ເກືອບຢຽບກັນຕາຍ ຄົນໄທແຫ່ກັນໄປຊື້ເຄື່ອງຫຼິ້ນສະສົມຢູ່ຮ້ານ POP MART

0
702

ປະຊາຊົນຕ່າງແຫ່ກັນໄປຫຼາຍ ເພື່ອຍາດສິດຮັບບັດຄິວເຂົ້າຊື້ເຄື່ອງຫຼິ້ນສະສົມຈາກຮ້ານ POP MART ຈາກຈີນ ທີ່ຫາກໍມາເປີດສາຂາທຳອິດໃນໄທ ຈົນເຮັດໃຫ້ຫຼາຍຄົນຢຽບກັນເຈັບ.

ໃນວັນທີ 20 ກັນຍາ 2023 ທີ່ຜ່ານມາ ບັນຍາກາດທີ່ບໍລິເວນດ້ານໜ້າຂອງສູນການຄ້າເຊັນທັນເວິລ ມີປະຊາຊົນຈຳນວນຫຼາຍມາຢືນຕໍ່ແຖວເພື່ອຮັບສິດໄປເລືອກຊື້ອາດທອຍ (Art Toy) ຫຼື ເຄື່ອງຫຼິ້ນສະສົມຈາກຮ້ານ POP MART.

ສຳລັບຮ້ານ POP MART ສາຂາເຊັນທັນເວິລ ຖືໄດ້ວ່າເປັນສາຂາທຳອິດຂອງປະເທດໄທ ໂດຍມີຕົ້ນກຳເນີດມາຈາກປະເທດຈີນ ພາຍໃນຮ້ານມີການວາງຂາຍສິນຄ້າລາຄາຕັ້ງແຕ່ 300 ບາດຂຶ້ນໄປ ຈົນເຖິງ 30.000 ບາດ ເຊິ່ງເປັນລາຄາທີ່ຖືກກວ່າຈີນ 5-7% ແຕ່ສູງກວ່າສິງກະໂປ 10%.

ແຫຼ່ງຂ່າວ THE STANDARD