ ໄດ້ສົ່ງຜົນກະທົບຕໍ່ກຳລັງຊື້ຂອງຄົວເຮືອນ ຊຶ່ງຫຼາຍຄອບຄົວ ອາດສູ້ຊົນໃນການຫຼຸດການບໍລິໂພກອາຫານລົງ,” ທ່ານຍັງໄດ້ໃຫ້ຮູ້ຕື່ມອີກວ່າ: “ການຄຸ້ມຄອງເສດຖະກິດມະຫາພາກຢ່າງມີປະສິດຕິພາບ ລວມທັງການປະສານງານລະຫວ່າງນະໂຍບາຍເງິນຕາ ແລະ ງົບປະມານທີ່ເຂັ້ມແຂງກວ່າເກົ່າ ແມ່ນເປັນສິ່ງທີ່ຮີບດ່ວນໃນການແກ້ໄຂບັນດາສິ່ງທ້າທາຍດ້ານເສດຖະກິດ ແລະ ການເງິນຂອງປະເທດ.”

ການອ່ອນຄາຂອງເງິນກີບ ແລະ ອັດຕາເງິນເຟີ້ທີ່ສູງ ສົ່ງຜົນກະທົບຕໍ່ການໃຊ້ຈ່າຍຂອງຄົວເຮືອນໃນເຄິ່ງທຳອິດຂອງປີ 2023. ຫຼັງຈາກເງິນກີບອ່ອນຄ່າເຄິ່ງໜຶ່ງ ເມື່ອທຽບໃສ່ເງິນໂດລາ ແລະ 44% ທຽບໃສ່ເງິນບາດໃນປີ 2022, ເງິນກີບ ຍັງສືບຕໍ່ອ່ອນຄ່າ 13,6% ເມື່ອທຽບໃສ່ເງິນໂດລາ ແລະ 14,8% ທຽບກັບເງິນບາດ ແຕ່ເດືອນມັງກອນ ຫາ ເດືອນສິງຫາ ຂອງປີ 2023.

ອັດຕາເງິນເຟີ້ ຍັງຢູ່ໃນລະດັບສູງ ຊຶ່ງຂຶ້ນຮອດຈຸດສູງສຸດ 41,3% ປີຕໍ່ປີ ໃນເດືອນກຸມພາ ກ່ອນທີ່ຈະຄ່ອຍໆຫຼຸດລົງມາຢູ່ທີ່ 25,9% ໃນເດືອນສິງຫາ. ອັດຕາເງິນເຟີ້ຂອງໝວດສະບຽງອາຫານ ແມ່ນສູງກວ່າອັດຕາສະເລ່ຍ 45,6% ໃນ 8 ເດືອນຕົ້ນປີ 2023 ເນື່ອງຈາກອາຫານທີ່ນໍາເຂົ້າ ແລະ ຕົ້ນທຶນການຜະລິດທີ່ສູງຂຶ້ນຂອງຜະລິດຕະພັນນຳເຂົ້າເພື່ອການຜະລິດກະສິກຳ.

ໃນຂະນະທີ່ ໜີ້ສິ້ນສາທາລະນະ ຍັງຢູ່ໃນລະດັບສູງ ເມື່ອທຽບໃສ່ GDP ແຕ່ໜີ້ສິນສາທາລະນະ ແມ່ນບໍ່ມີຄວາມຍືນຍົງ. ການແກ້ໄຂບັນຫາທ້າທາຍທາງດ້ານໜີ້ສິນຂອງປະເທດ ຈະຮຽກຮ້ອງຄວາມພະຍາຍາມຂອງທຸກພາກສ່ວນ ໂດຍສະເພາະໃນພາກລັດ ເພື່ອເຮັດໃຫ້ການປະຕິບັດການສະໜອງທຶນສາທາລະ ນະມີຄວາມໂປ່ງໃສ ແລະ ຍືນຍົງຫຼາຍຂື້ນ.

ແຫຼ່ງຂ່າວ ປະຊາຊົນ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...