Homeຂ່າວພາຍ​ໃນລາວເຮົາອາດຈະຂາດແຄນນ້ຳມັນອີກຄັ້ງ

ລາວເຮົາອາດຈະຂາດແຄນນ້ຳມັນອີກຄັ້ງ

Published on

ປະຊາຊົນລາວກຳລັງປະເຊີນວິກິດຂາດແຄນນ້ຳມັນອີກຄັ້ງ ເມື່ອບໍລິສັດນ້ຳມັນເຊັ່ນ ພີທີທີ ລາວ ໄດ້ລາຍງານກ່ຽວກັບສະຖານະການນ້ຳມັນໃນປັດຈຸບັນ.

ໃນວັນທີ 21 ກັນຍາ 2023 ທາງບໍລິສັດ ພີທີທີ ລາວ ອອກແຈ້ງການ ໂດຍລະບຸວ່າ: ເນື່ອງຈາກ ສະຖານະການ ປັດຈຸບັນ ບໍລິສັດ ພີທີທີ (ລາວ) ຈໍາກັດ ແລະ ບໍລິສັດ ທີ່ຈໍານາຍນ້ຳມັນອື່ນໆ ໄດ້ປະສົບບັນຫາການແລກປ່ຽນເງິນຕາຕ່າງປະເທດ ເພື່ອນໍາໄປຊື້ຜະລິດຕະພັນນ້ຳມັນ ຈຶ່ງເປັນເຫດສໍາຄັນ ທີ່ອາດສົ່ງຜົນກະທົບໃຫ້ເກີດພາວະຂາດແຄນນ້ຳມັນຂື້ນໄດ້

ໂດຍເລີ່ມແຕ່ວັນທີ 18/09/2023 ເປັນຕົ້ນໄປ ບໍລິສັດ ພີທີທີ (ລາວ) ຈໍາກັດ ຈໍາເປັນຕ້ອງໄດ້ຈໍາກັດ ການສັ່ງຊື້ມັນ ກາຊວນ ແອັດຊັງ ແລະ ແອັດຊັງພິເສດ ເພື່ອເປັນການບໍລິຫານນໍ້າມັນໃຫ້ກັບລູກຄ້າທຸກສະຖານີບໍລິການຕາມຄວາມເໝາະສົມ.

ເຖິງຢ່າງໃດກໍຕາມ ຈະພະຍາຍາມໃນການຈັດຫາ ແລະ ບໍລິຫານນ້ຳມັນໃຫ້ດີທີ່ສຸດ ເພື່ອບໍ່ໃຫ້ເກີດຜົນກະທົບຕໍ່ສະຖານີບໍລິການນໍ້າມັນຂອງລູກຄ້າທຸກທ່ານ ແລະ ຫວັງຢ່າງຍິ່ງວ່າສະຖານະການດັ່ງກ່າວຈະຜ່ານໄປດ້ວຍດີ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...